ນະຄອນຫຼວງພົບການລັກລອບປູກກ້ວຍ ຫຼ້າສຸດໂຈະອະນຸຍາດລົງທຶນ

ນັບແຕ່ປີ 2014 ເປັນຕົ້ນມາ ການປູກກ້ວຍຂອງນັກລົງທຶນຕ່າງປະເທດໄດ້ເລີ່ມຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ມາຮອດປັດຈຸບັນມີເນື້ອທີ່ 500 ກວ່າເຮັກຕາ ແຕ່ທີ່ໜ້າເປັນໜັກຫ່ວງຈໍານວນໜຶ່ງບໍ່ມີເອກະສານລົງທຶນ ລັດພວມເລັ່ງແກ້ໄຂ ຖ້າຮ້າຍແຮງຈໍາເປັນຕ້ອງໄດ້ຕັດຖິ້ມ.

ຜົນກະທົບຈາກສານເຄມີຂອງສວນກ້ວຍ ສ້າງຄວາມເສຍຫາຍດ້ານສິ່ງແວດລ້ອມຢ່າງໜັກໜ່ວງທັງທາງບົກ ແລະ ທາງນ້ຳ ໂດຍສະເພາະແມ່ນສາຍນ້ຳຕອນ ທີ່ໄດ້ຫຼໍ່ລ້ຽງຊີວິດປະຊາຊົນຫຼາຍກວ່າ 20 ບ້ານ, ເປັນແຫຼ່ງນ້ຳທີ່ອຸດົມສົມບູນໄປດ້ວຍປູ, ປາ, ສັດນ້ຳນາໆຊະນິດ ແຕ່ມາຮອດປັດຈຸບັນສັດເຫຼົ່ານັ້ນບໍ່ມີອີກແລ້ວ. ນອກຈາກນີ້, ປະຊາຊົນໃນຂົງເຂດນັ້ນກໍບໍ່ກ້ານໍາໃຊ້ນໍ້າຈາກແຫຼ່ງນໍ້າດັ່ງກ່າວ ທ່ານສາມາດເຂົ້າເບິ່ງລິ້ງໄດ້ທີ່ https://laoedaily.com.la/39389/.

ທ່ານ ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ວ່າ: ນະຄອນຫຼວງວຽງຈັນ ເລີ່ມມີການປູກກ້ວຍເປັນໂຄງການໃຫຍ່ນັບແຕ່ປີ 2014 ເປັນຕົ້ນມາ ຢູ່ເມືອງສັງທອງ ແລ້ວຂະຫຍາຍໄປເມືອງປາກງື່ມ ແລະ ເມືອງນາຊາຍທອງ ປັດຈຸບັນມີເນື້ອທີ່ທັງໝົດ 533 ເຮັກຕາ ຈາກ 5 ບໍລິສັດທັງພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ໃຫ້ຜົນຜະລິດແລ້ວ 333 ເຮັກຕາ.

ທ່ານກ່າວຕື່ມວ່າ: ໃນຈໍານວນສວນກ້ວຍເກົ່າທີ່ປູກແລ້ວມີພຽງຈໍານວນໜຶ່ງເທົ່ານັ້ນທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ, ສ່ວນໂຄງການໃໝ່ທັງໝົດແມ່ນຍັງບໍ່ໄດ້ຮັບອະນຸຍາດ, ຍິ່ງໄປກວ່ານັ້ນບາງໂຄງການຍັງບໍ່ມີເອກະສານໃດໆເລີຍ ເນື່ອງຈາກນັກລົງທຶນໄປເຊົ່າດິນທໍາການຜະລິດນໍາຜູ້ເປັນເຈົ້າຂອງກໍາມະສິດໂດຍກົງ ໂດຍບໍ່ຜ່ານພາກສ່ວນທີ່ກ່ຽວຂ້ອງຂອງລັດ ກໍຄືບໍ່ຜ່ານຂັ້ນຕອນການຂໍອະນຸຍາດລົງທຶນຕາມລະບຽບກົດໝາຍ.

ສໍາລັບໂຄງການໃໝ່ທີ່ມີການບຸກເບີກພື້ນທີ່ແມ່ນໄດ້ມີການສັ່ງໂຈະການປູກກ້ວຍໄວ້ກ່ອນ ແລະ ໃຫ້ປູກພືດຊະນິດອື່ນທົດແທນຈົນກວ່າການປະກອບເອກະສານຈະໄດ້ຮັບການອະນຸຍາດທີ່ຖືກຕ້ອງຈາກລັດ ແຕ່ຖ້າໂຄງການໃດຝ່າຝືນແມ່ນຈະໄດ້ດໍາເນີນການຢ່າງເດັດຂາດ ເປັນຕົ້ນແມ່ນປັບໃໝ ຫຼື ທໍາລາຍກ້ວຍຖິ້ມ ເຊິ່ງປັດຈຸບັນຍັງຢູ່ໃນຂັ້ນຕອນຮ່າງແຈ້ງການເປັນລາຍລັກອັກສອນເພື່ອແຈ້ງເຖິງຜູ້ປະກອບການ.

ໂດຍອີງຕາມຜົນການຄົ້ນຄວ້າເບື້ອງຕົ້ນຂອງສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ ກ່ຽວກັບການປູກກ້ວຍເພື່ອເປັນສິນຄ້າຢູ່ ສປປ ລາວ ໃນປີ 2016 ໃຫ້ຮູ້ວ່າ: ຜົນປະໂຫຍດທາງເສດຖະກິດຈາກການປູກກ້ວຍເພື່ອສົ່ງອອກມີຫຼາຍ, ຜົນປະໂຫຍດດັ່ງກ່າວໄດ້ຖືກແຈກຢາຍໃຫ້ຜູ້ມີສ່ວນຮ່ວມໃນການຜະລິດຢ່າງບໍ່ເທົ່າທຽມກັນ ເຊິ່ງໄດ້ຍົກຕົວຢ່າງໃນກໍລະນີສຶກສາຂອງແຂວງຫຼວງນໍ້າທາ, ນັກລົງທຶນທີ່ສົ່ງເສີມການປູກກ້ວຍມີຜົນໄດ້ຮັບສຸດທິຈາກການປູກກ້ວຍ ປະມານ 20 ລ້ານກີບຕໍ່ເຮັກຕາຕໍ່ປີ; ຜູ້ໃຫ້ເຊົ່າທີ່ດິນປູກກ້ວຍ ມີລາຍຮັບປະມານ 15 ລ້ານກີບຕໍ່ເຮັກຕາຕໍ່ປີ ສ່ວນກໍາມະກອນທີ່ເຮັດວຽກໃນສວນກ້ວຍ ມີລາຍຮັບ 780.000 ກີບຕໍ່ເຮັກຕາຕໍ່ປີ ເຊິ່ງຜົນການຄົ້ນຄວ້າດັ່ງກ່າວ ຊີ້ໃຫ້ເຫັນວ່າ: ນັກລົງທຶນຈີນ ມີຜົນໄດ້ຮັບສຸດທິຈາກການປູກກ້ວຍຫຼາຍກວ່າປະຊາຊົນລາວ ທີ່ປະກອບສ່ວນດ້ານດິນປູກຝັງ ແລະ ແຮງງານ.

ຍ້ອນແນວນັ້ນ, ຫາງສຽງຂອງປະຊາຊົນສ່ວນຫຼາຍຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາຢ່າງລະອຽດ ແລະ ໃຫ້ມີລະບຽບການທີ່ເຂັ້ມງວດໃນການຄຸ້ມຄອງເພື່ອປ້ອງກັນການສູນເສຍທີ່ອາດຕາມມາ.

( ຂ່າວ: ເອຢິບ, ຮູບ: ສຸກສະຫວັນ )

%d bloggers like this: