ເທສະການດອກງິ້ວບານ ປະຈຳປີ 2026 ເລີ່ມຈັດຂຶ້ນແຕ່ວັນທີ 17-31 ມັງກອນ 2026 ຢູ່ທີ່ດອນຊາວ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອສຳຜັດກັບກິດຈະກຳ ແລະ ຄວາມງົດງາມຂອງດອກງິ້ວປ່າ ຊົມກິ່ນອາຍວັດທະນະທຳດິນແດນແຂວງບໍ່ແກ້ວ.
ພາຍໃນງານຈະມີຫຼາກຫຼາຍກິດຈະກຳເຊັ່ນ: ການປະກວດນາງສາວດອກງິ້ວບານ, ຕະຫຼາດນັດສະແດງສິນຄ້າເຄື່ອງອຸປະໂພກ ບໍລິໂພກ, ງານສະແດງສິລະປະວັນນະຄະດີສາກົນສາມຫຼ່ຽມຄຳສັນຕິພາບ, ການສະແດງສິລະປະວັນນະຄະດີລາວ ແລະ ກິດຈະກຳອື່ນໆອີກທີ່ໜ້າສົນໃຈ.
ພິເສດໃນງານນີ້ ທ່ານສາມາດເຂົ້າພັກໂຮງແຮມສວນດອກງິ້ວໄດ້ໃນລາຄາສຸດພິເສດໂດຍເຂົ້າພັກ 1 ຄືນ/ຫ້ອງ ໃນລາຄາພຽງ 350.000 ກີບ ຫລຶ 100 ຢວນ ຕັ້ງແຕ່ວັນທີ 1 ມັງກອນ ຫາ 30 ມິຖຸນາ 2026.
ນອກຈາກນີ້ທີ່ສະໜາມກ໊ອຟພູກິ່ວລົມຍັງມີກິດຈະກຳການຂີ່ມ້າຊົມທິວທັດທຳມະຊາດທີ່ອຸດົມສົມບູນ ແລະ ງົດງາມ ພຽງຄົນລະ350.000 ກີບ ຫລຶ 100 ຢວນ .
ນອກຈາກກິດຈະກຳຕ່າງໆທີ່ກ່າວມານີ້ພາຍໃນງານກໍ່ຍັງຈະມີການມອບສິດພິເສດໃຫ້ແກ່ຜູ້ເຂົ້າຮ່ວມງານໃນຄັ້ງນີ້ເປັນຕົ້ນແມ່ນ: ຈະມີການແຈກເຄື່ອງດື່ມ-ອາຫານໃຫ້ແກ່ຜູ້ທີ່ເຂົ້າຮ່ວມງານໃນວັນທີ 30 ມັງກອນ ແລະ ໃນວັນທີ 31 ມັງກອນ ຈະມີຄອນເສີດ “ລາວ-ຈີນ ຄວາມຮັກແພງສະນິດສະໜົມແບບຄອບຄົວດຽວກັນ” ພ້ອມທັງມີເຄື່ອງດື່ມໃຫ້ຟຣີຢູ່ພາຍໃນງານ ແລະ ຈະມີກິດຈະກຳຖ່າຍຮູບ ຫຼື ວີດີໂອກ່ຽວກັບງານເທດສະການດອກງິ້ວບານແລ້ວໂພສລົງຊ່ອງທາງໂຊຊຽວ ຈະສາມາດລຸ້ນຊິງລາງວັນ
ງານຕະຫຼາດນັດວາງສະແດງສິນຄ້າ ໄດ້ເປີດຂຶ້ນຢ່າງເປັນທາງການ ຕັ້ງແຕ່ວັນທີ 17 ມັງກອນ 2026 ໂດຍພາຍໃນງານມີສິນຄ້າ ອາຫານ, ເຄື່ອງໃຊ້ ແລະ ກິດຈະກຳຫຼາກຫຼາຍໃຫ້ພໍ່ແມ່ປະຊາຊົນໄດ້ເລືອກຊົມ, ເລືອກຊື້ ແລະ ເຂົ້າຮ່ວມຢ່າງເພີດເພີນ.
ພິເສດໃນປີນີ້ເນື່ອງໃນວາລະ ປີມ້າປີແຫ່ງຄວາມສຳເລັດ ພາຍໃນງານຍັງມີມາສຄັອດມ້າຢູ່ຕາມຈຸດຕ່າງໆ ເພື່ອສ້າງບັນຍາກາດໃຫ້ມີບັນທຶກໃຈ ແລະ ມ່ວນຊື່ນ.
ການປະກວດນາງສາວດອກງິ້ວບານ ຈະຖືກຈັດຂຶ້ນຢ່າງເປັນທາງການ ໃນວັນທີ 30–31 ມັງກອນ
ສະນັ້ນຂໍເຊີນຊວນບັນດາທ່ານເຂົາຮ່ວມເບີກບານມ່ວນຊື່ນ ແລະ ສ້າງຊ່ວງເວລາອັນໜ້າປະທັບໃຈນີ້ໄປນຳກັນ.






