25.7 C
Vientiane
Tuesday, September 15, 2026
Home ກະເສດລ້ຽງຊີບ ລົງມືກໍ່ສ້າງໂຮງງານຝຸ່ນອົງຄະທາດ-ຊີວະພາບ

ລົງມືກໍ່ສ້າງໂຮງງານຝຸ່ນອົງຄະທາດ-ຊີວະພາບ

0
483

ໃນຕອນເຊົ້າວັນທີ 22 ພຶດສະພາ 2026 ກົມປູກຝັງ ຮ່ວມກັບ ບໍລິສັດ ກຸ່ມກະສິກໍາລາວ ຈໍາກັດ ໄດ້ຈັດພິທີວາງສີລາລຶກ ໂຄງການສ້າງຕັ້ງໂຮງງານຝຸ່ນອົງຄະທາດ-ຊີວະພາບ ຢູ່ທີ່ ສູນກະສິກໍາສະອາດເວີນຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ເຂົ້າຮ່ວມຂອງທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ມີທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າ.ຮອງຫົວໜ້າກົມ, ຫົວໜ້າຫ້ອງການກະຊວງ, ທີມງານບໍລິສັດ ກຸ່ມກະສິກໍາລາວ ຈໍາກັດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ລາຍງານຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງໂຄງການ ຊຶ່ງໂຄງການດັ່ງກ່າວ ມີເປົ້າໝາຍຕົ້ນຕໍຄື: ດ້ານການຜະລິດ ເນັ້ນຜະລິດຝຸ່ນອົງຄະທາດ-ຊີວະພາບ ທີ່ມີຄຸນະພາບສູງ,ສາມາດຕອບສະໜອງໃຫ້ແກ່ຟາມຕົວແບບຂອງສູນກະສິກໍາສະອາດ, ຫົວໜ່ວຍທຸລະກິດ,ກຸ່ມຊາວກະສິກອນ ເປັນສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກ. ທັງເປັນການຫຼຸດຜ່ອນການນໍາເຂົ້າຝຸ່ຍເຄມີ ແລະ ຊີວະພາບ ຈາກຕ່າງປະເທດ.
ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 4 ເຮັກຕາ ແລະ ມີກໍາລັງການຜະລິດປະມານ 100,000 ໂຕນ/ປີ ຄາດວ່າໂຄງການດັ່ງຈະສໍາເລັດ ແລະ ເປີດດໍາເນີນການພາຍໃນທ້າຍປີ 2026 ນີ້

LEAVE A REPLY

Please enter your comment!
Please enter your name here