25.7 C
Vientiane
Tuesday, September 15, 2026
Home ຂ່າວຕ່າງປະເທດ ລັດຖະບານໄທ ກຽມກູ້ເງິນຈາກ ທະນາຄານໂລກ ເພື່ອສ້າງ “ ເມືອງຄາບອນຕ່ຳ ”

ລັດຖະບານໄທ ກຽມກູ້ເງິນຈາກ ທະນາຄານໂລກ ເພື່ອສ້າງ “ ເມືອງຄາບອນຕ່ຳ ”

0
587

ທ່ານ ນາງ ຈິນດາຣັດ ວິຣິຍະທະວີກຸນ ຜູ້ອຳນວຍການ ສຳນັກງານບໍລິຫານໜີ້ສາທາລະນະ ຂອງໄທ ເປີດເຜີຍໃນວັນທີ 26 ພຶດສະພາ 2026 ວ່າ ລັດຖະບານໄທ ກຽມກູ້ເງິນຈາກ ທະນາຄານໂລກ (World Bank) ວົງເງິນ 200 ລ້ານໂດລາສະຫະລັດ ພາຍໃນປີນີ້ ເພື່ອຂັບເຄື່ອນໂຄງການສ້າງ “ເມືອງຄາບອນຕ່ຳ” (Low Carbon City)
ທະນາຄານໂລກ ຈະເຂົ້າມາມີບົດບາດສຳຄັນ ໃນການເປັນທີ່ປຶກສາ ດ້ານການຫຼຸດຜ່ອນການປ່ອຍກາສເຮືອນແກ້ວ ແລະ ການບໍລິຫານຈັດການຄາບອນເຄຣດິດ ໃນເຂດເມືອງ ເພື່ອນຳໃຊ້ເປັນໂຄງການນຳຮ່ອງ (Sandbox) ສຳລັບນະໂຍບາຍການປ່ຽນຜ່ານດ້ານພະລັງງານ ຂອງປະເທດໃນອະນາຄົດ
ປັດຈຸບັນ ສະຖານະໜີ້ສາທາລະນະຂອງໄທ ຢູ່ທີ່ 12.7 ລ້ານລ້ານບາດ ຫຼື ຄິດເປັນ 66.4% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຊຶ່ງຍັງຢູ່ພາຍໃຕ້ເພດານໜີ້ ທີ່ກຳນົດໄວ້ບໍ່ເກີນ 70%


ສຳລັບການລະດົມທຶນໂດຍລວມ ພາຍໃຕ້ໂຄງການກູ້ເງິນ 400,000 ລ້ານບາດ ເພື່ອຊ່ວຍເຫຼືອຄ່າຄອງຊີບປະຊາຊົນ ແລະ ປ່ຽນຜ່ານໄປສູ່ພະລັງງານສະອາດ ນາງ ຈິນດາຣັດ ກ່າວວ່າ ສຳນັກງານບໍລິຫານໜີ້ສາທາລະນະ ຈະທະຍອຍກູ້ເງິນເປັນລາຍເດືອນ ຕາມແຜນການນຳໃຊ້ເງິນ ທີ່ສຳນັກງານເສດຖະກິດການຄັງ ປະເມີນໄວ້
ສຳລັບການລະດົມທຶນລັອດທຳອິດ ຈະຢູ່ທີ່ 35,000 ລ້ານບາດ ໂດຍເຄື່ອງມືທາງການເງິນ ທີ່ຈະນຳມາໃຊ້ໃນໄລຍະທຳອິດ ຈະເນັ້ນການກູ້ເງິນໄລຍະສັ້ນ ເພື່ອໃຊ້ເປັນແຫຼ່ງທຶນໝູນວຽນ (Bridge Financing) ປະກອບມີ ໃບສັນຍາໃຊ້ເງິນ (Promissory Note : P/N) ແລະ ສັນຍາເງິນກູ້ (Term Loan)
ປັດຈຸບັນ ສຳນັກງານບໍລິຫານໜີ້ສາທາລະນະ ໄດ້ເລີ່ມເປີດປະມູນແລ້ວ ແລະ ກຳລັງລໍຖ້າສະຖາບັນການເງິນ ເຂົ້າມາຍື່ນຂໍ້ສະເໜີ ໂດຍສັນຍາກູ້ຈະມີອາຍຸ 4 ປີ ກ່ອນຈະມີການພິຈາລະນາ ປັບໂຄງສ້າງໜີ້ ເປັນພັນທະບັດໄລຍະຍາວ (Bond) ໃນອະນາຄົດ

LEAVE A REPLY

Please enter your comment!
Please enter your name here