25.7 C
Vientiane
Tuesday, September 15, 2026
Home ກີລາທົ່ວໄປ ສໍາເລັດການແຂ່ງຂັນປິ່ງປ່ອງລະດັບໂລກ ລາຍການ WTT FEEDER SERIES Vientiane 2025 ທີ່ ສປປ ລາວ

ສໍາເລັດການແຂ່ງຂັນປິ່ງປ່ອງລະດັບໂລກ ລາຍການ WTT FEEDER SERIES Vientiane 2025 ທີ່ ສປປ ລາວ

0
797

ພິທີປິດການແຂ່ງຂັນກິລາປິ່ງປ່ອງລະດັບໂລກ ຮຸ່ນທົ່ວໄປ ລາຍການ WTT FEEDER SERIES Vientiane 2025 ໄດ້ມີຂຶ້ນໃນຕອນແລງວັນທີ 15 ສິງຫາ 2025 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7, ເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ, ຄະນະບໍລິຫານງານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຕະຫຼອດຮອດຄູຝຶກ ແລະ ນັກກິລາແຕ່ລະຊາດທີ່ໄດ້ຮັບລາງວັນຢ່າງພ້ອມພຽງ.

   ການແຂ່ງຂັນກິລາປິ່ງປ່ອງລະດັບໂລກ ຮຸ່ນທົ່ວໄປ ລາຍການ WTT FEEDER SERIES Vientiane 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 11-15 ສິງຫາ 2025. ລາຍການນີ້ ເປັນຄັ້ງທຳອິດທີ່ ສປປ ລາວ ເປັນເຈົ້າພາບ ປະກອບມີ 5 ລາຍການດ້ວຍກັນຄື: ຍິງດ່ຽວ, ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ ແລະ ຄູ່ປະສົມ ການແຂ່ງຂັນໄດ້ມີນັກກິລາຈາກ 18 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມຄື: ອົດສະຕຣາລີ, ອັງກິດ, ແຟັງລັງ, ເຢຍລະມັນ, ເກຣັກ, ອິນໂດນີເຊຍ, ອິນເດຍ, ອີຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ມາເລເຊຍ, ຟີລິບປິນ, ສິງກະໂປ, ຊາອຸດິອາຣາເບຍ, ຮົງກົງ, ໄຕ້ຫວັນ, ໄທ ແລະ ສປປ ລາວ ເຈົ້າພາບ.

   ສຳລັບທາງສະຫະພັນປິ່ງປ່ອງແຫ່ງຊາດລາວ ແມ່ນໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 19 ຄົນ, ສ່ວນຜົນງານນັກກກິລາລາວດີທີ່ສຸດເຂົ້າຮອບ 32 ຄົນສຸດທ້າຍ ປະເພດ: ຍິງດ່ຽວ, ຊາຍດ່ຽວ ແລະ ປະເພດຄູ່ຍິງ ແລະ ຄູ່ປະສົມ ເຂົ້າຮອບ 16 ຄູ່ສຸດທ້າຍ.

    ຜ່ານການແຂ່ງຂັນແຊ້ມປະເພດຍິງດ່ຽວຕົກເປັນຂອງ ລີດາ ອຶນ ມື 3 ຂອງລາຍການຈາກ ສ.ເກົາຫຼີ ເອົາຊະນະ ຍູ ເຍີລິນ ມື 2 ຂອງລາຍການຈາກ ສ.ເກົາຫຼີ 3-1 ເກມ 10-12, 11-5, 11-9 ແລະ 11-9 ຄະແນນ. ສ່ວນແຊ້ມປະເພດຊາຍດ່ຽວຕົກເປັນຂອງ ຊາທີຍານ ຍານາເຊກາລານ ມື 2 ຂອງລາຍການ ຈາກອິນເດຍ ຊະນະ ໂຍອິຊິ ໂຈຊິຍາມະ ມື 1 ຂອງລາຍການຈາກຍີ່ປຸ່ນ 3-0 ເກມ 11-4, 11-6 ແລະ 12-10 ຄະແນນ. ຂະນະທີ່ປະເພດຄູ່ຍິງແຊ້ມຕົກເປັນຂອງຄູ່ຈາກມາເລເຊຍ, ສ່ວນຄູ່ຊາຍແຊ້ມຕົກເປັນຂອງຄູ່ຈາກຮ່ອງກົງ ແລະ ຄູ່ປະສົມແຊ້ມແມ່ນຄູ່ຈາກໄຕ້ຫວັນ.

LEAVE A REPLY

Please enter your comment!
Please enter your name here