ໃນໄລຍະທີ່ປວງຊົນລາວທັງຊາດ ພວມຢູ່ໃນໄລຍະສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 50ປີ ກໍມີຂ່າວດີ ໜ້າຊື່ນຊົມນັ້ນຄື ແມ່ຍິງລາວ ສ້າງປະຫວັດສາດໜ້າໃໝ່ ໃນເວທີສາກົນ ໂດຍຄວ້າ 3 ລາງວັນໃຫຍ່ ອັນຊົງກຽດ ກັບມາໃຫ້ພໍ່ ແມ່ປະຊາຊົນລາວ ໝູ່ເພື່ອນ, ຜູ້ປະກອບການ, ນັກທຸລະກິດ, ນັກພັກດທະນາ ແລະ ປັນຍາຊົນ ໄດ້ຊື່ມຊົມປິຕິຍິນດີນໍາ ເມື່ອທ່ານນາງ ອາດີນາ ມະຫາວົງ ສາມາດຄວ້າລາງວັນ THE WORLD MADAM 2025, ລາງວັນ The World Madam ASIA 2025 ແລະ ລາງວັນ The World Madam Laos 2025 ໄດ້ຢ່າງສົມກຽດ ດ້ວຍຄຸນສົມບັດອັນໂດດເດັ່ນ ທັງດ້ານບຸກຄະລິກກະພາບ, ຄວາມຮູ້-ຄວາມສາມາດ ແລະ ບົດບາດການເປັນຜູ້ນໍາໃນສັງຄົມ.

ພິທີມອບລາງວັນ WORLD MADAM ອາຊີ ປະຈຳປີ 2025 ຫລື WORLD MADAM 2025 ASIA ANNUAL AWARDS CEREMONY ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-29 ພະຈິກ 2025 ທີ່ ສາທາລະນະລັດປະຊາຊົນຈີນ ພາຍໃຕ້ຄໍາຂວັນ “One small step for Madams, One giant leap for the World”.

ທ່ານ ນາງ ອາດີນາ ມະຫາວົງ ໄດ້ໃຫ້ສໍາພາດກັບສື່ມວນຊົນ ໃນວັນທີ 13 ທັນວາ 2025 ທີ່ໂຮງແຮມອໍາມະລີ ນະຄອນຫຼວງວຽງຈັນ ວ່າ: ການປະກວດ World Madam ເປັນການປະກວດລະດັບນານາຊາດ ທີ່ຈັດຂຶ້ນເປັນປະຈໍາທຸກປີ ເພື່ອສົ່ງເສີມບົດບາດ ແລະ ສັກກະພາບຂອງແມ່ຍິງ ທີ່ມີຄວາມພ້ອມ ທັງດ້ານບຸກຄະລິກກະພາບ, ຄວາມຮູ້, ຄຸນນະທຳ, ຄວາມສາມາດ ແລະ ຈິດໃຈການຮັບໃຊ້ສັງຄົມ ໂດຍການສ້າງໃຫ້ເພດຍິງມີຄວາມເປັນຜູ້ນໍາ ທີ່ສໍາຄັນ ແມ່ນ ເປັນການສົ່ງຕໍ່ຄວາມຮູ້ ຈາກລຸ້ນສູ່ລຸ້ນ ເພື່ອໃຫ້ຄົນລຸ້ນຫຼັງ ສາມາດ ຮັບຮູ້ປະຫວັດມູນເຊື້ອທີ່ດີງາມຂອງບັນພະບູລຸດ ບໍ່ໃຫ້ຫຼົງລືມ.

ທ່ານນາງ ອາດີນາ ມະຫາວົງ ເປັນຕົວແທນຂອງແມ່ຍິງລາວ ເຂົ້າຮ່ວມການປະກວດດັ່ງກ່າວ ແລະ ເປັນຄັ້ງທໍາອິດ ທີ່ ສປປລາວ ເຂົ້າຮ່ວມປະກວດລາຍການ The World Madam ASIA 2025 ຊຶ່ງມີຜູ້ເຂົ້າຮ່ວມຈາກຫຼາຍກວ່າ 20 ປະເທດທົ່ວໂລກ.

ໃນການເຂົ້າຮ່ວມຄັ້ງນີ້ ທ່ານໄດ້ນໍາເອົາຜ້າໄໝລາວມອນ (ຜ້າຕຸ້ມ) ທີ່ມີລວດລາຍອັນຫຼາກຫຼາຍ ຈໍານວນ 30 ຜືນ ເພື່ອນໍາໄປເປັນຂອງທີ່ລະນຶກແກ່ຜູ້ເຂົ້າຮ່ວມ, ແຕ່ເນື່ອງຈາກຈໍານວນຜູ້ເຂົ້າຮ່ວມມີຮອດ 40 ຄົນ ທ່ານຈຶ່ງໄດ້ມອບຜ້າດັ່ງກ່າວໃຫ້ແກ່ຄະນະຈັດຕັ້ງໂຄງການ, ແຕ່ທາງໂຄງການ ໄດ້ເອົາໄປຈໍາໜ່າຍ ແລະນໍາລາຍຮັບເຂົ້າສະໜັບສະໜູນກິດຈະກໍາຂອງອົງກອນ.

ໃນເວທີການປະກວດ ທ່ານນາງ ອາດີນາ ມະຫາວົງ ໄດ້ນໍາສະເໜີການຟ້ອນບົດເພງຈໍາປາເມືອງລາວ ໃນຊຸດຜ້າໄໝລາວ ທີ່ມີການປັກດິ້ງລວດລາຍຂອງແຂວງຫຼວງພະບາງ ອັນເປັນການສະທ້ອນເອກະລັກ ແລະວັດທະນະທໍາອັນງົດງາມຂອງຊາດລາວ ພ້ອມທັງການສະແດງທ່າເຕັ້ນບາສະຫຼົບ ເພື່ອສື່ຄວາມໝາຍເຖິງຄວາມແຂງແຮງ ແລະ ຄວາມສາມະຄີຂອງປະຊາຊົນລາວ.
ການຄວ້າລາງວັນ The World Madam ASIA 2025 ໃນຄັ້ງນີ້ ນັບເປັນລາງວັນລະດັບນານາຊາດຄັ້ງທໍາອິດຂອງ ສປປ ລາວ ໃນສາຍການປະກວດນີ້. ທ່ານ ນາງ ອາດີນາ ມະຫາວົງ ໄດ້ສະແດງຄວາມປື້ມປິຕິຍິນດີເປັນຢ່າງຍິ່ງ ແລະ ກ່າວວ່າ ມົງກຸດ World Madam ບໍ່ແມ່ນມົງກຸດນາງງາມ ແຕ່ເປັນສັນຍາລັກແຫ່ງຄຸນຄ່າ ແລະ ຄຸນລະສະຕີຂອງແມ່ຍິງ ໃນການອຸທິດຕົນເຮັດວຽກເພື່ອສັງຄົມ, ການເຜີຍແຜ່ວັດທະນະທໍາ ແລະການເຊື່ອມໂຍງທາງທຸລະກິດ. ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ພາກລັດ, ພາກເອກະຊົນ ແລະທຸກພາກສ່ວນ ທີ່ໄດ້ຊຸກຍູ້ ແລະໃຫ້ການສະໜັບສະໜູນ ຈົນສາມາດນໍາຊື່ສຽງ ແລະ ຄວາມພາກພູມໃຈມາສູ່ປະເທດຊາດໄດ້ໃນຄັ້ງນີ້.
ສໍາລັບ World Madam ASIA 2026 ແມ່ນຈະຈັດຂຶ້ນທີ່ປະເທດມາເລເຊຍ ທ່ານ ຍັງໄດ້ເຊີນຊວນ ບັນດາແມ່ຍິງລາວທ່ານອື່ນໆ ສະໝັກເຂົ້າປະກວດ ເຊິ່ງເຊື່ອແນ່ວ່າແມ່ຍິງລາວ ບໍ່ແພ້ຊາດໃນໃນໂລກ.






