ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025ຈະຈັດຂຶ້ນ ໃນລະຫວ່າງວັນທີ 1-5 ພະຈິກ ໂດຍຈະຈັດຫລາຍກິດຈະກຳ ທີ່ສອດຄ່ອງກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາດລາວເຮົາ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຖະແຫລງຂ່າວກ່ຽວກັບການຈັດງານບຸນທາດຫຼວງວ່າ: ບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ຈະຈັດຂຶ້ນ ເປັນເວລາ 5 ວັນ ເລີ່ມແຕ່ວັນທີ 1-5 ພະຈິກ 2025
– ວັນທີ 1 ພະຈິກ ເວລາ 16:30 ໂມງ ເປັນຕົ້ນໄປ ເປັນມື້ເລີ່ມງານ
– ວັນທີ 2 ພະຈິກ ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີ
– ວັນທີ 3 ພະຈິກ ເວລາ 16:30 ໂມງ ຈະມີພິທີສູດປະລິຕະມຸງຄຸນ ທີ່ພະທາດຫຼວງ
– ວັນທີ 4 ພະຈິກ ເວລາ 13:30 ໂມງ ຈະມີພິທີແຫ່ຜາສາດເຜິ້ງ
-ວັ ນທີ 5 ພະຈິກ ເວລາ 7:00 ໂມງ ຈະມີພິທີໃສ່ບາດຖວາຍສັງຄະທານ, ຮອດເວລາ 13:00 ໂມງ ຈະມີພິທີແຫ່ລູກຄີ ແລະ ແຂ່ງຂັນກີລາພື້ນບ້ານຕີ ຄີ. ຫຼັງຈາກນັ້ນ, ເວລາ 19:00 ໂມງ ຈະມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດ.
ບຸນນະມັດສະການພະທາດຫຼວງ ວຽງຈັນປີນີ້ ຈະຈັດຫຼາຍກິດຈະກຳ ໂດຍສະເພາະກິດຈະກຳອະນຸລັກວັດທະນະທຳອັນດີງາມ, ສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ໂດຍຈະຕົກແຕ່ງປະຕູໂຂງທາງເຂົ້າງານດ້ວຍເຄື່ອງດົນຕີມໍລະດົກວັດທະນະທໍາອັນຍອດຍິ່ງຂອງຊາດ ກໍຄືນະຄອນຫຼວງ ວຽງຈັນ ດ້ວຍແຄນ, ກອງຫາງ, ກອງທັດ, ປະດັບປະດາໄຟແສງສີຕາມເສັ້ນທາງດ້ານໜ້າປະຕູໂຂງເຂົ້າງານ; ເສັ້ນທາງເຂົ້າສະພາແຫ່ງຊາດ ຈະຕົບແຕ່ງເປັນບ່ອນຮອງຮັບມວນຊົນພັກຜ່ອນ ຈະປະດັບປະດາດອກໄຟ, ໂຄມໄຟ ແລະ ມີຈຸດຖ່າຍຮູບທີ່ສວຍງາມ.
ພ້ອມນີ້, ຍັງຈະຈັດເວທີການສະແດງສິລະປະວັດທະນະທຳທີ່ສ່ອງແສງໃຫ້ເຫັນຄຸນຄ່າວັດທະນະທຳອັນດີງາມ ເປັນຄວາມເອກອ້າງ ຂອງຊາດລາວ, ຊາວນະຄອນຫຼວງວຽງຈັນ ຄົບຮອບ 465 ປີ ຊຶ່ງຈະມີລາຍການສະແດງ ຈາກພາກສ່ວນຕ່າງໆ ທຸກໆວັນ ແຕ່ເວລາ 20:00-22:30 ໂມງ.
ພ້ອມນີ້, ຍັງຈະຈັດງານວາງສະແດງສິນຄ້າ ແລະ ຜະລິດຕະພັນ ຕົວແບບ ຢູ່ເດີ່ນທາດຫຼວງເປັນຕົ້ນງານວາງສະແດງການທ່ອງທ່ຽວ, ນະວັດຕະກຳໃໝ່, ສິນຄ້າໂອດັອບ, ສິນຄ້າຄອບຄົວຕົວແບບ, ສິນຄ້າຜະລິດຕະ ພັນພາຍໃນ ແລະ ວາງສະແດງສິນຄ້າ ຈາກປະເທດເພື່ອນມິດ. ຄາດຄະເນ ມີຫ້ອງວາງສະແດງທັງໝົດ 1,100 ຫ້ອງ. ນອກນີ້, ຍັງມີ ປະເພດສິນຄ້າພື້ນເມືອງ, ອາຫານພື້ນເມືອງ, ເຂົ້າຫລາມ-ປີ້ງໄກ່, ຕົ້ມໄກ່ ແລະ ອື່ນໆ.
ສ່ວນຢູ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ມີ 200 ຫ້ອງວາງສະແດງ, ລວມທັງໝົດ ປະມານ 2,370 ຫ້ອງວາງສະແດງ.






