ການກະກຽມທາງເລືອກອາຊີບເພື່ອຄວາມສຳເລັດ “ສຳລັບໄວໜຸ່ມກຽມວຽກ”

ຂຽນໂດຍ: ປອ. ສະແຫວງກິດ ພົມມະຮັກ ( ທີ່ປຶກສາດ້ານພັດທະນາ ຂີດຄວາມສາມາດ )
ສືບຕໍ່ຈາກຕອນທີ 1 ເຊິ່ງພິມລົງໃນໜັງສືພິມເສດຖະກິດ – ການຄ້າ ສະບັບລົງວັນທີ 3 ແລະ 4 ເມສາ 2019 ເຊິ່ງເວົ້າເຖິງ “ ການກະກຽມທາງເລືອກອາຊີບເພື່ອຄວາມສຳເລັດ ສຳລັບໄວເດັກເຖິງໄວໜຸ່ມຕອນຕົ້ນ ” ສຳລັບໄວໜຸ່ມກຽມເຮັດວຽກຖ້າວ່າການກະກຽມໃນຕອນໄວເດັກ – ໄວໜຸ່ມຕອນຕົ້ນຫາກເຮັດໄດ້ດີ, ອາຊີບທີ່ເລືອກສັນ ຫຼື ວິຊາສະເພາະທີ່ເລືອກຮຽນ ເພື່ອກຽມເຮັດວຽກອາຊີບໃດໜຶ່ງກໍຈະເປັນໄປໄດ້ສູງທີ່ຈະປະສົບຜົນສໍາເລັດໃນການເລືອກອາຊີບທີ່ມີຄວາມເໝາະສົມກັບຄວາມຕ້ອງການຂອງວຽກງານ ແລະ ຄວາມມຸ່ງຫວັງຂອງບຸກຄົນ. ແນວໃດກໍຕາມ, ການເລືອກອາຊີບຈະເລີ່ມຈະແຈ້ງຂຶ້ນເມື່ອຄົນ ( ໄວໜຸ່ມ ) ຕັດສິນໃຈຮຽນວິຊາສະເພາະໃດໜຶ່ງ ( ລິເລີ່ມປະກອບອາຊີບໃດໜຶ່ງ ) ທີ່ເຂົາເຈົ້າເຫັນວ່າເໝາະສົມທີ່ສຸດ.

ການກະກຽມທາງເລືອກອາຊີບໃນໄລຍະໄວທີ່ມີອາຊີບທີ່ເລືອກສັນ ( ໂດຍພື້ນຖານຕາມວິຊາສະເພາະທີ່ເລືອກຮຽນ ) ມີຄວາມສະຫຼັບສັບຊ້ອນ ແລະ ມີຫຼາຍອົງປະກອບທີ່ຕ້ອງພິຈາລະນາ ເພາະນອກຈາກສາຍວິຊາສະເພາະທີ່ມີລັກສະນະເຈາະຈົງສະເພາະຂະແໜງອາຊີບ ຍັງມີສາຍວິຊາຄວາມຮູ້, ທັກສະ ແລະ ຄຸນລັກສະນະ ( attributes ) ທີ່ມີລັກສະນະລວມ ( generic ) ເຊິ່ງຈະຊ່ວຍຍົກສູງຄວາມສາມາດມີວຽກເຮັດງານທຳ ( employability ), ຈາກການຄົ້ນຄວ້າ ແລະ ປະສົບການຊີີ້ບອກວ່າທັກສະຄວາມສາມາດມີວຽກເຮັດງານທຳ ( employability skills ) ຈະປະກອບດ້ວຍ 4 ທັກສະຕົ້ນຕໍ ຄື: (1) ທັກສະການສື່ສານພົວພັນລວມທັງການນໍາໃຊ້ເຕັກໂນໂລຊີ; (2) ທັກສະການເຮັດວຽກເປັນທີມ ແລະ ການແກ້ໄຂບັນຫາ; (3) ທັກສະການວາງແຜນ – ການສ້າງແນວຄິດລິເລີ່ມ ແລະ (4) ທັກສະການຮຽນຮູ້ ແລະ ປັບຕົນເອງຢ່າງຕໍ່ເນື່ອງ ເຊິ່ງຜູ້ທີ່ມີ ຫຼື ສ້າງໄດ້ທັກສະດັ່ງກ່າວ ໝາຍເຖິງການພັດທະນາສະຕິຄວາມກຽມພ້ອມໃນໂລກຂອງວຽກ ( sense of world of work ) ຈະມີທາງເລືອກຫຼາກຫຼາຍໃນການປະກອບອາຊີບ ແລະ ທ່າອ່ຽງ ຄວາມເປັນໄປໄດ້ສູງທີ່ຈະປະສົບຜົນສຳເລັດໃນການປະກອບອາຊີບທີ່ເລືອກສັນ.
ເພື່ອໃຫ້ໄດ້ແນວນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ມີການກະກຽມ ແລະ ວາງແຜນ ແລະ ແຜນການຢ່າງເປັນລະບົບໂດຍບຸກຄົນ ( ໄວໜຸ່ມກຽມເຮັດວຽກ ) ເປັນຜູ້ລິເລີ່ມ ແລະ ເປັນເຈົ້າການໃນການພັດທະນາຕົນເອງ ໂດຍມີຜູ້ຊ່ວຍແນະນຳອາຊີບ ( ຂອງສະຖາບັນການສຶກສາ ) ແລະ ພໍ່ແມ່ຜູ້ປົກຄອງໃຫ້ການສະໜັບສະໜູນ.

ຂັ້ນຕອນໃນການກະກຽມສຳລັບໄວໜຸ່ມກຽມເຮັດວຽກມີຢ່າງໜ້ອຍ 3 ຂັ້ນຕອນ ດັ່ງນີ້:
1. ການຕີລາຄາຕົນເອງເພື່ອກຳນົດຄວາມສົນໃຈໃນອາຊີບ, ຈຸດແຂງ, ຄຸນຄ່າຂອງວຽກ ແລະ ແບບແຜນລັກສະນະສະເພາະຕົວ ຫຼື ບຸກຄະລິກກະພາບ ( personality style ).2. ການຊອກຫາຄົ້ນພົບໂລກຂອງວຽກ ( world of work ), ຄົ້ນຄວ້າສຶກສາກ່ຽວກັບອາຊີບ ແລະ ວິຊາຕົ້ນຕໍທີ່ກ່ຽວຂ້ອງ.3. ດຳເນີນການສ້າງຄວາມກຽມພ້ອມ ແລະ ປະເມີນທົບທວນຄວາມກ້າວໜ້າໃນການເລືອກອາຊີບ ແລະ ກະກຽມສະໝັກວຽກ.

I. ການຕີລາຄາຕົນເອງເພື່ອກຳນົດຄວາມສົນໃຈໃນອາຊີບ, ຈຸດແຂງ, ຄຸນຄ່າຂອງວຽກ ແລະ ແບບແຜນລັກສະນະສະເພາະຕົວ.
ໂດຍປະຕິບັດຕາມແບບວິທີການ ແລະ ຂັ້ນຕອນການກະກຽມທາງເລືອກອາຊີບທີ່ດີ, ສຳລັບໄວໜຸ່ມກຽມເຮັດວຽກ ເຊິ່ງຖືວ່າເປັນຜູ້ໃຫຍ່ຂັ້ນຕົ້ນ ( early adult ) ແມ່ນລິເລີ່ມການຕີລາຄາດ້ວຍຕົນເອງ. ຈາກນັ້ນ, ຈຶ່ງໃຫ້ພໍ່ແມ່ຜູ້ປົກຄອງ/ຄູ – ອາຈານ ( ຜູ້ຊ່ວຍແນະນຳອາຊີບ ) ໃຫ້ຄຳປຶກສາເບິ່ງນຳຕື່ມ. ຈາກການຄົ້ນຄວ້າ ແລະ ປະສົບການຊີ້ບອກວ່າ ການຕີລາຄາຕົນເອງສຳລັບໄວໜຸ່ມກຽມເຮັດວຽກ ມີຢູ່ 3 ປະເດັນໃຫຍ່ ຄື: (1) ຄວາມສົນໃຈໃນອາຊີບ ແລະ ລັກສະນະແບບແຜນສະເພາະຕົວຂອງຕົນເອງ; (2) ຈຸດແຂງ/ຄວາມຮູ້ – ຄວາມສາມາດ ແລະ (3) ຄຸນຄ່າຂອງວຽກ.

