ບັນຫາເດັກບໍ່ສົນໃຈຕໍ່ການຮຽນມີຜົນຕໍ່ອະນາຄົດແນວໃດ ແລະ ຄວນແກ້ໄຂແນວໃດ?

ເດັກທີ່ບໍ່ຢາກໄປໂຮງຮຽນ ຫຼື ໄປແຕ່ບໍ່ຕັ້ງໃຈຮຽນ, ບໍ່ເຮັດວຽກບ້ານ ແລະ ບັນຫາອື່ນທີ່ບໍ່ສົນໃຈຮຽນ, ສີ່ງເຫຼົ່ານີ້ ສົ່ງຜົນເສຍຕໍ່ອະນາຄົດຂອງເດັກຫາກບໍ່ໄດ້ຮັບການແກ້ໄຂໃຫ້ທັນ ແລະ ຖຶກຕ້ອງ ເຂົາຈະກາຍເປັນຄົນຂີ່ຄ້ານ ມັກງ່າຍ ແລະ ບໍ່ມີວັນປະສົບຜົນສຳເລັດໃນສັງຄົມ ເພາະເປັນຄົນທີ່ຂາດເປົ້າໝາຍ ແລະ ຂາດວາມພະຍາຍາມນັ້ນເອງ.

ປັດຈຸບັນ ການຂະຫຍາຍຕົວຂອງເຕັກໂນໂລຢີ ເປັນຕົ້ນແມ່ນ ເຄື່ອງໂທລະສັບມືຖື ທີ່ທັນສະໄໝ ນັບມື້ນັບແຜ່ລາມໄປທົ່ວໂລກ, ເຊິ່ງບັນຫາດັ່ງກ່າວ ເຮັດໃຫ້ເດັກນັກຮຽນທັງຫຼາຍຂາດຄວາມສົນໃຈຮຽນ ແລະ ສົ່ງຜົນຕໍ່ບັນຫາພຶດຕິກຳຂອງເດັກ ເຊັ່ນ: ບໍ່ຢາກໄປຮຽນ, ໂຕນໜີຫ້ອງຮຽນ, ຂາດຮຽນ ລວມເຖີງບັນຫາດ້ານອາລົມເປັນຕົ້ນ ມີອາລົມຊືມເສົ້າ ແລະ ວິຕົກກັງວົນຕ່າງໆ ນຳໄປສູ່ບັນຫາທາງການຮຽນຮູ້, ຮັບຮູ້ ແລະ ເຂົ້າໃຈບັນຫາຍາກ ຈົນມີຜົນຕໍ່ການຮຽນທີ່ຕໍ່າ ກາຍເປັນວົງຈອນການຮຽນຮູ້ຂອງເດັກ ແລະ ເປັນສາເຫດຕໍ່ເນື່ອງໄປເຖີງບັນຫາດ້ານສຸຂະພາບຈິດ ແລະ ອຸປະນິໄສ ພຶດຕິກຳການກະທຳຕ່າງໆ.

ສີ່ງດັ່ງກ່າວເຮັດໃຫ້ເດັກມີປົມດ້ອຍ ຂາດຄວາມເຊື່ອໝັ້ນຕົນເອງ, ໝົດກຳລັງໃຈ ແລະ ອື່ນໆ. ເຊິ່ງການສຳຫຼວດພົບວ່າ ບັນຫາເດັກບໍ່ສົນໃຈການຮຽນ ຫຼື ຮຽນອ່ອນ ມີຜົນເສຍຕໍ່ສຸຂະພາບຈິດຢ່າງສູງ, ຫຼາຍຄົນອາດຄິດວ່າ ເດັກຮຽນອ່ອນແມ່ນເກິດຈາກການບໍ່ຕັ້ງໃຈຮຽນ, ຂີ່ຄ້ານ, ມັກງ່າຍ, ບໍ່ພະຍາຍາມຕໍ່ການຮຽນ ແຕ່ໃນຄວາມເປັນຈີງແລ້ວອາດມີຫຼາຍກວ່ານັ້ນ ບໍ່ສະເພາະດ້ານສະຕິປັນຍາ ແຕ່ຍັງມີສາເຫດອື່ນອີກເປັນຕົ້ນ ອາລົມ ທີ່ເປັນທັງເຫດ ແລະ ຜົນຕໍ່ການຮຽນ.

ເຊິ່ງອາລົມທີ່ເຮັດໃຫ້ເດັກບໍ່ຕັ້ງໃຈຮຽນນັ້ນ ມັນອາດເກິດຈາກຫຼາຍສາເຫດໄດ້ແກ່ ຜູ້ປົກຄອງທີ່ມັກດ່າ ຫຼື ພໍ່ແມ່ທະເລາະກັນ, ພໍ່ແມ່ຮັກລູກຈົນເກີນໄປ ຫຼື ບໍ່ເໝາະສົມ, ຄວາມຍາກຈົນຂອງຄອບຄົວ ນອກນັ້ນ ຍັງເກິດຈາກການຂາດແຮງຈູງໃຈຕໍ່ການຮຽນ ເປັນປັດໄຈໃຫ້ເດັກຮຽນອ່ອນ. ມີເດັກຫຼາຍຄົນທີ່ສະຫຼາດແຕ່ບໍ່ມັກຮຽນ ຮຽນອ່ອນ ບໍ່ເຮັດວຽກບ້ານ ບໍ່ມັກຄູອາຈານ ຂາດຄວາມພະຍາຍາມ ແລະ ຄວາມມຸ່ງຫມັ່ນໃນການສຶກສາຮໍ່າຮຽນ ມັກຫຼີ້ນໂທລະສັບ ແລະ ມັກສະແດງບາງຢ່າງໃຫ້ເຫັນວ່າເຂົາມີແນວຄິດສ້າງສັນ ມີຄວາມໄວສະໝອງສູງ, ມັກປະກອບສີ່ງຕ່າງໆເຂົ້າດ້ວຍກັນຢ່າງເປັນລະບົບ ແລະ ອື່ນໆ.

ເດັກທີ່ເປັນແບບນີ້ ເຂົາເປັນເດັກທີ່ສະຫຼາດ ມີສະຕິປັນຍາດີ ແຕ່ເຫດຜົນທີ່ບໍ່ຕັ້ງໃຈຮຽນ ແມ່ນຍ້ອນຂາດແຮງຈູງໃຈ, ເກິດຈາກການລ້ຽງດູທີ່ຂາດການຝຶກຝົນອຸປະນິໄສ ວິໄນ ໃນການຄວບຄຸມຕົນເອງ, ໂດຍປົກກະຕິ ມັກຈະໃຊ້ຂໍ້ອ້າງເພື່ອຫຼີກຫຼຽງ ແລະ ແກ້ຕົວຢູ່ສະເໝີ ແທນທີ່ຈະໃຊ້ຄວາມສະຫຼາດໃນການສຶກສາຮໍ່າຮຽນ ແຕ່ກັບຫາວິທີເພື່ອໃຫ້ຕົນພົ້ນຜິດ.

ນອກນັ້ນ ຍັງມີບາງສາເຫດ ແລະ ຫຼາຍປັດໃຈທັງພາຍນອກ ແລະ ໃນຮ່າງກາຍ ຂອງເດັກ ທີ່ພາໃຫ້ເດັກຂາດຄວາມສົນໃຈຕໍ່ການຮຽນເຊັ່ນ:

ເດັກມີການຈະເລີນເຕີບໂຕທາງສະໝອງຊ້າ, ເດັກກຸ່ມນີ້ພວກເຂົາຈະມີປັນຍາຕໍ່າ ສັງເກດໄດ້ໂດຍງ່າຍຈາກການຍີ້ມ, ທ່າຍ່າງ, ເດີນ ແລະ ການເວົ້າ. ເມື່ອເຂົ້າສູ່ໄວຮຽນພວກເຂົາອາດຮຽນບໍ່ໄດ້ ຫຼື ບໍ່ທັນໝູ່ເພື່ອນ ແລະ ຮຽນໄດ້ໃນບາງກໍລະນີທີ່ງ່າຍເທົ່ານັ້ນ.

ເດັກທີ່ມີສຸຂະພາບບໍ່ແຂງແຮງຫຼື ມີໂລກປະຈຳຕົວ ສົ່ງຜົນໃຫ້ການຮຽນບໍ່ໄດ້ດີ ເພາະມັກພັກ ຂາດ ຮັກສາຕົວ. ເດັກທີ່ມີຄວາມຜິດປົກກະຕິທາງອະໄວຍະວະສຳພັດ ເຊັ່ນ ສາຍຕາຜິດປົກກະຕິ, ຫູບໍ່ໄດ້ຍີນ ແລະ ອື່ນໆ. ເດັກທີ່ມີລັກສະນະຂາດຄວາມຕັ້ງໃຈ, ສົມຍອມ ແລະ ຂາດແຮງຈູງໃຈໃນການຮຽນ ປ່ອຍປະລະເລີຍການຮຽນ ຮູ້ສຶກເບື່ອການຮຽນ ໂດຍບໍ່ຄຳນືງເຖີງຜົນເສຍ. ເດັກທີ່ມີອາລົມປັ່ນປ່ວນ ມັກກັງວົນ ຄຸ່ນຄິດແຕ່ສີ່ງບໍ່ດີ ບໍ່ສະບາຍໃຈ ມັກສະແດງການເມີລອຍ ອ່ອນເພຍ ຫງຸດຫງິດ ບໍ່ມີສະມາທິຕໍ່ການຮຽນ ແລະ ຮຽນບໍ່ເຕັມຄວາມສາມາດ.

ບັນຫາໃນຄອບຄົວບໍ່ສົມບູນ ພໍ່ແມ່ຢ່າຮ້າງ, ທອດຖີ້ມລູກ, ທະເລະ ຫຼື ໃຊ້ຄວາມຮຸນແຮງ ສົ່ງຜົນທາງອາລົມເຮັດໃຫ້ເດັກບໍ່ຢາກຮຽນ. ພໍ່ແມ່ລ້ຽງດູໃນທາງທີ່ບໍ່ເໝາະສົມ ປ່ອຍປະລະເລີຍ, ເອົາໃຈລູກຈົນເກີນໄປ ຫຼື ຄາດຫວັງສູງໃນຕົວລູກ ມີຄວາມກົດດັນສູງ ແລະ ເຮັດໃຫ້ເກິດບັນຫາທາງອາລົມ ແລະ ພຶດຕິກຳຕໍ່ການສຶກສາຮໍ່າຮຽນ.ບັນຫາການເງີນ ຄອບຄົວຍາກຈົນ ເຮັດໃຫ້ເດັກຕ້ອງແບ່ງເວລາໄປຊ່ວຍເຮັດວຽກຫາເງີນເພື່ອລ້ຽງດູຕົນເອງ ແລະ ຄອບຄົວ. ເຮັດໃຫເດັກຂາດການຮຽນ ແລະ ຮຽນທີ່ບໍ່ເໝາະສົມ ພາໃຫ້ຜົນການຮຽນບໍ່ໄດ້ດີ ສົ່ງຜົນໃຫ້ເດັກບໍ່ຢາກຮຽນອີກຕໍ່ໄປ.

ບັນຫາຄວາມສໍາພັນລະຫວ່າງເດັກກັບຄູອາຈານ ແລະ ໝູ່ເພື່ອນໃນຫ້ອງຮຽນສົ່ງຜົນໃຫ້ເດັກບໍ່ຢາກຮຽນ ເພາະບໍ່ໃກ້ສິດ ກັບໃຜໆ ແລະ ຮູ້ສຶກໂດດດ່ຽວນັ້ນເອງ. ການທີ່ຈະຊ່ວຍເຫຼືອເພື່ອເຮັດໃຫ້ເດັກກັບມາສົນໃຈໃນການສຶກສາຮໍ່າຮຽນນັ້ນ, ຕ້ອງໃຊວິທີທີ່ເໝາະສົມ ອີງຕາມຫຼັກການຂອງການຮຽນຮູ້ ໂດຍສ້າງແຮງຈູງໃຈ ເຮັດໃຫ້ເດັກຮູ້ສຶກມີຄວາມສຸກ, ມອງໂລກໃນແງ່ດີ ເພາະເດັກທີ່ມອງໂລກໃນແງ່ດີມັກຈະຕັ້ງໃຈສຶກສາຮໍ່າຮຽນ ມີທັດສະນະທີ່ດີຕໍ່ການຮຽນ ຕະຫຼອດຈົນສາມາດສ້າງສານພົວພັນທີ່ດີກັບໝູ່ເພື່ອນ ແລະ ຄູອາຈານ. ເຊິ່ງມີບາງວິທີດັ່ງລຸ່ມນີ້:

  1. ການສອນຕ້ອງເລີ່ມຈາກສີ່ງທີ່ເດັກມັກ ປະສົມປະສານກັບຄວາມຮູ້ໃນບົດຮຽນ ແລະ ສອນບົດຮຽນຄວນເລີ່ມຈາກສີງທີ່ຕໍ່າກວ່າຄວາມສາມາດຂອງເດັກ ເພື່ອໃຫ້ເດັກສາມາດຮຽນຮູ້ໄດ້ໄວ ແລະ ງ່າຍ, ຮູ້ສຶກເຖີງການປະສົບຄວາມສຳເລັດໃນການຮຽນ ເພື່ອສ້າງກຳລັງໃຈແກ່ການຮຽນຮູ້ໃນລະດັບຍາກຂື້ນ.
  2. ການສອນຕ້ອງເລີ່ມຈາກສີ່ງທີ່ເດັກຄຸ້ນເຄີຍໄປຫາສີ່ງທີ່ບໍ່ຄຸ້ນເຄີຍ. ເຊິ່ງຈະຊ່ວຍໃຫ້ເຂົ້າໃຈບົດຮຽນງ່າຍຂື້ນ ຫາກຮຽນຮູ້ສີ່ງໃກ້ຕົວ ແລະ ສີ່ງທີ່ສາມາດມອງເຫັນດ້ວຍພາບ ຫຼື ຈີນຕະນາການງ່າຍ ຫຼັງຈາກນັ້ນ ຈື່ງເຊື່ອມໂຍງໄປເຖີງບົດຮຽນທີ່ຍາກຂື້ນ ລວມໄປເຖີງການເປິດໂອກາດໃຫ້ເດັກສາມາດເລຶອກຫຼີ້ນກິດຈະກຳນອກເວລາຕ່າງໆທີ່ມັກ. ເພື່ອສ້າງແຮງຈູງໃຈໃຫ້ເດັກເກິດຄວາມສົນໃຈຕໍ່ການຮຽນ ແລະ ຮຽນໄດ້ດີຂື້ນເທື່ອລະກ້າວ.
  3. ການໃຫ້ເດັກໄດ້ຜ່ານປະສົບການໂດຍກົງ ໂດຍພາກປະຕິບັດຈີງນັ້ນ ຈະຊ່ວຍໃຫ້ເຂົ້າໃຈງ່າຍ, ຈຳໄດ້ດົນ ແລະ ເປັນການເປິດໂອກາດໃຫ້ສາມາດຮຽນຮູ້ໄດ້ດ້ວຍຕົນເອງ. ເຊິ່ງເປັນການສົ່ງເສີມການຮຽນຮູ້ຕາມຄວມສາມາດຂອງເດັກ, ໂດຍການສອນຕ້ອງສອດຄ່ອງກັບການຮຽນຮູ້ຂອງເດັກ, ສົ່ງເສີມການສະແດງຄວາມສາມາດພິເສດ ຍອມຮັບຈຸດອ່ອນຂອງຕົນ ແລະ ປິດໂອກາດໃຫ້ເດັກໄດ້ສະແດງຄວາມເປັນຜູ້ນຳ ແລະ ຜູ້ຕາມ ເພື່ອພັດທະນາຄວາມພາກພູມໃຈແລະ ການປະຕິບັດຕາມແຕ່ລະບົດບາດໃຫ້ເໝາະສົມ ໃນແຕ່ລະສະຖານະການ.

ນອກຈາກນັ້ນ ເພື່ອຫຼີກຫຼຽງບັນຫາດັ່ງກ່າວ ໃຫ້ລູກກາຍເປັນຄົນຕັ້ງໃຈຮຽນ, ມັກຮຽນຮູ້. ຜູ້ເປັນພໍ່ແມ່ ຄວນປະຕິບັດບາງຢ່າງ ເຊັ່ນ:

ພໍ່ແມ່ຄວນເປັນແບບຢ່າງທີ່ດີ ໂດຍເລີມຈາກການດຳລົງຊີວິດປະຈຳວັນ ແລະ ຊ່ວຍສົ່ງເສີມໃຫ້ລູກກາຍເປັນຄົນມັກຮຽນ, ມີວິໄນ ໃນການຮຽນ ຕັ້ງໃຈສຶກສາຮໍ່າຮຽນ ເປິດໂອກາດໃຫ້ລູກໄດ້ຮຽນຮູ້ ໃນສີ່ງດີໆ ທີ່ລູກສົນໃຈ ເພາະໄວເດັກເປັນໄວທີ່ມີການພັດທະນາດ້ານການຮຽນຮູ້ທີ່ໄວ ເພື່ອຊ່ວຍເສີມສ້າງຮາກຖານທີ່ດີໃນການສຶກສາຮໍ່າຮຽນຂອງລູກໃນອະນາຄົດ.

ພໍ່ແມ່ຄວນສ້າງໃຫ້ລູກກາຍເປັນຄົນໄຝ່ຮຽນ ໂດຍມີເງື່ອນໄຂຕ່າງໆ ແລະ ດູແລຮັກສາວິໄນການຮຽນຮູ້ຂອງລູກຢ່າງສະໝໍ່າສະເໝີ ເພື່ອໃຫ້ກາຍເປັນນິໄສທີ່ໄຝ່ຮຽນຮູ້ ມັກຊອກຮູ້ຮໍ່າຮຽນມາແຕ່ເດັກ ເພື່ອຫຼີກຫຼຽງບັຍຫາລູກບໍ່ຢາກຮຽນ.

ເຊິງແຕ່ລະວິທີດັ່ງກ່າວເປັນພຽງພື້ນຖານໃນການແກ້ໄຂບັນຫາ ເດັກບໍ່ຢາກໄປໂຮງຮຽນ ບໍ່ຢາກຮຽນ ຫຼື ຮຽນແຕ່ບໍ່ເກັ່ງບໍ່ເຂົ້າໃຈ ເພື່ອຊ່ວຍໃຫ້ຜູ້ເປັນພໍ່ແມ່ຜູ້ປົກຄອງ ແລະ ຄູບາອາຈານໃນການສິດສອນ ຖາຍຖອດຄວາມຮູ້ໃຫ້ແກ່ເດັກຢ່າງມີປະສິດທິພາບ, ເພື່ອເຮັດໃຫ້ເດັກກາຍເປັນຄົນມັກຮຽນມັກອ່ານ ມັກຊອກຫາຄວາມຮູ້ມາຊ່ວຍພັດທະນາຕົນເອງ, ຍົກສູງບຸກຄະລິກກະພາບຄວາມສາມາດຂອງຕົນໃຫ້ກາຍເປັນຄົນມີປະສິດທິພາບ ມີຄຸນນະພາບ ມີຄວາມຮູ້ສູງ ໃຫ້ສົມກັບຄໍາວ່າ “ໄວໜຸ່ມລາວ ຄືອະນາຄົດຂອງປະເທດຊາດ” ເພື່ອປະກອບສ່ວນໃນໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມເທື່ອລະກ້າວ, ນໍາພາ ແລະ ຍົກສູງບົດບາດຂອງປະເທດຊາດໄປສູ່ເວທີພາກພື້ນ ແລະສາກົນ.

ໂດຍ: ກາວຊົ່ງ

%d bloggers like this: