25.7 C
Vientiane
Tuesday, September 15, 2026
Home ທ່ອງທ່ຽວ ເມືອງມໍລະດົກໂລກ ຫຼວງພະບາງ ກຳນົດ 10 ວັນ ຈະຈັດບຸນປີໃໝ່ລາວ ສົ່ງເສີມວັດທະນະທໍາ ແລະ​ ຮີດຄອງປະເພນີ ດຶງດູດການທ່ອງທ່ຽວ

ເມືອງມໍລະດົກໂລກ ຫຼວງພະບາງ ກຳນົດ 10 ວັນ ຈະຈັດບຸນປີໃໝ່ລາວ ສົ່ງເສີມວັດທະນະທໍາ ແລະ​ ຮີດຄອງປະເພນີ ດຶງດູດການທ່ອງທ່ຽວ

0
609

ຕອນບ່າຍວັນທີ່ 12 ມີນາ, ທ່ານ ສະເຫວີຍ ສີລາວັນ ປະທານຄະນະກໍາມະການປົກຄອງ ນະຄອນ ຫຼວງພະບາງ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານບຸນປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ວ່າ: ໃນປີ 2026 ນີ້,ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ຈະໄດ້ຈັດຫຼາຍກິດຈະກຳ ໃນລະຫວ່າງວັນທີ່ 11 ຫາ ວັນທີ່ 20 ເມສາ. ມາຮອດປັດຈຸບັນ ໄດ້ສຳເລັດການປຶກສາຫາລື ໃນການກະກຽມວຽກງານແຕ່ລະດ້ານ ແລະ ໄດ້ມອບໝາຍແຕ່ລະວຽກ ໃຫ້ແຕ່ລະອານຸກຳມະການ ດຳເນີນການຈັດຕັ້ງປະຕິບັດໜ້າວຽກທີ່ຕົນຮັບຜິດຊອບ, ໂດຍໄດ້ສ້າງແຜນລາຍການເຄື່ອນໄຫວບຸນ, ລະບຽບການຫຼິ້ນບຸນ, ຂະບວນແຫ່ ໃນພິທີແຫ່ຫວໍ່ ແລະ ພິທີອະຣາດທະນາອັງເຊີນພະບາງລົງຫົດສົງ, ຕິດພັນກັບວຽກງານອັນເລັ່ງດ່ວນທີ່ສຸດ ຄືວຽກການລະດົມທຶນ ແລະ ວຽກງານປຸກລະດົມ-ຮັບສະໝັກນາງສາວງາມ ເຂົ້າປະກວດນາງສັງຂານ, ເພື່ອໃຫ້ສັງຄົມໄດ້ມີສ່ວນຮ່ວມ ກັບງານບຸນປະເພນີ.

ທ່ານ ສະເຫວີຍ ສີລາວັນ ໃຫ້ຮູ້ຕື່ມວ່າ: ບຸນປີໃໝ່ລາວ ເປັນບຸນປະເພນີທີ່ສໍາຄັນຂອງຄົນລາວ ແລະ ເປັນປາງບຸນໃຫຍ່ ທີ່ໄດ້ສະເຫຼີມສະຫຼອງກັນທົ່ວປະເທດ ຕັ້ງແຕ່ເໜືອຕະຫຼອດໃຕ້ ໂດຍທົ່ວໄປເລີ່ມແຕ່ວັນທີ 14 ຫາ 16 ຂອງເດືອນເມສາ ຊຶ່ງເປັນເດືອນທີ່ອາກາດຮ້ອນອົບເອົ້າໃນຮອບປີ ຈິ່ງໄດ້ມີການຫົດສົງນໍ້າ ເພື່ອເປັນການລ້າງຊ່ວຍ ອວຍພອນເຊິ່ງກັນ ແລະ ກັນ ເອົາສິ່ງທີ່ບໍ່ດີໃຫ້ໝົດໄປໃນປີເກົ່າ.

ສະເພາະນະຄອນຫຼວງພະບາງ ເມືອງມໍລະດົກໂລກ ຈະມີກິດຈະກໍາທີ່ຫຼາກຫຼາຍໃນແຕ່ລະປີ ເພື່ອດຶງດູດນັກທ່ອງທ່ຽວ ສໍາພັດວັດທະນະທໍາ ແລະ ຮີດຄອງປະເພນີດັ່ງເດີມ, ອັນພົ້ນເດັ່ນແມ່ນ:

-ການໂລະລາດ ຕະຫຼາດນັດແບບມວນຊົນ,

-ການແຫ່ຊ້າງຮຽງເກີຍ,

-ຕົບພະທາດຊາຍທີ່ດອນຊາຍມຸງຄຸນ,

-ການສະຫຼອງບຸນປະເພນີ ປີໃໝ່ຂອງຊົນເຜົ່າລື້ຢູ່ບ້ານຜານົມ,

-ການແຫ່ຫວໍ່,

-ການແຫ່ຮູບຈໍາລອງພະຍານາກ ແຕ່ພະທາດຈອມສີ ລົງມາເຂົ້າສູ່ໜອງໃນຫໍພິພິດທະພັນແຫ່ງຊາດ ຫຼື ພະລາດຊະວັງເກົ່າ,

-ພິທີອາລາດທະນາອັງເຊີນພະບາງລົງຫົດສົງ ແລະ ອື່ນໆ. ໂອກາດນີ້, ທ່ານໄດ້ເຊີນຊວນປະຊາຊົນບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມບັນດາກິດຈະກຳ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ຮັບຮອງວ່າທ່ານຈະໄດ້ສຳພັດ ກັບວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາວຫຼວງພະບາງ ທີ່ສືບທອດກັນມາແຕ່ບູຮານນະການ ຢ່າງບໍ່ມີວັນຫຼົງລືມ.

LEAVE A REPLY

Please enter your comment!
Please enter your name here