ພາຍຫຼັງໄດ້ມີພິທີເປີດຕົວ ສາວງາມຜູ້ເຂົ້າປະກວດ MISS EARTH LAOS 2024 ຈຳນວນ 16 ນ້ອງນາງສາວທີ່ມາຈາກບັນດາແຂວງໃນຂອບເຂດທົ່ວປະເທດ ໂດຍມີກຳນົດການຈັດພິທີປະກວດຮອບຕັດສິນຊິງຊະນະເລີດໃນວັນທີ 19 ກໍລະກົດ 2024 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ.
ເຊິ່ງທັງ 16 ນ້ອງກໍໜ້າສົນໃຈມາພ້ອມກັບຄວາມສາມາດຫຼາກຫຼາຍ ມື້ນີ້ແອັດຂໍນໍາສະເໜີ ໝາຍເລກ MEL 12 ນາງສາວ ພຸດທະສອນ ພູນວິໄລ ຫຼື ສາວບຸນ ສາວຂວັນໃຈຍຸກໃໝ່ ເປັນອີກໜຶ່ງຄົນທີ່ມາກັບຄວາມສາມາດຫຼາກຫຼາຍ ແລະ ຄວາມງາມແບບສະໄໝໃໝ່ເປັນເລີດ.
ສໍາລັບ ສາວບຸນ ອາຍຸ 22 ປີ, ສ່ວນສູງ 164 ຊັງຕີແມັດ ແລະ ໜັກ 48 ກິໂລກຣາມ ເລີ່ມເຂົ້າສູ່ເວທີປະກວດນາງງາມໃນປີ 2019 ໃນເວທີປະກວດ ມິສທີນລາວ 2019 ຫຼັງຈາກນັ້ນກໍ່ເລີ່ມສ້າງຊື່ສຽງທັງຫຼິ້ນກີລາປະເພດບານສົ່ງ ເຂົ້າຮ່ວມຫຼາຍໆລາຍການປະກົດໃນສະໜາມແບບເປັ່ງປະກາຍ, ຕໍ່ດ້ວຍປີ 2022 ເຂົ້າປະກວດເວທີນາງສາວລາວ 2022 ເຂົ້າຮອບສຸດທ້າຍ ກ່ອນຄວ້າລາງວັນ ນາງສາວແຫ່ງຍຸກສະໄໝ ຫຼັງຈາກນັ້ນນ້ອງກໍ່ເລີ່ມເປັນທີ່ຮູ້ຈັກໃນຫຼາຍໆດ້ານ ຈົນຫຼ້າສຸດເຂົ້າປະກວດໃນເວທີ Miss Earth Laos – ມິສເອີຣສລາວ 2024 ເຂົ້າຮອບຊີງຊະນະເລີດ.
ສໍາລັບ ທ່ານສາມາດໂຫວດຊ່ວຍນ້ອງໄດ້ຄື:
ເງື່ອນໄຂ : 1,000Kip = 1 ຄະແນນ | ປິດໂຫວດວັນທີ 19 ກໍລະກົດ 2024 ເວລາ 18:00 ໂມງ ລາງວັນ Popular Vote ຮັບລາງວັນເງິນສົດ 5,000,000ກີບ ແລະ ໄດ້ເຂົ້າຮອບ 10ຄົນສຸດທ້າຍແບບອັດຕະໂນມັດ
ວິທີການໂຫວດ : ສະແກນຄິວອາໂຄສໃນຮູບພາບ ຫຼື ກ້ອງຄອມເມັ້ນ ແລະ ໃສ່ລາຍລະອຽດເຊັນ : MEL00 ແລະຕາມດ້ວຍ ຊື່ ຜູ້ເຂົ້າປະກວດ ແລະ ກົດຍືນຍັນການໂອນ ກໍ່ຖືວ່າເປັນການສຳເລັດການໂຫວດ
ຂ່າວ: Larh Creators; ຮູບຈາກ: Miss Earth Laos