1.1. ການຕີລາຄາຄວາມສົນໃຈໃນອາຊີບ ແລະ ລັກສະນະສະເພາະຂອງຕົນເອງ
ຄວາມສົນໃຈໃນອາຊີບແມ່ນສະແດງອອກໃນຄວາມມັກເຮັດວຽກໃນ 6 ລັກສະນະ ປະເພດອາຊີບ/ວຽກທີ່ເຮັດ ( occupational type ) ຕົ້ນຕໍ ຄື: ກ. ນັກປະຕິບັດ – ຜູ້ລົງເຮັດຕົວຈິງ; ຂ. ນັກຄົ້ນຄິດ – ສືບສວນ ແລະ ວິເຄາະປະເມີນ; ຄ. ຜູ້ສ້າງສັນ – ນັກສິລະປະ – ນຳໃຊ້ຈິນຕະນາການ; ງ. ນັກຊ່ວຍເຫຼືອທາງສັງຄົມ – ພັດທະນາຄົນ; ຈ. ນັກຊວນເຊື່ອ – ຜູ້ຊັກຊວນ – ເປັນທີ່ນິຍົມ; ສ. ຜູ້ຈັດຕັ້ງຕາມແບບແຜນ – ມີຂໍ້ມູນລາຍລະອຽດໃນການຕີລາຄາຄວາມສົນໃຈໃນອາຊີບ ແລະ ລັກສະນະສະເພາະຂອງຕົນເອງ ໂດຍພິຈາລະນາ 6 ລັກສະນະ ປະເພດຂ້າງເທິງ, ໃຫ້ໝາຍລະດັບຄວາມມັກ ຫຼື ຄວາມສົນໃຈໃດໜຶ່ງໃນຫ້ອງ 4 ລະດັບຄວາມສົນໃຈ ຄື: 4. ສົນໃຈຫຼາຍ; 3: ສົນໃຈປານກາງ; 2: ສົນໃຈໜ້ອຍ ( ຈໍາເປັນຈຶ່ງເຮັດ ); 1: ບໍ່ສົນໃຈ ( ບໍ່ມັກ ).

