25.7 C
Vientiane
Tuesday, September 15, 2026
Home ກີລາທົ່ວໄປ ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ສະໜັບສະໜູນ 400 ກວ່າລ້ານກີບ ຈັດດອກປີກໄກ່ ຊິງແຊັມທົ່ວປະເທດ 2025

ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ສະໜັບສະໜູນ 400 ກວ່າລ້ານກີບ ຈັດດອກປີກໄກ່ ຊິງແຊັມທົ່ວປະເທດ 2025

0
918

ການແຂ່ງຂັນກິລາດອກປີກໄກ່ຊິງແຊັມທົ່ວປະເທດ ຄັ້ງທີ 24 ປະຈຳປີ 2025 ຫຼື ລາຍການ 24th BeerLao Badminton Championship 2025 ເປີດສາກຂຶ້ນຢ່າງເປັນທາງການໃນຕອນແລງວັນທີ 27 ສິງຫາ 2028 ໂດຍຈະແຂ່ງຂັນໄປເຖິງວັນທີ 30 ສິງຫາ 2025 ທີ່ສະໂມສອນດອກປີກໄກ່ເສດຖາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ໃນພິທີເປີດ ທາງທ່ານ ດໍາໝີ ສິງດວງຈັນ, ຜູ້ອຳນວຍການ ຝ່າຍພົວພັນລັດຖະບານ ແລະ ບໍລິຫານ ບໍລິສັດ ເບຍລາວ ຈໍາກັດ ກໍໄດ້ຕາງໜ້າບໍລິສັດ ເບຍລາວ ມອບການສະໜັບສະໜູນ ລວມມູນຄ່າ 400 ກວ່າລ້ານກີບ ແລະ ຕາງໜ້າກ່າວຮອບແມ່ນທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຈີພິຍານຂອງທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ປອ. ຈັນທະວົງ ປັນຍາສິລິ ຮອງຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ມີຜູ້ສະໝັກເຂົ້າຮ່ວມທັງໝົດ 378 ຄົນ ຍິງ 53 ຄົນ ເພີ່ມຂຶ້ນຈາກຄັ້ງກ່ອນປະມານ 10% ໂດຍມີທັງໝົດ 34 ພາກສ່ວນ ທີ່ມາຈາກບັນດາແຂວງ (ສະຫວັນນະເຂດ, ຄໍາມ່ວນ, ຈໍາປາສັກ, ອຸດົມໄຊ, ໄຊຍະບູລີ, ບໍລິຄຳໄຊ, ແຂວງວຽງຈັນ, ຫຼວງນໍ້າທາ ແລະ ຫຼວງພະບາງ) ພ້ອມກັບພາກສ່ວນທີ່ມາຈາກບັນດາສະໂມສອນ – ທີມພາຍໃນນະຄອນຫຼວງວຽງຈັນ ແລະ ນັກກິລາອິດສະລະທີ່ບໍ່ມີສັງກັດອີກຈຳນວນໜຶ່ງ.

ສຳລັບລາຍການນີ້ ມີການຊີງໄຊ 15 ລາຍການ ແລະ ມີ 2 ລາຍການທີ່ບໍ່ສາມາດຈັດແຂ່ງຂັນໄດ້ຄື ດ່ຽວເຍົາວະຊົນຍິງ ອາຍຸຕໍ່າກວ່າ 13 ປີ ແລະ ຄູ່ເຍົາວະຊົນຍິງ ອາຍຸຕໍ່າກວ່າ 15 ປີ ຍ້ອນນັກກິລາບໍ່ຄົບຈໍານວນ. 

ສ່ວນລາງວັນສຳລັບແຊັມປະເພດດ່ຽວຍິງ-ຊາຍ ອາຍຸບໍ່ເກີນ 13 ປີ, 15 ປີ ແລະ 17 ປີ ຈະໄດ້ຮັບເງິນລາງວັນ 3 ລ້ານກີບ, ຮອງແຊ້ມ 2 ລ້ານກີບ, ອັນດັບສາມຮ່ວມ 1 ລ້ານກີບ; ແຊັມປະເພດຄູ່ຍິງ-ຄູ່ຊາຍ ອາຍຸບໍ່ເກີນ 15 ປີ, 17 ປີ, ຄູ່ປະສົມ ອາຍຸບໍ່ເກີນ 17 ປີ ລວມທັງ ດ່ຽວຍິງ-ຊາຍ ທົ່ວໄປ ແລະ ຄູ່ສະໝັກຫລິ້ນຊາຍທົ່ວໄປ ຈະໄດ້ຮັບເງິນລາງວັນ 5 ລ້ານກີບ, ຮອງແຊ້ມ 3 ລ້ານກີບ, ອັນດັບສາມຮ່ວມ 2 ລ້ານກີບ.

ຂະນະທີ່ ຄູ່ຍິງ-ຄູ່ຊາຍ ແລະ ຄູ່ປະສົມ ທົ່ວໄປ ແຊ້ມຈະໄດ້ຮັບເງິນລາງວັນ 8 ລ້ານກີບ, ຮອງແຊ້ມ 5 ລ້ານກີບ, ອັນດັບສາມຮ່ວມ 3 ລ້ານກີບ, ຈະແຂ່ງຂັນລະຫວ່າງວັນທີ 27-30 ສິງຫານີ້ ທີ່ສະໂມສອນດອກປີກໄກ່ເສດຖາ ນະຄອນຫລວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.

LEAVE A REPLY

Please enter your comment!
Please enter your name here