ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໄດ້ຈັດງານປະມູນປ້າຍທະບຽນພາຫະນະທາງບົກຂຶ້ນໃນວັນທີ 14 ມີນາ 2026 ທີ່ສູນການຄ້າລາວໄອເຕັກເປັນປະທານຂອງທ່ານ ບຸນຍະວັດ ນິຣະໄຊ໌ ຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ ຫົວໜ້າຄະນະປະມູນປ້າຍທະບຽນພາຫະນະທາງບົກ, ທ່ານ ພັນເອກ ຫຼຽນຄໍາ ອ່ອນດາວົງ ຮອງກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ທ່ານ ພຸດທະເສນ ສິນທະວົງ, ທ່ານ ປອ ສົມໃຈຫວັງ ເດດອຸດົມ, ທ່ານ ທະວີໄຊ ໄຊປະເສີດ ຮອງຫົວໜ້າພະແນກ ຍທຂ ນວ ແລະ ຄະນະກໍາມະການ ໃນການປະມູນປ້າຍທະບຽນພາຫະນະທາງບົກ ພ້ອມດ້ວຍ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ບຸນຍະວັດ ນິຣະໄຊ໌ ໄດ້ກ່າວໃນພິທີວ່າ: ການປະມູນໃນຄັ້ງນີ້ ເປັນຄັ້ງທີ 2 ເຊິ່ງຄັ້ງທີ 1 ຈັດຂຶ້ນໃນປີ 2025 ຜ່ານມາ, ການປະມູນຄັ້ງນີ້ ໂດຍປະຕິບັດຕາມ ຕາມຂໍ້ຕົກລົງ ຂອງທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 25674/ຍທຂ, ລົງວັນທີ 20 ກັນຍາ 2024 ວ່າດ້ວຍ ການປະມູນເລກປ້າຍທະບຽນຍານພາຫະນະທາງບົກ. ສະນັ້ນ, ຄະນະກໍາມະການພວກເຮົາຈຶ່ງໄດ້ອອກໜັງສືແຈ້ງເຊີນບັນທ່ານຜູ້ສົນໃຈເຂົ້າຮ່ວມການປະມູນເລກປ້າຍທະບຽນງາມໃນຄັ້ງນີ້ຂຶ້ນ.
ການປະມູນໃນຄັ້ງນີ້ເປັນການປະມູນເປີດກວ້າງ (ໂປ່ງໃສ ແລະ ຍຸຕິທໍາ ) ເພື່ອເຮັດໃຫ້ບັນດາທ່ານຜູ້ທີ່ເຂົ້າຮ່ວມງານປະມູນປ້າຍໃນມື້ນີ້ ສາມາດສະເໜີ ລາຄາການແຂ່ງຂັນ ການປະມູນ ເລກປ້າຍທະບຽນທີ່ຕົນເອງມັກ-ຮັກ ແລະ ຕ້ອງການໄດ້ມາຄອບຄອງ ປະກອບມີປ້າຍເອກະຊົນຕ່າງດ້າວ, ປ້າຍທຸລະກິດ 100% ແລະ ປ້າຍເອກະຊົນລາວ, ບໍ່ວ່າຈະເປັນເລກລຽງ, ເລກເປົາ ແລະ ເລກຄູ່ກັນ ຈໍານວນ 264 ປ້າຍ. ນອກຈາກນີ້ພວກເຮົາຍັງມີຕົວເລກປ້າຍ ສາມໂຕໜ້າຄືກັນ ແລະ ສາມໂຕຫຼັງຄືກັນ ໄວ້ໃຫ້ທ່ານທີ່ສົນໃຈຕື່ມອີກໃນງານມື້ນີ້.

ສໍາລັບ ງົບປະມານທີ່ໄດ້ຮັບຈາກການປະມູນ ປ້າຍທະບຽນພາຫະນະທາງບົກໃນຄັ້ງນີ້ ແມ່ນຈະໄດ້ມອບເຂົ້າກອງທຶນທາງ ເພື່ອນໍາໃຊ້ເຂົ້າໃນການບູລະນະສ້ອມແປງທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ, ແກ້ໄຂການສັນຈອນແອອັດ ແລະ ບັນດາກິດຈະກໍາຕ່າງໆ ຕາມທ້ອງຖະໜົນໃນຂອບເຂດ ນະຄອນຫຼວງວຽງຈັນ.
ສໍາລັບການປະມູນປ້າຍຄັ້ງນີ້ ແມ່ນປະສົບຜົນສໍາເລັດຕາມລະດັບຄາດໝາຍ ມີບັນດາພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ, ຜູ້ປະກອບການຊາວຕ່າງປະເທດ ເຂົ້າຮ່ວມເປັນຂະບວນຟົດຟື້ນ.






