27.5 C
Vientiane
Tuesday, September 15, 2026
Home ຂ່າວທົ່ວໄປ ໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ

ໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ

0
429

ອົງການປົກຄອງນະຄອນຫຼວງພະບາງຮ່ວມກັບ ກະຊວງ ຍທຂ ແລະ ພາກສ່ວນກ່ຽວຂ້ອງໄດ້ ເປີດໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງຂຶ້ນ ໃນວັນທີ 9 ມິຖຸນາ 2026  ທີ່ ໂຮງແຮມຊະນະແກ້ວບຸຕິກ ນະຄອນຫຼວງພະບາງ ເຂົ້າຮ່ວມເປັນປະທານຂອງ ທ່ານ ຈິດດາວົງ ໂພສີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ,

ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາແລະຜັງເມືອງ ກະຊວງ ຍທຂ, ⁠ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທໍາແລະການທ່ອງທ່ຽວແຂວງຫຼວງພະບາງ, ⁠ທ່ານ ສາລິກາ ພົນປະເສີດ ຮອງຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

         ທ່ານ ຈິດດາວົງ ໂພສີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ກ່າວວ່າ: ຮູ້ສຶກພາກພູມໃຈ ແລະ ຖືເປັນກຽດທີ່ໄດ້ຕາງໜ້າໃຫ້ແກ່ການນຳແຂວງ ເປັນປະທານກອງປະຊຸມໃນຄັ້ງນີ້ ແລະ ເປັນຫົວໜ້າຄະນະຊີ້ນໍາລວມຂັ້ນແຂວງ ຂອງໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ. ໃນມື້ນີ້ ເຊິ່ງເປັນກອງປະຊຸມ ຄັ້ງປະຖົມມະເລີກ ພາຍຫຼັງທີ່ຄະນະຊີ້ນໍາລວມຂັ້ນແຂວງ ໄດ້ຮັບປັບປຸງຄືນໃໝ່ ໃນວັນທີ 15 ພຶດສະພາ 2026.

ທ່ານ ກ່າວວ່າ: ນະຄອນຫຼວງພະບາງ ເມືອງມໍຣະດົກໂລກ ປະຈຸບັນ ພວມປະເຊີນ ກັບສິ່ງທ້າທາຍໃນຫຼາຍດ້ານເປັນຕົ້ນແມ່ນ ການຂະຫຍາຍຕົວຂອງຕົວເມືອງຢ່າງໄວວາ, ບັນຫາການຄຸ້ມຄອງຂີ້ເຫຍື້ອ, ລະບົບລະບາຍນໍ້າ, ການຮັກສາຄຸນນະພາບສິ່ງແວດລ້ອມ-ສັງຄົມ ແລະ ແຮງກົດດັນຈາກການທ່ອງທ່ຽວທາງພາຍນອກ ແລະ ພາຍໃນ. ສະນັ້ນ, ການພັດທະນາ ຕ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຄຽງຄູ່ກັບການອະນຸລັກມໍຣະດົກໂລກຫຼວງພະບາງ.

ສະນັ້ນ, ໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ ຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ, ສົ່ງເສີມສຸຂະອະນາໄມ, ສິ່ງແວດລ້ອມທີ່ດີ, ຫຼຸດຜ່ອນຜົນກະທົບຈາກມົນລະພິດ ແລະ ໄພທໍາມະຊາດ, ພ້ອມທັງສ້າງພື້ນຖານທີ່ໝັ້ນຄົງ ສໍາລັບການພັດທະນາຕົວເມືອງ ແບບຍືນຍົງ ໃນອະນາຄົດ ແລະ ສິ່ງສໍາຄັນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ (05 ປີ 2025-2029) ຂອງນະຄອນຫຼວງພະບາງ.

ກອງປະຊຸມໃນມື້ນີ້ ເປັນການເລີ່ມຕົ້ນກົນໄກການເຮັດວຽກ ຂອງຄະນະຊີ້ນໍາລວມຂັ້ນແຂວງ. ພວກເຮົາຈະຕ້ອງໄດ້ສຸມໃສ່ຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຄໍາແນະນໍາທາງດ້ານຍຸດທະສາດ-ທິດທາງ ແລະ ໃຫ້ການສະໜັບສະໜູນ ແກ່ ກົມເຄຫາ-ຜັງເມືອງ, ຫ້ອງການປະສານງານໂຄງການ ເພື່ອໃຫ້ບັນລຸຕາມເປົ້າໝາຍຂອງໂຄງການ, ຮັບປະກັນການປະຕິບັດຕາມ ສັນຍາກູ້ຢືມ, ການຊ່ວຍເຫຼືອລ້າ, ນະໂຍບາຍຂອງ ຂອງ ເອດີບີ ແລະ ຂອງລັດຖະບານ.

ໂຄງການດັ່ງກ່າວ ໄດ້ຮັບທຶນກູ້ຢືມຊ່ວຍເຫຼືອລ້າຈາກ ADB ແລະ ເງິນສົມທົບຂອງລັດຖະບານລາວ ລວມມູນຄ່າໂຄງການ 45 ລ້ານໂດລ່າສະຫະລັດ.

LEAVE A REPLY

Please enter your comment!
Please enter your name here