25.7 C
Vientiane
Tuesday, September 15, 2026
Home ກະເສດລ້ຽງຊີບ ກະສິກໍາລາວກ້າວສູ່ຍຸກດິຈິຕອນດ້ວຍລະບົບ AGROLINK

ກະສິກໍາລາວກ້າວສູ່ຍຸກດິຈິຕອນດ້ວຍລະບົບ AGROLINK

0
682

ການຜະລິດກະສິກໍາລາວ ໃນໄລຍະຜ່ານມາແມ່ນຖືກຈັດຕັ້ງປະຕິບັດ ແບບກະຈາຍຕົວໄປໃນເຂດ ຫຼື ຊຸມຊົນທີ່ມີທ່າແຮງ ເຮັດໃຫ້ຜົນຜະລິດບາງເຂດເຫຼືອບາງເຂດບໍ່ພຽງພໍ ກາຍເປັນສິ່ງທ້າທາຍ ດ້ານຂໍ້ມູນວິເຄາະ, ກະຊວງກະສິກໍາ ຫຼິ່ງເຫັນໄດ້ ບັນຫາດັ່ງກ່າວຈຶ່ງຮ່ວມກັບ  AIDC ພັດທະນາລະບົບ AGROLINK ເພື່ອມາປົດລັອກຫຼາຍບັນຫາທີ່ເກີດຂຶ້ນໃນການຜະລິດກະສິກໍາຂອງລາວເຮົາ.

ໃນວັນທີ 28 ພຶດສະພາ 2026 ທີ່ໂຮງແຮມ ອໍາມາຣີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ເປີດໂຕການນໍາໃຊ້ AGROLINK ເພື່ອການຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກໍາ ເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ທ່ານ ປອ. ເພັດ ພົມພິພັກ, ຫົວຫນ້າຫ້ອງວ່າການສູນກາງພັກ, ທ່ານ ປອ. ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ມີຫົວຫນ້າ, ຮອງຫົວຫນ້າ ຫ້ອງການ, ກົມ, ສະຖາບັນ; ປະທານ ບໍລິສັດ AIDC ເຂົ້າຮ່ວມ.

ທ່ານ ປອ ລິນຄໍາ ດວງສະຫວັນ ໄດ້ກ່າວວ່າ: ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ປະກອບສ່ວນ ໃນໂຄງປະກອບເສດຖະກິດຂອງຊາດ, ຊຶ່ງໃນໄລຍະ 5 ປີຜ່ານມາ ການ ຜະລິດກະສິກໍາ ມີການຂະຫຍາຍຕົວ ສະເລ່ຍ 2.9% ຕໍ່ປີ ລື່ນແຜນການທີ່ສະພາແຫ່ງຊາດຮັບຮອງ 0.4% (ສະພາແຫ່ງຊາດຮັບຮອງ 2.5%), ໄດ້ປະກອບສ່ວນ ເຂົ້າໃນລວມຍອດຜະລິດຕະພັນພາຍໃນ ສະເລ່ຍ 19.4%. ໃນນັ້ນ ການຂະຫຍາຍຕົວ ຂອງແຕ່ລະຂະແໜງ ການຍ່ອຍປະກອບມີ ປູກຝັງ 1.82%, ລ້ຽງສັດ 3.6%, ປ່າໄມ້ 4.30% ແລະ ປະມົງ 3.3%; ມູນຄ່າການສົ່ງອອກ 5 ປີຜ່ານມາ ສາມາດບັນລຸໄດ້ 8,200 ລ້ານກວ່າ ໂດລາສະຫະລັດ ຫຼື ສະເລ່ຍ ເທົ່າກັບ 1,600 ລ້ານກວ່າ ໂດລາສະຫະລັດຕໍ່ປີ ບັນລຸລື່ນແຜນການ 37% (ແຜນການ ແມ່ນ 1,200 ລ້ານ ໂດລາສະຫະລັດຕໍ່ປີ); ສໍາລັບປີ 2025 ສາມາດສົ່ງອອກສິນຄ້າ ກະສິກໍາ ແລະ ປ່າໄມ້ໄດ້ 1,800 ລ້ານກວ່າ ໂດລາສະຫະລັດ ບັນລຸລື່ນແຜນທີ່ສະພາຮັບຮອງ 20% (ແຜນ 1,500 ລ້ານ ໂດລາສະຫະລັດ).

ສໍາລັບປີ 2026, ມາຮອດປັດຈຸບັນ ສາມາດສົ່ງອອກ ໄດ້ປະມານ 792 ລ້ານ ໂດລາສະຫະລັດ ເທົ່າກັບ 41.7% ຂອງແຜນການປີ (1.9 ຕື້ໂດລາສະຫະລັດ), ສິນຄ້າທີ່ພົ້ນເດັ່ນ ແມ່ນ ໝາກກ້ວຍ, ມັນຕົ້ນ, ຢາງພາລາ, ສາລີແຂງ, ກາເຟ, ໝາກໂມ ເປັນຕົ້ນ.

ເຖິງແມ່ນວ່າ ໃນໄລຍະຜ່ານມາ ພວກເຮົາສາມາດ ສົ່ງອອກສິນຄ້າ ບັນລຸໄດ້ເກີນແຜນກໍ່ຕາມ, ແຕ່ໃນ ຂອດການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນ ຂະບວນການໃນການ ສົ່ງອອກ ຍັງມີຫຼາຍຂັ້ນຕອນ, ລະບົບລາຍງານ ຂໍ້ມູນການສົ່ງອອກ ຍັງບໍ່ເອກະພາບກັນ ແຕ່ຖ້າທຽບໃສ່ຕົວ ເລກຈໍານວນນໍ້າໜັກຂອງຜົນຜະລິດ ແລະ ມູນຄ່າຂອງການສົ່ງອອກ ເຫັນວ່າ ຍັງບໍ່ທັນສົມຄູ່ກັນ (ການສົ່ງ ອອກຫຼາຍ ແຕ່ການຈົດບັນທຶກມູນຄ່າ ຍັງຕໍ່າກວ່າຄວາມເປັນຈິງ) ແລະ ບັນຫາອື່ນໆ.

ທ່ານກ່າວວ່າ: ເພື່ອເປັນການແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆ ແມ່ນຈໍາເປັນຕ້ອງໄດ້ມີການນໍາໃຊ້ ລະບົບທີ່ທັນ ສະໄໝ ເຂົ້າມາຊ່ວຍໃນການຄຸ້ມຄອງ, ບັນທຶກລາຍງານ, ກວດກາຕິດຕາມ ແລະ ເຂົ້າເຖິງຂໍ້ມູນການນໍາ ເຂົ້າສົ່ງອອກສິນຄ້າກະສິກໍາ. ສະນັ້ນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈຶ່ງໄດ້ຮ່ວມມືກັບ ບໍລິສັດ AIDC ໃນການພັດທະນາ ລະບົບ AGRO-LINK ຊຶ່ງລະບົບດັ່ງກ່າວ ຈະຊ່ວຍໃຫ້ພວກເຮົາສາມາດ ຕິດຕາມການນໍາເຂົ້າສົ່ງອອກສິນຄ້າກະສິກໍາໄດ້ ແລະ ມີຄວາມເປັນເອກະພາບກັບຂະແໜງການກ່ຽວຂ້ອງ, ລາຍງານຂໍ້ມູນໄດ້ທັນເວລາ ແລະ ທັງເປັນການຫຼຸດຕົ້ນທຶນ, ປະຢັດເວລາ ແລະ ຫຼຸດຂອດຂັ້ນ ຂອງຜູ້ປະກອບການ ໃນຂະບວນການດໍາເນີນການສົ່ງອອກສິນຄ້າກະສິກໍາ.

LEAVE A REPLY

Please enter your comment!
Please enter your name here