27.5 C
Vientiane
Tuesday, September 15, 2026
Home ທ່ອງທ່ຽວ ເປີດແຫຼ່ງທ່ອງທ່ຽວທາງທໍາມະຊາດ“ ຂຸນກອງແລງ ”

ເປີດແຫຼ່ງທ່ອງທ່ຽວທາງທໍາມະຊາດ“ ຂຸນກອງແລງ ”

0
594

ພິທີເປີດແຫຼ່ງທ່ອງທ່ຽວ ແລະ ເຂດທ່ອງທ່ຽວນິເວດວິທະຍາ “ຂຸນກອງແລງ” ໄລຍະທີ 1 ມີຂຶ້ນໃນວັນທີ 20 ມີນາ 2026 ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ທ່ານ ພັນທະຈິດ ອິນທິລາດ ປະທານກຸ່ມບໍລິສັດ INTRA Group ກ່າວວ່າ : ໂຄງການນີ້ເປັນແຫຼ່ງທ່ອງທ່ຽວ ແນວອະນຸລັກທຳມະຊາດແບບຍືນຍົງ ແລະ ສີຂຽວ ໂດຍເນັ້ນການມີສ່ວນຮ່ວມຂອງຊຸມຊົນເປັນຫຼັກ. ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄຳມ່ວນ ມີເນື້ອທີ່ພັດທະນາປະມານ 80 ເຮັກຕາ, ເຂດອະນຸລັກຟອດຊິວ 350 ເຮັກຕາ ແລະ ເຂດອະນຸລັກປົກປັກຮັກສາ ແລະ ຟື້ນຟູປ່າຕົ້ນນໍ້າ25,000 ກວ່າເຮັກຕາ.

ເຖິງແມ່ນໂຄງການຈະໄດ້ປະສົບກັບອຸປະສັກຫຼາຍປະການ ໂດຍສະເພາະການລະບາດຂອງໂຄວິດ-19 ແຕ່ດ້ວຍການນໍາພາຂອງພັກ-ລັດ ແລະ ການຮ່ວມມືຈາກທຸກພາກສ່ວນ ໄດ້ເຮັດໃຫ້ໂຄງການດຳເນີນໄປໄດ້ຢ່າງສຳເລັດ.

ສຳລັບໄລຍະທີ 1 ນີ້ ໄດ້ພັດທະນາເຮືອນພັກ 108 ຫຼັງ, ຮ້ານອາຫານ ແລະ ຄລັບເຮົາສ໌ 4 ແຫ່ງ ພ້ອມກິດຈະກຳທ່ອງທ່ຽວຫຼາຍ ກວ່າ 30 ກິດຈະກໍາ ສາມາດຮອງຮັບນັກທ່ອງທ່ຽວໄດ້ປະມານ 3,000 ຄົນ/ມື້ ແລະ ແຂກພັກຄ້າງຄືນໄດ້ 300 ຄົນ/ມື້ ໂດຍມີເປົ້າໝາຍຮອງຮັບນັກທ່ອງທ່ຽວໃຫ້ໄດ້ເຖິງ 1 ລ້ານຄົນຕໍ່ປີ.

ພິເສດ, ເຂດນີ້ຍັງໄດ້ຄົ້ນພົບຖໍ້າຫຼາຍກວ່າ 20 ແຫ່ງທີ່ສວຍງາມ ແລະ ອຸດົມສົມບູນ, ການຄົ້ນພົບຟອດຊິວທີ່ຊາກພືດ ແລະ ສັດມີອາຍຸກວ່າ 500 ລ້ານປີໃນພູເຂົາ ຖືເປັນຄໍາສັນຍາສໍາຄັນຂອງສວນສາທາລະນະທໍລະນີວິທະຍາສາດແຫ່ງຊາດ.

ນອກຈາກນີ້, ໂຄງການຍັງໄດ້ສ້າງວຽກງານໃຫ້ປະຊາຊົນກວ່າ 300 ກວ່າຕໍາແໜ່ງ ຊ່ວຍຍົກລະດັບລາຍໄດ້ ແລະ ຊຸກຍູ້ເສດຖະກິດທ້ອງຖິ່ນໃຫ້ເຕີບໂຕ. ໃນອະນາຄົດ, ທາງໂຄງການຍັງມີແຜນພັດທະນາເພີ່ມຕື່ມ ເຊັ່ນ: ໂຮງແຮມ, ສະໜາມກ໋ອຟ 18 ຫຼຸມ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເພື່ອຍົກລະດັບໃຫ້ເປັນສູນກາງທ່ອງທ່ຽວໃນພາກກາງຂອງປະເທດ.

LEAVE A REPLY

Please enter your comment!
Please enter your name here