ແລັບດັອກ ສະໂມສອນດອກປີກໄກ່ລະດັບແຖວໜ້າຂອງປະເທດລາວ ຕັ້ງໜ້າຝຶກຊ້ອມຢ່າງຂຸ້ນຂ້ຽວ ເພື່ອກຽມປ້ອງກັນແຊັມ ການແຂ່ງຂັນກິລາດອກປີກໄກ່ ທົ່ວປະເທດ ລາຍການ ເບຍລາວ ແບັດມິນຕັນ ແຊັມປ້ຽນຊິບ 2025 (24th BeerLao Badminton Championship 2025) ລະຫວ່າງວັນທີ 27-30 ສິງຫານີ້ ທີ່ສະໂມສອນດອກປີກໄກ່ເສດຖາ ນະຄອນຫລວງວຽງຈັນ ໂດຍວາງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ຢ່າງຕໍ່າ 8 ຫລຽນຄຳ.
ທ່ານ ດາວເພັດ ເພັດສີລິແສງ ຜູ້ບໍລິຫານສະໂມສອນ ແລັບດັອກ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ສະໂມສອນຈະສົ່ງນັກກິລາເຂົ້າຮ່ວມຫລາຍກວ່າຄັ້ງຜ່ານໆມາ ເກືອບ 90 ຄົນ ຮ່ວມແຂ່ງຂັນຄົບ 16 ລາຍການ ທັງລະດັບເຍົາວະຊົນ ຈົນເຖິງລຸ້ນທົ່ວໄປ. ເຊິ່ງສ່ວນໃຫຍ່ແມ່ນຮຸ່ນເຍົາວະຊົນ-ໄວໜຸ່ມ ຕາມແນວທາງການສ້າງນັກກິລາເຍົາວະຊົນ-ໄວໜຸ່ມ ເພື່ອເປັນປັ້ນເປັນທີມຊາດ ນັກກິລາຊຸດນີ້ ເກັບຕົວຝຶກຊ້ອມມາຢ່າງຕໍ່ເນື່ອງເປັນເວລາຫຼາຍກວ່າໜຶ່ງປີ ແລະ ເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ພາຍໃນປະເທດ ແລະ ຈຳນວນໜື່ງໄດ້ເຄື່ອນໄຫວແຂ່ງຂັນຢູ່ຕ່າງປະເທດ, ໂດຍມີ ອາຈານ ແສງອາທິດ ສີປະເສີດ ອະດີດນັກກິລາທີມຊາດລາວ ເປັນຄູຝຶກ, ປັດຈຸບັນ ທີມມີຄວາມພ້ອມເກືອບເຕັມຮ້ອຍ ພ້ອມສູ້ຊົນພິຊິດເປົ້າໝາຍ ດ້ວຍການປ້ອງກັນແຊັມໃຫ້ໄດ້ອີກ 1 ສະໄໝ.
ຂະນະດຽວກັນ ທ່ານ ແສງອາທິດ ສີປະເສີດ ຄູຝຶກ ສະໂມສອນ ແລັບດັອກ ໃຫ້ຮູ້ວ່າ: ພວກເຮົາ ພ້ອມທີ່ຈະເຂົ້າຮ່ວມປ້ອງກັນແຊັມໄວ້ໃຫ້ໄດ້ອີກໜຶ່ງສະໄໝ ໃນລາຍການ ເບຍລາວ ແບັດມິນຕັນ ແຊັມປ້ຽນຊິບ 2025 ໂດຍສະເພາະຄວາມພ້ອມຂອງທາງດ້ານນັກກິລາ ສ່ວນໃຫຍ່ແມ່ນມີຄວາມພ້ອມເກືອບເຕັມຮ້ອຍ ຊຶ່ງທີ່ຍັງຄ້າງຄາເຫຼືອແມ່ນເລື່ອງຈິດຕະສາດ ສະພາບຈິດໃຈ ຄວາມຕື່ນເຕັ້ນ ຕ້ອງໄປວັດກັນໃນສະໜາມ.
