“ງານເທສະການດອກງິ້ວບານ ຄັ້ງທີ 23” ລ ຈະມີຂຶ້ນະຫວ່າງ ວັນທີ 30 ຫາ 31 ມັງກອນ 2026 ຈັດຂຶ້ນໂດຍ ແຂວງບໍ່ແກ້ວ ແລະ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໂດຍມີກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ເປັນຜູ້ຮັບຈັດງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

ເທສະການດອກງິ້ວບານ ປີນີ້ຈະເປັນການປະສົມປະສານ ການຄ້າ, ສິລະປະ ແລະ ວັດທະນະທຳພື້ນເມືອງ, ໂດຍມີຈຸດປະສົງເພື່ອຈັດງານເທດສະການທີ່ມີຄວາມຫຼາກຫຼາຍ. “ຕະຫຼາດນັດວັດທະນະທຳ” ຈະເລີ່ມຕົ້ນຂຶ້ນໃນວັນທີ 17 ມັງກອນ ຢູ່ດອນຊາວຈະມີການວາງສະແດງສິນຄ້າຜະລິດຕະພັນທ້ອງຖິ່ນຈົນຮອດທ້າຍເດືອນ, ເຊິ່ງໃຫ້ນັກທ່ອງທ່ຽວໄດ້ຮັບປະສົບການທີ່ເລິກເຊິ່ງໃນວິຖີຊີວິດ ແລະ ວັດທະນະທຳຂອງລາວ.

ແຕ່ວັນທີ 30 – 31 ມັງກອນ ແມ່ນຈະໄດ້ມີການສະເຫຼີມສະຫຼອງເທສະການດອກງິ້ວບານ ຄັ້ງທີ 23 ຢ່າງຍິ່ງໃຫຍ່, ຈະມີກິດຈະກຳທີ່ຫຼາກຫຼາຍເປັນຕົ້ນແມ່ນ: ການປະກວດນາງງາມ “ນາງສາວດອກງິ້ວບານ” ທີ່ຈະຈັດຂຶ້ນຢູ່ເວທີສະແດງ ດອນຊາວ, ສະແດງໃຫ້ເຫັນສະເໜ່ຜູ້ຍິງລາວທີ່ທັນສະໄໝ ແລະ ຄວາມງາມແບບດັ້ງເດີມຂອງລາວ. ພ້ອມກັນນັ້ນ, ຢູ່ໂຮງແຮມດາວງີ້ວຄຳຈະມີການຈັດວາງສະແດງສິລະປະສາກົນສາມຫຼ່ຽມຄຳ ສັນຕິພາບທີ່ເປັນການບັນທຶກການປ່ຽນແປງທາງປະຫວັດສາດຜ່ານ ສິລະປະ, ເຜີຍແຜ່ວິໄສທັດຂອງການພັດທະນາ ແລະ ສັນຕິພາບ. ນອກຈາກນັ້ນ, ຍັງມີການສະແດງສິລະປະວັດທະນະທຳລາວທີ່ມີຄວາມເປັນເອກະລັກ ແລະ ງານຄອນເສີດ “ລາວ-ຈີນ ຄວາມຮັກແພງສະນິດສະໜົມແບບຄອບຄົວດຽວກັນ”ກໍຈະໄດ້ຈັດຂຶ້ນຢ່າງຄົບຖ້ວນ.

ໃນຖານະທີ່ເປັນໜຶ່ງໃນເທສະການທີ່ມີຊື່ສຽງໃນພາກເໜືອຂອງລາວ, ເທສະການດອກງິ້ວບານບໍ່ພຽງແຕ່ເປັນເວທີສຳລັບການສະແດງວັດທະນະທຳທີ່ຫຼາກຫຼາຍຂອງລາວເທົ່ານັ້ນ, ແຕ່ຍັງເປັນປ່ອງຢ້ຽມທີ່ສຳຄັນສຳລັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອສື່ສານພາບພົດຂອງຄວາມເປັນໄມຕີຈິດມິດຕະພາບທີ່ດີ, ການເປີດກວ້າງ ແລະ ຄວາມກ້າວໜ້າທີ່ທັນສະໄໝຕໍ່ໂລກພາຍນອກ.
ປັດຈຸບັນ ໄດ້ມີການກະກຽມງານສຳເລັດ ແລະ ມີຄວາມພ້ອມເປັນທີ່ຮຽບຮ້ອຍແລ້ວ, ເຂດເສດຖະກິດພິເສດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຶ່ງຂໍເຊີນຊວນນັກທ່ອງທ່ຽວ ແລະ ນັກທຸລະກິດຈາກທົ່ວໂລກມາເຕົ້າໂຮມກັນຢູ່ລຽບແຄມແມ່ນ້ຳຂອງ ເພື່ອສຳຜັດກັບບັນຍາກາດທີ່ຕື່ນເຕັ້ນໃນປີນີ້ ເຊິ່ງຈະປະສົມປະສານປະເພນີ ແລະ ຄວາມທັນສະໄໝເຂົ້າກັນຢ່າງໜ້າພາກພູມໃຈເປັນຢ່າງດີ.