ຫຼັງຈາກໝາຍແລ້ວໃຫ້ຜູ້ກ່ຽວທົບທວນດ້ວຍຕົນເອງ ເພື່ອໃຫ້ແນ່ໃຈວ່າການໝາຍໃກ້ຄຽງກັບຕົວຈິງ ( ຂອງຕົນເອງ ) ທີ່ສຸດ. ຈາກນັ້ນ, ໃຫ້ພໍ່ແມ່ ຫຼື ຜູ້ອື່ນ ( ຄູ – ອາຈານ/ໝູ່ເພື່ອນ ) ມີຄຳເຫັນຊ່ວຍແລ້ວມາສັງລວມ ແລະ ສັງເກດຂໍ້ໃດ ທີ່ໝາຍ 3 – 4 ແມ່ນສະແດງເຖິງຄວາມສົນໃຈໃນອາຊີບທີ່ລັກສະນະເຫຼົ່ານັ້ນນັບແຕ່ປານກາງຂຶ້ນໄປ.
1.2. ການຕີລາຄາຈຸດແຂງ/ຄວາມຮູ້, ຄວາມສາມາດ – ທັກສະ
ແມ່ນການຕີລາຄາສິ່ງທີ່ຕົນເອງເຮັດໄດ້ດີ ໂດຍນຳໃຊ້ທັກສະ ແລະ ຄວາມຮູ້ ( ພື້ນຖານ ) ທີ່ມີຢູ່ໃນ 6 ລັກສະນະທີ່ຄ້າຍຄືກັນກັບຂໍ້ (1) ໃນນີ້ໃຫ້ໝາຍເປັນລະດັບຄວາມຮູ້, ຄວາມສາມາດໃສ່ 1 ໃນ 4 ລະດັບຄວາມຮູ້, ຄວາມສາມາດ ດັ່ງນີ້:(1) ມີໜ້ອຍໆ ຫຼື ບໍ່ມີ, (2) ມີໜ້ອຍ – ຕ້ອງໄດ້ຊ່ວຍຈຶ່ງເຮັດໄດ້, (3) ຮູ້/ເຮັດໄດ້ປານກາງ, (4) ຮູ້/ເຮັດໄດ້ດີ, ໃນວຽກລັກສະນະນີ້.

1.3. ການຕີລາຄາກ່ຽວກັບຄຸນຄ່າຂອງວຽກກັບອາຊີບທີ່ເລືອກສັນ
ແມ່ນການຕີລາຄາຄວາມສຳຄັນຂອງວຽກ ແລະ ຄວາມເພິ່ງພໍໃຈຕໍ່ລັກສະນະຂອງວຽກ ຕາມ 6 ລັກສະນະຂ້າງເທິງ ລວມທັງແວດລ້ອມການເຮັດວຽກທີ່ຕົນເອງອາດຈະຮູ້ສຶກສະບາຍໃຈໃນອາຊີບທີ່ເລືອກສັນ. ໃນນີ້, ໃຫ້ໝາຍເປັນລະດັບຄວາມສຳຄັນໃນ 4 ລະດັບ ຄື: 1: ບໍ່ສຳຄັນ, 2: ສໍາຄັນໜ້ອຍ, 3: ສໍາຄັນປານກາງ, 4: ສໍາຄັນຫຼາຍ, ຕໍ່ອາຊີບທີ່ຕົນເລືອກ ໂດຍເອົາປັດໄຈຂອງວຽກເປັນປະເດັນໃນການຕີລາຄາ.

ຫຼັງຈາກໝາຍການຕີລາຄາຂໍ້ 1.2 – ຈຸດແຂງ ແລະ 1.3 – ຄຸນຄ່າຂອງວຽກ, ໃຫ້ທົບທວນຄືນດ້ວຍຕົນເອງ ໂດຍທຽບກັບຂໍ້ 1.1 – ຄວາມສົນໃຈ, ທີ່ຜູ້ຊ່ວຍແນະນຳອາຊີບມີຄຳເຫັນຊ່ວຍກ່ອນໜ້ານັ້ນ ແລ້ວຈຶ່ງເອົາທັງໝົດການຕີລາຄາທັງ 3 ປະເດັນ ( 27 ) ຂໍ້ ໃຫ້ຜູ້ຊ່ວຍແນະນຳ ຫຼື ອາຈານທີ່ປຶກສາອາຊີບມີຄຳເຫັນຕື່ມ ໂດຍສະເພາະບັນດາ ຂໍ້ ( ປະເດັນຍ່ອຍ ) ທີ່ພົວພັນກັບ 4 ທັກສະຕົ້ນຕໍ ( employability skills ) – ທັກສະຄວາມສາມາດມີວຽກເຮັດງານທຳ ( ຕົວຢ່າງຂໍ້ 1.3.1/1.3.8 ແລະ ຂໍ້ ງ1/ງ2; ຂໍ້ 1.3.5 ແລະ ຂໍ້ ຄ1/ຄ2 ແລະ ຂໍ້ 1.3.9 ແລະ ຂໍ້ ສ1/ສ2 ), ຫາກໄດ້ໝາຍຫຼຸດລະດັບ 3, ຜູ້ກ່ຽວ ( ໄວໜຸ່ມກຽມເຮັດວຽກ ) ກໍຕ້ອງເອົາໃຈໃສ່ໃນບັນດາຂໍ້ ແລະ ປະເດັນຍ່ອຍເຫຼົ່ານັ້ນ.
2). ການຊອກຫາ/ຄົ້ນພົບໂລກຂອງວຽກ ( World of Work )
ບັນດາອາຊີບ ແລະ ວິຊາຮຽນຕົ້ນຕໍ ແລະ ວິຊາທີ່ເພີ່ມ ( ທີ່ກ່ຽວຂ້ອງກັບອາຊີບ ) ໃນຂໍ້ທີ 1, 2 ທັງ 3 ປະເດັນ ( ຄວາມສົນໃຈ, ຈຸດແຂງ ແລະ ຄຸນຄ່າຂອງວຽກ ) ໃນຂໍ້ທີ່ໄດ້ລະດັບປານກາງຂຶ້ນໄປ ( 3 – 4 ) ເຊັ່ນ ຂໍ້ທີ 1.1 , 2.1 ແລະ 3.1 ເຊິ່ງໝາຍເຖິງປະເພດກຸ່ມອາຊີບທີ່ມັກເຮັດວຽກກັບຕົວຈິງ ( ເຊັ່ນ: ວິສະວະກອນ, ຊ່າງເຕັກນິກ, ວິຊາການກະສິກຳ ແລະ ອື່ນໆ ) ຖ້າກຸ່ມຂໍ້ທີ່ມີລັກສະນະດຽວກັນໃນ 3 ປະເດັນ ຫາກມີການຫຼຸດໂຕນກັນເຖິງ 2 ລະດັບຂຶ້ນໄປ ( 1 ກັບ 3, 2 ກັບ 4 ຫຼື 1 ກັບ 4 ) ຕ້ອງໄດ້ທົບທວນຄືນ, ດີແທ້ຄວນລື່ນກັນພຽງລະດັບດຽວ ຈຶ່ງຖືວ່າໃກ້ຄຽງກັບຕົວຈິງ.
ສຳລັບໄວໜຸ່ມກຽມເຮັດວຽກການຊອກຫາ/ຄົນພົບໂລກຂອງວຽກ ( ຢ່າງລະອຽດ ) ແມ່ນຄວນເລີ່ມແຕ່ປີທຳອິດຂອງການສຶກສາຮ່ຳຮຽນ ເພື່ອຢັ້ງຢືນຄືນກ່ຽວກັບອາຊີບທີ່ມີຢູ່ ( ທີ່ຮູ້ຈັກແຕ່ຕອນກ່ອນເຂົ້າຮຽນພຸ້ນ – ເບິ່ງພາກທີ 1 ຂອງບົດ ). ໃນນີ້, ໃຫ້ເບິ່ງລະອຽດຕື່ມໃນ 5 ຈຸດສຳຄັນ ຄື:

  • ໜ້າທີ່ ແລະ ຄວາມຮັບຜິດຊອບທີ່ກ່ຽວຂ້ອງກັບຕຳແໜ່ງງານຕ່າງໆໃນອາຊີບນີ້.- ເງື່ອນໄຂ ແລະ ແວດລ້ອມການເຮັດວຽກຕຳແໜ່ງງານຕ່າງໆໃນອາຊີບນີ້.- ປະເພດອົງກອນທີ່ຮັບບຸກຄະລາກອນໃນສາຍອາຊີບນີ້.- ໂອກາດກ້າວໜ້າໃນອາຊີບ ແລະ ຄ່າຕອບແທນອຸດໜູນຕ່າງໆ.- ອາຊີບອື່ນໆທີ່ກ່ຽວຂ້ອງ ຫຼື ໃກ້ຄຽງ – ຕິດພັນກັບອາຊີບນີ້.