ການແຂ່ງຂັນກິລາດອກປີກໄກ່ ທົ່ວປະເທດ ລາຍການ ເບຍລາວ ແບັດມິນຕັນ ແຊັມປ້ຽນຊິບ 2025 ເປັນໜຶ່ງໃນລາຍການໃຫຍ່ລະດັບປະເທດ ມີການເກັບຄະແນນສະສົມ ເພື່ອຈັດອັນດັບແຕ່ລະລາຍການ ເພື່ອເປັນຕົວຊີ້ວັດຜົນງານ ແລະ ສິດໃນການເຂົ້າຮ່ວມລາຍການຕ່າງໆລະດັບຊາດ, ພາກພື້ນ ແລະ ສາກົນ, ຊຶ່ງຄັ້ງນີ້ ມີນັກກິລາເຂົ້າຮ່ວມຫຼາຍຮ້ອຍຄົນ ຊິງໄຊ 16 ລາຍການຄື: ດ່ຽວຍິງ-ຊາຍ ອາຍຸບໍ່ເກີນ 13 ປີ, ດ່ຽວຍິງ-ຊາຍ, ຄູ່ຍິງ-ຄູ່ຊາຍ ອາຍຸບໍ່ເກີນ 15 ປີ, ດ່ຽວຍິງ-ຊາຍ, ຍິງ-ຄູ່ຊາຍ, ຄູ່ປະສົມ ອາຍຸບໍ່ເກີນ 17 ປີ, ດ່ຽວຍິງ-ຊາຍ ທົ່ວໄປ, ຄູ່ຍິງ-ຄູ່ຊາຍ ແລະ ຄູ່ປະສົມ ທົ່ວໄປ. ນອກຈາກນີ້ ຍັງມີລາຍການພິເສດຄູ່ສະໝັກຫລິ້ນຊາຍ ອາຍຸ 18-50 ປີ. ຂະນະທີ່ ນັກກິລາທີ່ເຂົ້າຮ່ວມຖ້າເປັນຄົນຕ່າງປະເທດ ຕ້ອງດຳລົງຊີວິດ ແລະ ເຮັດວຽກຢູ່ລາວ ຫຼາຍກວ່າ 6 ເດືອນຂຶ້ນໄປ, ນັກກິລາຄົນໜຶ່ງສາມາດລົງແຂ່ງຂັນໄດ້ບໍ່ເກີນ 3 ລາຍການ.
ສຳລັບເງິນລາງວັນສຳລັບແຊັມປະເພດດ່ຽວຍິງ-ຊາຍ ອາຍຸບໍ່ເກີນ 13 ປີ, 15 ປີ ແລະ 17 ປີ ຈະໄດ້ຮັບເງິນລາງວັນ 3 ລ້ານກີບ, ຮອງແຊັມ 2 ລ້ານກີບ, ອັນດັບ 3 ຮ່ວມ 1 ລ້ານກີບ;
ສ່ວນແຊັມປະເພດຄູ່ຍິງ-ຄູ່ຊາຍ ອາຍຸບໍ່ເກີນ 15 ປີ, 17 ປີ, ຄູ່ປະສົມ ອາຍຸບໍ່ເກີນ 17 ປີ ລວມທັງ ດ່ຽວຍິງ-ຊາຍ ທົ່ວໄປ ແລະ ຄູ່ສະໝັກຫຼີ້ນຊາຍທົ່ວໄປ ຈະໄດ້ຮັບເງິນລາງວັນ 5 ລ້ານກີບ, ຮອງແຊັມ 3 ລ້ານກີບ, ອັນດັບສາມຮ່ວມ 2 ລ້ານກີບ;
ຂະນະທີ່ ຄູ່ຍິງ-ຄູ່ຊາຍ ແລະ ຄູ່ປະສົມ ທົ່ວໄປ ແຊັມຈະໄດ້ຮັບເງິນລາງວັນ 8 ລ້ານກີບ, ຮອງແຊັມ 5 ລ້ານກີບ, ອັນດັບສາມຮ່ວມ 3 ລ້ານກີບ ລາຍການດັ່ງກ່າວຈະແຂ່ງຂັນລະຫວ່າງວັນທີ 27-30 ສິງຫານີ້ ທີ່ສະໂມສອນດອກປີກໄກ່ເສດຖາ ນະຄອນຫລວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ






