25.7 C
Vientiane
Tuesday, September 15, 2026
Home ວາໄຣຕີ້ ບັນເທີງບ້ານເຮົາ ບຸນທະວີ ແສນປະເສີດ ຄວ້າຊະນະເລີດການປະກວດນັກຮ້ອງສຽງດີ ໃນໂຄງການປະກວດ ສາຍສະໝອນ ພາຝັນ 2025

ບຸນທະວີ ແສນປະເສີດ ຄວ້າຊະນະເລີດການປະກວດນັກຮ້ອງສຽງດີ ໃນໂຄງການປະກວດ ສາຍສະໝອນ ພາຝັນ 2025

0
1043

ບຸນທະວີ ແສນປະເສີດ ຄວ້າຊະນະເລີດການປະກວດນັກຮ້ອງສຽງດີ ໃນໂຄງການປະກວດ ສາຍສະໝອນ ພາຝັນ 2025 ເມື່ອວັນທີ 16 ສິງຫາ 2025 ທີ່ ລາວອາດມີເດຍ ນະຄອນຫຼວງວຽງຈັນ, ເຊິ່ງວັນດັ່ງກ່າວມີນັກຮ້ອງສຽງດີຜ່ານມາເຖິງຮອບນີ້ຈໍານວນ 10 ຄົນ.

   ງານດັ່ງກ່າວໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ນາງ ສາຍສະໝອນ ສິດທິມໍລະດາ ຜູ້ລິເລີ່ມໂຄງການ ຕາມຫາຝົນ ກັບ ສາຍສະໝອນ ພາຝັນ ແລະ ຍັງມີ ແຊ້ມພ໌ ບ໊ອມ ໄມທອງຄໍາ ທີ່ເປັນໜຶ່ງໃນຄະນະກໍາມະການ ໄດ້ມາອອກສຽງໃຫ້ຄໍາຕິຊົມແກ່ນັກສີລະປິນທີ່ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ພ້ອມດ້ວຍສີລະປິນລະດັບ, ກອງເຊຍ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

   ຜ່ານການແຂ່ງຂັນປາກົດວ່າ:

-ຊະນະເລີດ: LA310 ບຸນທະວີ ແສນປະເສີດ ຈາກບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

-ອັນດັບທີ 2: LA322B ບຸນທຽນ ໄຊຍະລັດ ບ້ານໂພໄຊ ເມືອງນະຄອນໄກສອນ ແຂວງສະຫວັນນະເຂດ

-ອັນດັບທີ 3: LA341 ບຸນນຳ ໄຊຍະລາດ ຈາກບ້ານຂາມງອຍ ເມືອງໄຊເສດຖາ ແຂວງນະຄອນຫລວງວຽງຈັນ

-ອັນດັບທີ 4: LA 336 ພອນສຸກ ແສງມະນີ ຈາກບ້ານນາງົວ ເມືອງແບງ ແຂວງອຸດົມໄຊ

-ອັນດັບທີ 5: LA 336 ພອນສຸກ ແສງມະນີ ຈາກບ້ານນາງົວ ເມືອງແບງ ແຂວງອຸດົມໄຊ

-ອັນດັບທີ 6: LA302 ທັນວາ ພອນບີໄທ ຈາກບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ

    ສໍາລັບ ລາງວັນລວມໃນຄັ້ງນີ້ ລວມມູນຄ່າ 100 ລ້ານກີບຄື: ຊະນະເລີດໄດ້ຮັບ 30 ລ້ານກີບ, ອັນດັບ 2 ໄດ້ຮັບ 20 ລ້ານກີບ, ອັນດັບ 3 ໄດ້ຮັບ 15 ລ້ານກີບ, ອັນດັບ 4 ໄດ້ຮັບ 10 ລ້ານກີບ, ອັນດັບ 5 ໄດ້ຮັບ 7 ລ້ານກີບ ແລະ ອັນດັບ 6 ເຖິງອັນດັບ 10 ໄດ້ຮັບຜູ້ລະ 2 ລ້ານກີບ.

D444: ບຸນທະວີ ແສນປະເສີດ ຄວ້າຊະນະເລີດການປະກວດນັກຮ້ອງສຽງດີ ໃນໂຄງການປະກວດ ສາຍສະໝອນ ພາຝັນ 2025

LEAVE A REPLY

Please enter your comment!
Please enter your name here