3). ການດໍາເນີນການສ້າງຄວາມກຽມພ້ອມ ແລະ ກະກຽມສະໝັກວຽກ.
ແມ່ນວຽກທີ່ໄດ້ດຳເນີນງານຢ່າງຕໍ່ເນື່ອງນັບຕັ້ງແຕ່ໄດ້ຂໍ້ມູນເບື້ອງຕົ້ນກ່ຽວກັບອາຊີບໃນ 5 ຈຸດສຳຄັນດັ່ງກ່າວຂ້າງເທິງ, ໄວໜຸ່ມກຽມເຮັດວຽກອາດຕ້ອງການການຊ່ວຍເຫຼືອແນະນຳຈາກພາກສ່ວນ ຫຼື ຜູ້ຊ່ວຍແນະນຳ ຫຼື ອາຈານທີ່ປຶກສາອາຊີບທີ່ມີຢູ່ໃນສະຖາບັນການສຶກສາທີ່ຕົນເອງກຳລັງຮຽນຢູ່ ເພື່ອໃຫ້ໄດ້ຂໍ້ມູນລະອຽດຕື່ມ ເຊິ່ງຕ້ອງມີການດຳເນີນການປະຕິບັດທີ່ເປັນລະບົບ ຄື:
(1). ເຂົ້າໄປສອບຖາມຢູ່ຫ້ອງການແນະນຳອາຊີບ/ນັດພົບປະຄູ – ອາຈານ/ຜູ້ໃຫ້ຄຳແນະນໍາປະກອບອາຊີບ.(2). ກຽມຄຳຖາມສົນທະນາ ແລະ ບຸລິມະສິດທາງເລືອກອາຊີບ, ການສ້າງຈຸດແຂງທັກສະ ແລະ ໂລກຂອງວຽກ ( 5 ຈຸດສຳຄັນຂ້າງເທິງ ).(3). ເລືອກຮຽນວິຊາເພີ່ມຕື່ມ ເພື່ອທົດສອບທັກສະທີ່ກ່ຽວຂ້ອງກັບອາຊີບ.(4). ເຂົ້າຮ່ວມກິດຈະກຳຕະຫຼາດນັດແຮງງານ ( job fair ) ໂດຍແນໃສ່ບ່ອນທີ່ມີວຽກກ່ຽວກັບອາຊີບເປົ້າໝາຍ, ຫາໂອກາດທົດລອງສຳພາດ.(5). ຊອກວຽກບໍ່ປະຈຳ ( part – time ), ວຽກຝຶກງານ ຫຼື ວຽກອາສາສະໝັກ ໂດຍສະເພາະເພື່ອພັດທະນາທັກສະການພົວພັນ/ສື່ສານເຮັດວຽກກັບຄົນ ( ລວມທັງການໃຊ້ພາສາຕ່າງປະເທດ ), ທັກສະການນຳໃຊ້ IT ແລະ ທັກສະການບໍລິຫານຕົນເອງ ( self – management ).

(6). ຂຽນ/ບັນທຶກເຄືອຂ່າຍການພົວພັນ ( network contact ) ເພື່ອຂໍຄໍາແນະນໍາໃນຍາມຕ້ອງການ.
(7). ທົດລອງກະກຽມໃບສະໝັກວຽກ, ປະຫວັດ ( CV ) ແລະ ຝຶກຊ້ອມການສໍາພາດງານຈົນຮອດປີສຸດທ້າຍຂອງການສຶກສາ – ກະກຽມໄປເລື້ອຍໆຈົນກວ່າຈະໄດ້ໃບຕອບຮັບ/ແຈ້ງການເຂົ້າເຮັດວຽກ.

%d bloggers like this: