ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກໃຫ້ຄະນະລັດຖະບານ ຊຸດທີ X ຕ້ອງຂຸ້ນຂ້ຽວປັບປຸງກົນໄກເຮັດວຽກ ທີ່ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ການປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນສູງ.
ໃນຕອນເຊົ້າວັນທີ 31 ມີນາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະລັດຖະບານ ຊຸດທີ X.
ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໜັກ ໃຫ້ຄະນະລັດຖະບານ ຊຸດທີ X ເອົາໃຈໃສ່ຕໍ່ບັນດາວຽກງານຈຳນວນໜຶ່ງຕື່ມ ຄື:
1. ຕ້ອງຂຸ້ນຂ້ຽວປັບປຸງກົນໄກເຮັດວຽກ ທີ່ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ ການປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຕິບັດບັນດາວຽກງານ ທີ່ວາງອອກ ໃຫ້ເກີດດອກອອກຜົນເປັນທີ່ປະຈັກຕາ;
2. ຕ້ອງບຸກທະລຸ ໃນການຫັນເປັນທັນສະໄໝ, ຊຶ່ງບັນຫານີ້ ຕ້ອງໄດ້ເລັ່ງລັດ ປະຕິບັດໃຫ້ປະກົດຜົນເປັນຈິງໂດຍໄວ;
3. ຕ້ອງບຸກທະລຸຫັນປ່ຽນແບບແຜນວິທີເຮັດວຽກຂອງລັດຖະບານ ໂດຍສະເພາະ ການພົວພັນປະສານວຽກງານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍໃຫ້ມີການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນ ແຕ່ລະໄລຍະ; ຕ້ອງຍົກລະດັບໃຫ້ສະມາຊິກລັດຖະບານ ເປັນຜູ້ກ້າປະດິດສ້າງ, ກ້າສະເໜີຄວາມຄິດໃໝ່ໆ ຕໍ່ຂັ້ນເທິງພິຈາລະນາ ບົນພື້ນຖານການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ປະກົດຜົນເປັນຈິງ ທີ່ສາມາດຈັບຕ້ອງໄດ້;
4. ລັດຖະບານຊຸດທີ X ຕ້ອງໄດ້ເຂັ້ມງວດໃນການປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງກົນໄກເຮັດວຽກ ຂອງກະຊວງ, ອົງການທຽບເທົ່າ ແລະ ຂອງທ້ອງຖິ່ນ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ຂອງວຽກງານ ທີ່ຮັບຜິດຊອບ.
5. ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ເປັນຕົ້ນ ບັນຫານໍ້າມັນເຊື້ອໄຟ, ອັດຕາເງິນເຟີ້-ຮັກສາສະຖຽນລະພາບຄ່າຂອງເງິນກີບ, ຮັກສາສະຖຽນລະພາບຂອງຄັງເງິນແຫ່ງຊາດ ແລະ ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ; ເລັ່ງລັດໂຄງການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ຜະລິດເພື່ອສົ່ງອອກ; ຄົ້ນຄວ້າສົ່ງເສີມການຜະລິດສິນຄ້າທີ່ມູນຄ່າສູງ, ຕົ້ນທຶນ ແລະ ຄ່າຂົນສົ່ງຕໍ່າ; ປັບປຸງປົວແປງເສັ້ນທາງທີ່ມີລັກສະນະເປັນອຳມະພາດ, ປັບປຸງປົວແປງເສັ້ນທາງຍຸດທະສາດ ໃຫ້ກາຍເປັນວຽກບຸລິມະສິດຂອງລັດຖະບານ; ປະຕິບັດບັນດາໂຄງການລະດັບໃຫຍ່ ທີ່ເປັນກໍາລັງແຮງໃຫ້ແກ່ອະນາຄົດ ດ້ວຍຫຼາຍຮູບແບບການລົງທຶນ ແລະ ມີຄວາມວ່ອງໄວ; ເລັ່ງປະຕິຮູບລັດວິສາຫະກິດໃຫ້ເດີນໜ້າ ຢ່າງເປັນຮູບປະທໍາ; ແກ້ໄຂບັນຫາໜີ້ສິນສາທາລະນະ ໃຫ້ໄດ້ຕາມແຜນທີ່ວາງໄວ້; ເລັ່ງທວງເອົາໜີ້ທີ່ຕ້ອງຮັບ ຢ່າງເຂັ້ມງວດ-ເດັດຂາດ; ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນໃຫ້ຜູ້ລົງທຶນ ຕ້ອງແກ້ໄຂຢ່າງຂາດຕົວ; ສ້າງແຜນຮອງຮັບ ໄລຍະຂ້າມຜ່ານ ໄປສູ່ການອອກຈາກສະຖານະພາບດ້ອຍພັດທະນາ ແຕ່ນີ້ ເຖິງປີ 2029 ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃຫ້ໄດ້ຫຼາຍ.
6. ກວດກາຄືນທັງໝົດບັນດາໂຄງການລົງທຶນ ຂອງພາຍໃນ ແລະ ຕ່າງປະເທດ ທີ່ອະນຸມັດໄປແລ້ວ ໂດຍເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ; 7. ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດ ຢ່າງຕໍ່ເນື່ອງ






