25.7 C
Vientiane
Tuesday, September 15, 2026
Home ຂ່າວດ່ວນ ຈະປັບປຸງສະໜາມບິນສາກົນວັດໄຕ

ຈະປັບປຸງສະໜາມບິນສາກົນວັດໄຕ

0
588

ຈະປັບປຸງສະໜາມບິນສາກົນວັດໄຕ ທັງການພັດທະນາ Runway,Taxiway, ລານຈອດເຮືອບິນ, ອາຄານຜູ້ໂດຍສານ ເພື່ອແກ້ໄຂຄວາມແອອັດ

ແລະຍົກລະດັບຄວາມສາມາດໃນການຮອງຮັບຖ້ຽວບິນ
ພິທີວາງສິລາລຶກໂຄງການປັບປຸງສະໜາມບິນສາກົນວຽງຈັນ (ວັດໄຕ) ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍການເຂົ້າຮ່ວມຂອອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມດ້ວຍ ທ່ານ ໂກບາຢາຊິ ມິຢາໂກະ ຫົວໜ້າອົງການໄຈກ້າ (JICA) ປະຈໍາລາວ, ທ່ານຫົວໜ້າກົມການບິນ, ຫົວໜ້າກອງສະໜາມບິນລາວ, ຫົວໜ້າກອງຈາລະຈອນທາງອາກາດລາວ ແລະ ຕາງໜ້າຈາກກົມກອງຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະໜາມບິນສາກົນວຽງຈັນ(ວັດໄຕ) ເລີ່ມເປີດນຳໃຊ້ໃນປີ 1960 ມີບົດບາດຍຸດທະສາດສຳຄັນໃນຖານະເປັນປະຕູເສດຖະກກິດ-ການຄ້າ ແລະ ສູນກາງການຂົນສົ່ງ ທາງອາກາດ ທີ່ເຊື່ອມໂຍງພາຍໃນ ແລະ ຕ່າງປະເທດ ຂອງ ສປປ ລາວ.


ການປັບປຸງ ແລະ ຂະຫຍາຍສະໜາມບິນໃນຄັ້ງນີ້, ບໍ່ພຽງແຕ່ເປັນການແກ້ໄຂຄວາມແອອັດຂອງຜູ້ໂດຍສານ ແລະ ຍົກລະດັບຄວາມສາມາດໃນການຮອງຮັບຖ້ຽວບິນເທົ່ານັ້ນ, ແຕ່ຍັງຖືເປັນການຍົກລະດັບມາດຕະຖານຄວາມປອດໄພຂອງການບິນ ໃຫ້ສອດຄ່ອງກັບລະບຽບການສາກົນຢ່າງຄົບຖ້ວນ. ພ້ອມດຽວກັນນັ້ນ, ຍັງມຸ່ງຫວັງທີ່ຈະນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ວິສະວະກຳທີ່ໄດ້ມາດຕະຖານ ເຂົ້າມາປັບປຸງພື້ນຖານໂຄງລ່າງໃຫ້ມີຄວາມສະຫງ່າຜ່າເຜີຍ, ສ້າງຄວາມປະທັບໃຈ ແລະ ຮັບປະກັນຄວາມສະດວກສະບາຍສູງສຸດໃຫ້ແກ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ ທີ່ມາໃຊ້ບໍລິການສະໜາມບິນແຫ່ງນີ້.


ໂຄງການປັບປຸງສະໜາມບິນສາກົນວຽງຈັນ(ວັດໄຕ) ແມ່ນໜຶ່ງໃນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ແລະ ຍີ່ປຸນ ທີ່ມີສາຍພົວພັນການຮ່ວມມືກັນຢ່າງແໜ້ນແຟ້ນມາເປັນເວລາ 60 ປີ ໂດຍຜ່ານຮູບແບບການຊ່ວຍເຫຼືອລ້າ, ເງິນກຸ້ຢືມເພື່ອການພັດທະນາ (ODA) ແລະ ອີງຕາມແຜນພັດທະນາສະໜາມບິນ ໂດຍອົງການຮ່ວມມືສາກົນຍີ່ປຸ່ນ (JICA), ຂອບເຂດຂອງການປັບປຸງຄື: ການພັດທະນາທາງແລ່ນ (Runway), ທາງຂັບ (Taxiway), ລານຈອດເຮືອບິນ, ອາຄານຜູ້ໂດຍສານ ອຸປະກອນຄວາມປອດໄພດ້ານການບິນ, ລະບົບຄວບຄຸມການຈະລາຈອນທາງອາກາດ, ການສ້າງຂີດຄວາມສາມາດ, ພັດທະນາບຸກຄະລາກອນໃນຂະແໜງການບິນໃຫ້ມີຄວາມຊ່ຽວຊານໃຫ້ທຽບເທົ່າກັບສາກົນ.

LEAVE A REPLY

Please enter your comment!
Please enter your name here