ຄວນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ມີເງື່ອນໄຂແຂ່ງຂັນໃນຍຸກເຊື່ອມໂຍງ

ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງລາວ ມີເງື່ອນໄຂໜ້ອຍເຕັມທີທີ່ຈະແຂ່ງຂັນໃນຍຸກເຊື່ອມໂຍງເສດຖະກິດພາກພື້ນ. ທັງນີ້, ກໍເພາະວ່າພວກເຮົາມີເວລາກະກຽມໜ້ອຍ, ບໍ່ທັນມີນິຍາມ, ບໍ່ທັນແຍກປະເພດ ແລະ ຈັດລະດັບຢ່າງລະອຽດ ອັນໄດ້ເຮັດໃຫ້ການສົ່ງເສີມຈາກພາກລັດບໍ່ທັນເປັນຮູບປະທໍາ ຫຼື ເປັນແປ້ນຢັນຕາມພາລະບົດບາດຂອງມັນ.

ອີງຕາມການເປີດເຜີຍຂອງ ທ່ານ ສີສະຫຼຽວ ສະແຫວງສຶກສາ ປະທານສະມາຄົມສົ່ງເສີມການພັດທະນາສັງຄົມຊາວຊົນນະບົດ ທັງເປັນປະທານ ບໍລິສັດ ຜະລິດຕະພັນ ກະສິກອນລາວ ໃຫ້ຮູ້ວ່າ: ວິທີສົ່ງເສີມເພື່ອສ້າງຄວາມເຂັ້ມແຂງ ແມ່ນ ຄວາມຈໍາເປັນພາວະວິໄສເພື່ອໃຫ້ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງລາວເຮົາ ມີເງື່ອນໄຂແຂ່ງຂັນໃນຍຸກເຊື່ອມໂຍງເສດຖະກິດພາກພື້ນ ເຊິ່ງກ່ອນອື່ນຕ້ອງນິຍາມຄໍາວ່າທຸລະກິດເສຍກ່ອນ ຄື: ທຸລະກິດ ( Enterprise ) ຕ້ອງມີທຶນຈົດທະບຽນ, ມີທະບຽນວິສາຫະກິດ, ມີທະບຽນອາກອນ, ຕ້ອງນໍາໃຊ້ຜັງບັນຊີວິສາຫະກິດ ແລະ ຕ້ອງມີການກໍານົດເງິນເດືອນບຸກຄະລາກອນ ເຖິງຈະແມ່ນຄົນໃນຄອບຄົວກໍຕາມ ເພາະບຸກຄະລາກອນຂອງທຸລະກິດຕ້ອງຈ່າຍອາກອນເງິນເດືອນ ເຊິ່ງວັນທີ 31 ທັນວາ ຂອງແຕ່ລະປີຕ້ອງປິດບັນຊີ ເພື່ອສະຫຼຸບການເຄື່ອນໄຫວປະຈໍາປີບັນຊີ, ສ່ວນຫົວໜ່ວຍທຸລະກິດທີ່ບໍ່ຖືທະບຽນທຸລະກິດຄວນຈັດເປັນ “ ເສດຖະກິດຄອບຄົວ ”.

ຕ້ອງກຳນົດວ່າອັນໃດເປັນທຸລະກິດຂະໜາດນ້ອຍ, ອັນໃດເປັນຂະໜາດກາງ ການກຳນົດນີ້ຕ້ອງອີງໃສ່ 4 ປັດໄຈ ຄື: 1). ຮອບວຽນຂອງການໝູນທຶນ SME ປະເພດຕ່າງໆມີຮອບໝູນວຽນຂອງທຶນແຕກຕ່າງກັນ ເຊັ່ນ: ສໍາລັບຮ້ານອາຫານ ທຶນໝູນ 365 ຮອບຕໍ່ປີ; ບໍລິສັດປຸງແຕ່ງຜົນຜະລິດຈາກກະສິກໍາເປັນອາຫານສໍາເລັດຮູບປະເພດກະປ໋ອງ ທຶນໝູນຮອບດຽວຕໍ່ປີ ຊໍ້າບໍ່ໜຳຍັງຕ້ອງມີທຶນຊື້ວັດຖຸດິບເພື່ອປຸງແຕ່ງເຄິ່ງສໍາເລັດຮູບເກັບໄວ້ສາງ ເພື່ອໃຫ້ໄດ້ຜະລິດຕະຫຼອດປີ, ຮ້ານຕັດຜົມ ບໍ່ຈໍາເປັນມີທຶນໝູນວຽນ, ທຸລະກິດຂະໜາດນ້ອຍເຮັດເຂົ້າປຸ້ນ ຕ້ອງມີທຶນໝູນວຽນຊື້ເຂົ້າ ແລະ ຟືນແຮໄວ້; 2). ຈໍານວນກໍາມະກອນ; 3). ທຶນຈົດທະບຽນ ( services ຫຼື ການຄ້າບໍ່ຕ້ອງມີທຶນຫຼາຍ ເພາະສິນຄ້າສ່ວນຫຼາຍຜູ້ສະໜອງຝາກຂາຍ; 4). ຕົວເລກທຸລະກິດໃນປີ ສູງສໍາລັບ Agroprocessing ເພາະໃນຕົວເລກການຂາຍນັ້ນມີທັງມູນຄ່າເຄື່ອງຫຸ້ມຫໍ່ ( ແກ້ວ ຫຼື ກະປ໋ອງ ) ທີ່ຊື້ມາແຕ່ຕ່າງປະເທດ ແລະ ທີ່ບໍ່ໄດ້ໃຫ້ກໍາໄລແກ່ບໍລິສັດເລີຍແຕ່ພັດເຮັດໃຫ້ສິນຄ້າມີລາຄາສູູງ, ສ່ວນທຸລະກິດຈອດເຫຼັກມີຕົວເລກທຸລະກິດຕໍ່າເພາະເອົາແຕ່ຄ່າບໍລິການ ສ່ວນວັດຖຸດິບ ແລະ ເຄື່ອງປະກອບ ( ເຫຼັກ ແລະ ກະທູບ ) ເປັນຂອງລູກຄ້າ. ດັ່ງນັ້ນ, ການກໍານົດອັດຕາດອກເບ້ຍເງິນກູ້ສໍາລັບທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຈຶ່ງຕ້ອງຖືເອົາປະເພດທຸລະກິດເປັນບ່ອນອີງ.

ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນໜຶ່ງໃນບັນດາບຸລິມະສິດຂອງລັດຖະບານ ແຫ່ງ ສປປ ລາວ, ແຕ່ການສົ່ງເສີມຕົວຈິງຍັງພົບຂໍ້ຫຍຸ້ງຍາກຢ່າງຫຼວງຫຼາຍ. ທັງນີ້, ກໍເພາະວ່າຊາວລາວເຮົາຍັງບໍ່ທັນມີວິໄສທັດກ່ຽວກັບການເຮັດທຸລະກິດ ໂດຍຄົນລາວສ່ວນຫຼາຍຍັງເຮັດເສດຖະກິດຄອບຄົວ ດ້ວຍການນໍາໃຊ້ແຮງງານທີ່ມີຢູ່ໃນຄອບຄົວ, ໃຊ້ທຶນເອງ, ບໍ່ຖືບັນຊີ, ບໍ່ມີບົດວິພາກເສດຖະກິດ, ບໍ່ຮູ້ສະພາບຕະຫຼາດ, ສ່ວນຫຼາຍເຮັດໄປຕາມຂະບວນ “ ທ່ານ ສີສະຫຼຽວ ສະແຫວງສຶກສາ ກ່າວ ”.

ທ່ານ ສີສະຫຼຽວ ສະແຫວງສຶກສາ ກ່າວຕື່ມວ່າ: ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ປາກົດຜົນເປັນຈິງຕ້ອງປະຕິບັດ 3 ວິທີ ຄື: ນໍາໃຊ້ການຈັດຕັ້ງສັງຄົມລາວເພື່ອຍາດແຍ່ງທຶນຈາກການຈັດຕັ້ງສັງຄົມສາກົນ ມາສະໜັບສະໜູນການພັດທະນາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ນໍາໃຊ້ການຈັດຕັ້ງສັງຄົມລາວ ເພື່ອຍາດແຍ່ງທຶນຈາກການຈັດຕັ້ງສັງຄົມສາກົນມາສະໜັບສະໜູນ ທຸລະກິດຄອບຄົວໃຫ້ກາຍເປັນຜູ້ປະກອບການ ( ເຮັດທຸລະກິດທີ່ິຕິດພັນກັບການປຸງແຕ່ງ ແລະ ການຈໍາໜ່າຍ ), ຄວນໃຫ້ມີຄະນະພັດທະນາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SMEs ) ເປັນອົງກອນ ຫຼື ຄະນະພັດທະນາເຊັ່ນດຽວກັບຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ສຳລັບພາລະກິດຫຼັກຂອງຄະນະພັດທະນາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SMEs ) ມີຄື: ຈັບມືຖືແຂນຜູ້ປະກອບການສ້າງຕັ້ງທຸລະກິດ ໂດຍເລີ່ມແຕ່ການປະກອບເອກະສານສ້າງຕັ້ງ, ສ້າງບົດວິພາກເສດຖະກິດ, ສ້າງແຜນພັດທະນາທຸລະກິດ, ແຜນງານ, ແຜນເງິນ, ແຜນຄົນ, ໄປເຖິງວິຊາການ, ການເງິນ, ການບັນຊີ ແລະ ການຕະຫຼາດ ເພື່ອໃຫ້ພາລະກິດນີ້ໄດ້ຮັບຜົນຕາມຄາດໝາຍ; ອົງກອນຕ້ອງສົ່ງທີ່ປຶກສາສະເພາະກິດ ( ພາຍໃນ ຫຼື ຕ່າງປະເທດ ) ໄປຊ່ວຍວຽກຜູ້ອໍານວຍການ, ຊ່ວຍວຽກຜູ້ຮັບຜິດຊອບວິຊາການ, ຊ່ວຍວຽກຜູ້ຮັບຜິດຊອບການເງິນ ແລະ ການບັນຊີ ແລະ ຊ່ວຍວຽກຜູ້ເຮັດການຕະຫຼາດ ທີ່ສຳຄັນຕ້ອງປ່ອຍສິນເຊື່ອອັດຕາດອກເບ້ຍຕໍ່າໃຫ້ ເຊິ່ງອັດຕາດອກເບ້ຍຕິດພັນກັບປະເພດທຸລະກິິດ.

ຂ່າວ: ສົມລົດ

%d bloggers like this: