3 ລັກສະນະການຮຽນຮູ້ ທີ່ນັກຮຽນມັກໃຊ້ຕໍ່ການຮຽນ

ການພັດທະນາ ແລະ ຈະເລີນເຕີບໂຕຢ່າງໄວວາ ສົ່ງຜົນໃຫ້ການຮຽນ – ການສອນຈຳເປັນຕ້ອງປ່ຽນໄປຕາມ, ປັດຈຸບັນການຮຽນແບບເກົ່າອາດບໍ່ເໝາະກັບການຮຽນຮູ້ຂອງນັກຮຽນ ເພາະເຕັກໂນໂລຊີ ເຮັດໃຫ້ຄົນພັດທະນາຂຶ້ນ ເຊິ່ງໄດ້ສົ່ງຜົນໃຫ້ແຕ່ລະຄົນມີຮູບແບບການຮຽນຮູ້ທີ່ແຕກຕ່າງກັນໄປ, ບາງຄົນອາດເກັ່ງຫາກຮຽນຕາມໂຮງຮຽນ ຫຼື ສະຖາບັນສຶກສາຕ່າງໆ, ແຕ່ບາງຄົນອາດຮຽນຮູ້ໄດ້ດີຫາກລົງປະຕິບັດຕົວຈິງ ແລະ ບາງຄົນອາດຮຽນໄດ້ດີໃນກໍລະນີເບິ່ງຜ່ານຈໍ ເປັນຕົ້ນເບິ່ງໃນຄອມພິວເຕີ, ໂທລະສັບມືຖື ແລະ ອື່ນໆ.

ສິ່ງເຫຼົ່ານີ້ເຮັດໃຫ້ການຮຽນ – ການສອນຂອງແຕ່ລະຄົນຈຶ່ງໄດ້ຮັບຜົນ ແລະ ຮູບແບບການຮຽນທີ່ແຕກຕ່າງກັນ, ເດັກນັກຮຽນບາງຄົນເຮົາອາດເຫັນວ່າເຂົາຮຽນວິຊາຕ່າງໆ ຫຼື ຮຽນຕາມທີ່ໂຮງຮຽນ, ຕາມການສອນຂອງອາຈານນັ້ນອາດບໍ່ເກັ່ງ ແຕ່ເຂົາໃຊ້ໂທລະສັບ ຫຼື ເຫັນຜູ້ ໃຫຍ່ໃຊ້ຄອມພິວເຕີເຂົາຊໍ້າພັດຮຽນໄດ້ ແລະ ໄດ້ໄວເມື່ອເຫັນເທົ່ານັ້ນ ໂດຍບໍ່ໄດ້ຮັບການສອນ ຫຼື ອະທິບາຍຂອງຜູ້ໃຫຍ່ເລີຍ ຫຼື ເດັກບາງຄົນອາດຮຽນວິຊາຄະນິດສາດ ຫຼື ສາຍຄິດໄລ່ຕ່າງໆບໍ່ເກັ່ງ ແຕ່ບໍ່ໄດ້ໝາຍຄວາມວ່າເຂົາຮຽນບໍ່ເກັ່ງ.

ການຮຽນ – ການສອນໃນ ສປປ ລາວ ຈະເນັ້ນໃສ່ 4 ວິຊາຫຼັກ ຄື: ຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ພາສາລາວ, ບາງທີ 4 ວິຊາພື້ນຖານດັ່ງກ່າວມີເດັກນັກຮຽນບາງຄົນອາດບໍ່ມັກ ຫຼື ນັກຮຽນເນັ້ນໃສ່ວິຊາອື່ນ ກໍເລີຍເຮັດໃຫ້ເຂົາຮຽນບໍ່ໄດ້ໃນວິຊາເຫຼົ່ານັ້ນ. ນອກຈາກນັ້ນ, ບາງຄັ້ງອາດເປັນເພາະວິທີການສອນບໍ່ເໝາະກັບການຮັບຮູ້ຂອງເດັກນັກຮຽນກໍວ່າໄດ້ ເພື່ອຕອບສະໜອງການຮຽນ – ການສອນເຮັດແນວໃດໃຫ້ເດັກນັກຮຽນສາມາດຮຽນຮູ້ໄດ້ດີທີ່ສຸດ.

ປັດຈຸບັນມີຫຼາຍໂຮງຮຽນ, ຫຼາຍສະຖາບັນການສຶກສາ ໂດຍສະເພາະແມ່ນບັນດາໂຮງຮຽນພາກເອກະຊົນ ກໍໄດ້ນຳເອົາອຸປະກອນ, ເຕັກໂນໂລຊີເຂົ້າຊ່ວຍໃນການຮຽນ – ການສອນ ເຊິ່ງເຮັດໃຫ້ເດັກນັກຮຽນສົນໃຈຕໍ່ການຮຽນຫຼາຍຂຶ້ນ ແລະ ສາມາດຮຽນຮູ້ດ້ວຍຫຼາຍຮູບແບບ ເຮັດໃຫ້ພວກເຂົາຮຽນໄດ້ດີ ແລະ ຮຽນເກັ່ງຂຶ້ນຕາມໆມາ ເຊິ່ງການນຳໃຊ້ອຸປະກອນທັນສະໄໝເຂົ້າໃນການຮຽນ – ການສອນເປັນສິ່ງສຳຄັນ ແລະ ຈໍາເປັນສຳລັບການຮຽນໃນຍຸກໃໝ່.
ນອກນັ້ນ, ບັນດາຄູ – ອາຈານກໍຕ້ອງສຶກສາຄົ້ນຄວ້າ ແລະ ສັງເກດພຶດຕິກຳ, ຮູບແບບການຮຽນຮູ້ທີ່ໄດ້ຜົນດີສຳລັບເດັກນັກຮຽນແຕ່ລະຄົນ ເພື່ອທີ່ຈະສາມາດສອນໃຫ້ເໝາະ ແລະ ຖືກວິທີທີ່ສຸດໃຫ້ແກ່ນັກຮຽນຜູ້ນັ້ນເຮັດໃຫ້ເຂົາຮຽນເກັ່ງຂຶ້ນ.

ດັ່ງນັ້ນ, ໃນມື້ນີ້ຜູ້ຂຽນຈະພາທຸກຄົນມາຮູ້ກ່ຽວກັບຮູບແບບການຮຽນຮູ້ທີ່ນັກຮຽນຫຼາຍຄົນມັກປະຕິບັດໃນຊົ່ວໂມງເປັນປະຈຳ ແລະ ຮຽນຮູ້ໄດ້ໄວ ເຊິ່ງຜູ້ຮຽນສາມາດຮັບຂໍ້ມູນການສຶກສານັ້ນຜ່ານການປະຕິບັດ 3 ຢ່າງ ດັ່ງລຸ່ມນີ້:

ການຮຽນຮູ້ໄດ້ດີດ້ວຍຕາ: ຜູ້ຮຽນຈະຮຽນໄດ້ຈາກການໄດ້ເບິ່ງ ເປັນຕົ້ນແມ່ນການອ່ານປຶ້ມ, ການເບິ່ງຮູບພາບ ເຊິ່ງຄົນທີ່ຮຽນໄດ້ດີໃນລັກສະນະແບບນີ້ ໂດຍທົ່ວໄປເຂົາເຈົ້າຈະມັກຮຽນດ້ວຍການອ່ານທີ່ມີຮູບພາບຈຳລອງ ເຊັ່ນ: ພາບທາງທິວທັດພູມີສາດ, ກາຕູນ, ພາບຂຽນ ແລະ ພາບຕ່າງໆ ເຊິ່ງລັກສະນະການຮຽນຂອງເຂົາເຈົ້າ ສ່ວນຫຼາຍຈະເຫັນເຂົາໃຊ້ບິກສີຕ່າງໆຂີດຈຸດສຳຄັນຕ່າງໆໃນປຶ້ມແບບຮຽນ ເພື່ອເນັ້ນຈຸດເດັ່ນ, ສາມາດຈື່ຈໍາໄດ້ດີ ແລະ ງ່າຍຂຶ້ນໃນການຮຽນ, ຈະມີການຈົດບັນທຶກ, ຈົດຄວາມໝາຍຫຍໍ້, ອ່ານເອກະສານ ແລະ ປຶ້ມຕ່າງໆ, ມັກຂຽນພາບ ຫຼື ແຕ້ມໂຄງຮ່າງຕ່າງໆ ເຊັ່ນ: ຄວາມກ່ຽວຂ້ອງລະຫວ່າງລະບົບການຖ່າຍເທຂອງລະບົບນິເວດຕ່າງໆ ເປັນຕົ້ນ ເຊິ່ງເຂົາເຈົ້າຈະຮຽນຮູ້ດ້ວຍສື່ຕ່າງໆ ເຊັ່ນ: ເບິ່ງໂທລະພາບ ຫຼື ລາຍການຕ່າງໆ ແລະ ຮຽນຮູ້ຈາກສິ່ງເຫຼົ່ານັ້ນໄປໃນຕົວ, ອ່ານປຶ້ມທີ່ມີຄຸນຄ່າມີປະໂຫຍດຕ່າງໆ ຫາກເປັນປຶ້ມທີ່ມີພາບປະກອບຫຼາຍຈະຊ່ວຍໃນການພັດທະນາການຮຽນຮູ້ ແລະ ເຂົ້າໃຈດີຂຶ້ນ, ມັກຮຽນຮູ້ໃນສະຖານທີ່ທີ່ສະຫງົບງຽບບໍ່ມີຄົນລົບກວນ.

ນອກນັ້ນ, ຍັງຮຽນໄດ້ດີຈາກການສາທິດ ແລະ ການຄົ້ນຄວ້າ, ອ່ານບົດຮຽນແຕ່ລະເທື່ອ ເຂົາເຈົ້າຈະຈິນຕະນາການ ຫຼື ນຶກເປັນພາບສະເໝີ ແລະ ມີການສົມທຽບກັນຕະຫຼອດ ລະຫວ່າງສິ່ງທີ່ເຄີຍເຫັນເຄີຍຜ່ານກັບກໍລະນີທີ່ກຳລັງອ່ານເພື່ອໃຫ້ຈໍາງ່າຍຂຶ້ນ.
ການຮຽນຮູ້ດ້ວຍການຟັງ: ການຮຽນຮູ້ໃນລັກສະນີ້ເໝາະສຳລັບນັກຮຽນທີ່ມັກການອະທິບາຍ, ການໄດ້ຍິນ, ຮຽນແລ້ວມັກແລກປ່ຽນຄວາມຄິດເຫັນນຳກັນ ລະຫວ່າງໝູ່ນັກຮຽນດ້ວຍກັນ ຫຼື ແລກປ່ຽນຄວາມຮູ້ກັບຄູ – ອາຈານຕ່າງໆ ເພື່ອໃຫ້ເຂົ້າໃຈງ່າຍຂຶ້ນ ແລະ ມັກຮຽນຮູ້ຈາກການໄດ້ຍິນຈາກສື່ຕ່າງໆ ເປັນຕົ້ນແມ່ນລາຍການວິທະຍຸ.

ຜູ້ຮຽນທີ່ຮຽນໄດ້ງ່າຍດ້ວຍການຟັງນັ້ນ ໂດຍທົ່ວໄປເຂົາເຈົ້າຈະມັກຮຽນເປັນກຸ່ມ, ມັກຟັງການອະທິບາຍ, ສົນທະນາແລກປ່ຽນຄວາມຄິດເຫັນຕໍ່ສິ່ງທີ່ໄດ້ຮຽນມາ, ມັກຂຽນຈົດສິ່ງທີ່ແລກປ່ຽນນັ້ນຂຶ້ນມາລາຍງານຕໍ່ຫ້ອງຮຽນ ແລະ ມີຄໍາເຫັນຕໍ່ບົດຮຽນສະເໝີ, ມັກຈະໃຊ້ເຄື່ອງບັນທຶກສຽງແທນການຈົດເປັນສ່ວນຫຼາຍ, ກໍລະນີອ່ານໜັງສື ເຂົາເຈົ້າຈະບໍ່ຄ່ອຍອ່ານໃນໃຈໂດຍຈະອ່ານອອກສຽງ ເພື່ອຊ່ວຍໃຫ້ຈໍາໄດ້ຫຼາຍຂຶ້ນ, ມັກຫາວິທີໃນການຈື່ຈຳທີ່ງ່າຍ ເຊັ່ນ: ຂຽນຄໍາຍ່ອຍອອກມາເພື່ອສະດວກໃນການຈື່ຈໍາ, ບາງກໍລະນີກໍນໍາສິ່ງທີ່ຕ້ອງການຈື່ຈໍາມາແຕ່ງເປັນບົດຄວາມ ຫຼື ເພງ ແລະ ໃນກໍລະນີໃກ້ສອບເສັງມັກຈະຟັງບົດຮຽນຫຼາຍກວ່າເບິ່ງບົດຮຽນ ໂດຍໃຫ້ເພື່ອນ ຫຼື ຜູ້ອື່ນອ່ານໃຫ້ຟັງເພື່ອໃຫ້ຈໍາງ່າຍ ແລະ ເປັນຄົນທີ່ມັກເລົ່າເລື່ອງ ຫຼື ເລົ່າຄວາມຄິດຂອງຕົນໃຫ້ຜູ້ອື່ນຟັງເປັນປະຈໍາ.

ຮຽນຮູ້ດ້ວຍການປະຕິບັດ: ການຮຽນແບບນີ້ ເຊິ່ງເປັນວິທີຮຽນທີ່ລະບົບການຮຽນ – ການສອນໄດ້ນຳມາສິດສອນຫຼາຍຂຶ້ນໃນຍຸກປັດຈຸບັນ ແລະ ເປັນການຮຽນຮູ້ທີ່ມີຄວາມສຳຄັນອີກແບບໜຶ່ງ ເພື່ອເຮັດໃຫ້ການຮຽນ – ການສອນມີສີສັນຂຶ້ນ ແລະ ນັກຮຽນສາມາດເຂົ້າໃຈຕໍ່ບົດຮຽນຫຼາຍຂຶ້ນ ດ້ວຍການທີ່ໄດ້ລົງມືເຮັດ, ການທົດລອງ, ການຮຽນທີ່ໄດ້ລົງປະຕິບັດຕົວຈິງໄປຄຽງຄູ່ກັບການຮຽນໃນພາກທິດສະດີ ແຕ່ຜູ້ຮຽນທີ່ຮຽນໄດ້ດີໃນຮູບແບບນີ້ຈະມີລັກສະນະໂດດເດັ່ນ ແລະ ແຕກຕ່າງກັບຜູ້ຮຽນອື່ນ ເພາະຄົນເຮົານັ້ນບໍ່ແມ່ນວ່າທຸກຄົນຈະສາມາດຮຽນຮູ້ໄດ້ດີເທົ່າກັນໃນທຸກຮູບແບບ, ເຮົາອາດຮຽນຮູ້ໄດ້ດີໃນຮູບແບບນີ້ ແຕ່ຮູບແບບອື່ນຮຽນໄດ້ດີບໍ່ເທົ່າແບບນີ້ກໍເປັນໄດ້.

ໂດຍປົກກະຕິຜູ້ທີ່ຮຽນໄດ້ດີໃນພາກປະຕິບັດຕົວຈິງ ຈະມັກເຄື່ອນໄຫວຕະຫຼອດໃນການຮຽນ, ເຂົາເຈົ້າຈະບໍ່ມັກການນັ່ງງຽບໆ ຫຼື ເຮັດວຽກອ່ານໜັງສືຢູ່ກັບທີ່, ຈະມັກປ່ຽນວິທີການອ່ານໜັງສືສະເໝີ, ມັກເຄື່ອນໄຫວຮ່າງກາຍຂະນະອ່ານໜັງສື ຫຼື ເຮັດວຽກ, ກໍລະນີອ່ານໜັງສືຈະມັກກິນ, ຍໍ້າໝາກຝຣັ່ງ ຫຼື ເຂົ້າໜົມຕ່າງໆ, ກໍລະນີອ່ານໜັງສື ມັກເປີດເພງຟັງເບົາໆ ເພື່ອເຮັດໃຫ້ຮ່າງກາຍໄດ້ເໜັງຕີງ, ມ່ວນຊື່ນ ແລະ ບັນເທີງໄປກັບການອ່ານ, ມັກອ່ານໜັງສືໂດຍຫຍໍ້ເພື່ອຮັບຮູ້ ຫຼື ເຂົ້າໃຈເນື້ອໃນສຳຄັນກ່ອນທຸກຄັ້ງທີ່ຈະລົງເລິກອ່ານໃຫ້ລະອຽດ ເຊິ່ງການຮຽນ, ປະຕິບັດຕົວຈິງ ຫຼື ເຮັດກິດຈະກຳຕ່າງໆຢ່າງມີຂັ້ນຕອນ ແລະ ເປັນຄົນມັກຫຼິ້ນເກມທີ່ມີສາລະໃນການຝຶກສະໝອງ ແລະ ບັນເທີງ ເພື່ອເຮັດໃຫ້ການຮຽນທຸກຄັ້ງປາສະຈາກຄວາມໜ້າເບື່ອ ແລະ ອື່ນໆ.

ນອກຈາກນັ້ນ, ບັນດາຮູບແບບລັກສະນະການຮຽນຮູ້ທີ່ເວົ້າມານັ້ນແລ້ວ, ມີນັກຮຽນບາງຄົນຍັງສາມາດໃຊ້ການຂຽນ, ຈົດ ເພື່ອເຮັດໃຫ້ການຈື່ໄດ້ສະດວກ ແລະ ງ່າຍຂຶ້ນ ເຊິ່ງແຕ່ລະລັກສະນະການຮຽນຮູ້ນັ້ນຜູ້ເປັນຄູ – ອາຈານສາມາດສັງເກດໄດ້ ໂດຍຜ່ານຮູບແບບການສອນຕ່າງໆ ຕາມບັນດາວິຊາທີ່ສອນໃນຫຼັກສູດ ເນື່ອງຈາກວ່ານັກຮຽນແຕ່ລະຄົນມີຮູບແບບລັກສະນະການຮຽນຮູ້ທີ່ຕ່າງກັນ, ບາງຄົນເກັ່ງແບບນີ້ ບາງຄົນຮຽນເກັ່ງໃນແບບນັ້ນ.

ດັ່ງນັ້ນ, ຜູ້ສອນຈຶ່ງຈຳເປັນຕ້ອງຊອກຫາວິທີສອນທີ່ເໝາະທີ່ສຸດສຳລັບນັກຮຽນແຕ່ລະຄົນໃຫ້ຮຽນຮູ້ໄດ້ດີ ໃຊ້ເວລາໜ້ອຍແຕ່ໄດ້ຮັບຜົນດີ ຄູ – ອາຈານຮູ້ສອນນັກຮຽນກໍເກັ່ງ ເຊິ່ງການສອນໂດຍນໍາເອົາຮູບແບບສອນປະສົມປະສານນັ້ນ ນອກຈາກອາຈານສັງເກດເຫັນວິທີຮຽນຮູ້ຂອງນັກຮຽນເພື່ອຖາຍທອດຄວາມຮູ້ໃຫ້ແກ່ນັກຮຽນແລ້ວ ຍັງເປັນການຮັບຮູ້ຕົນເອງຂອງນັກຮຽນທີ່ຈະຮຽນຕາມຮູບແບບທີ່ຕົນເອງຖະນັດ ແລະ ຮຽນໄດ້ດີອີກດ້ວຍ.

ໂດຍ: ກາວຊົ່ງ

%d bloggers like this: