ບັນດາມາດຕະການທີ່ຕ້ອງປະຕິບັດຢ່າງຮີບດ່ວນ ແລະ ມີຈຸດສຸມ

ບັນດາມາດຕະການທີ່ຕ້ອງປະຕິບັດຢ່າງຮີບດ່ວນ ແລະ ມີຈຸດສຸມ

 

ມາຕາມສັນຍາ ສະບັບນີ້ຈະສະເໜີທິດທາງ ແລະ ມາດຕະການແກ້ໄຂ ເຊິ່ງນອນຢູ່ໃນມະຕິ ເລກທີ 057.

ໃນການແກ້ໄຂມະຕິໄດ້ເວົ້າເຖິງທັດສະນະພື້ນຖານ, ທິດທາງລວມ, ບັນດາມາດຕະການທີ່ຕ້ອງປະຕິບັດຢ່າງຮີບດ່ວນ ແລະ ມີຈຸດສຸມ ແລະ ການຊີ້ນຳຈັດຕັ້ງປະຕິບັດ.

ຜູ້ຂຽນຂໍອະນຸຍາດນຳສະເໜີ ບັນດາມາດຕະການທີ່ຕ້ອງປະຕິບັດຢ່າງຮີບດ່ວນ ແລະ ມີຈຸດສຸມ ເພື່ອແນໃສ່ໃຫ້ພວກເຮົາກຳແໜ້ນ ແລະ ເຊື່ອມຊຶມໃນເວລາຈັດຕັ້ງປະຕິບັດ.

ບັນດາມາດຕະການທີ່ຕ້ອງປະຕິບັດຢ່າງຮີບດ່ວນ ແລະ ມີຈຸດສຸມ ມີດັ່ງນີ້:

1). ໃນສະເພາະໜ້າ ການລົງທຶນໃໝ່ຂອງລັດຕ້ອງສຸມໃສ່ບັນດາໂຄງການທີ່ມີປະສິດທິຜົນທາງເສດຖະກິດໂດຍກົງ, ຍົກເວັ້ນສຳລັບໂຄງການແກ້ໄຂໄພພິບັດ ແຕ່ຕ້ອງບົນພື້ນຖານການໄລ່ລຽງຢ່າງຖືກຕ້ອງ ເຖິງຄວາມສາມາດຊຳລະສະສາງຢ່າງຂາດຕົວ, ມູນຄ່າໂຄງການຕາມໄລຍະເວລາທີ່ກົດໝາຍກຳນົດ, ສະກັດກັ້ນການເກີດໜີ້ສິນຄຸມເຄືອແຕ່ຫົວທີ.

 

2). ແກ້ໄຂບັນຫາການຮົ່ວໄຫຼຂອງງົບປະມານ ກວດກາຄືນບັນດານິຕິກຳທີ່ພົວພັນເຖິງການເກັບລາຍຮັບ ເພື່ອປັບປຸງໃຫ້ມີຄວາມຮັດກຸມ, ສອດຄ່ອງກັບທັດສະນະ ຫຼື ທິດທາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ທັງຮັບປະກັນການປະຕິບັດເຂັ້ມງວດ, ແກ້ໄຂຊ່ອງຫວ່າງທີ່ພາໃຫ້ເກີດການຍັກຍອກຂອງເຈົ້າໜ້າທີ່, ການຫຼົບຫຼີກພາສີອາກອນຂອງບຸກຄົນ ຫຼື ລວມໝູ່ ທີ່ມີພັນທະມອບພາສີອາກອນໃຫ້ລັດຕາມກົດໝາຍ, ຫັນການຈັດເກັບລາຍຮັບໄປສູ່ທັນສະໄໝຜ່ານລະບົບທະນາຄານ.

 

3). ດຳເນີນມາດຕະການປະຢັດການໃຊ້ຈ່າຍບໍລິຫານຢ່າງເຂັ້ມງວດ ດ້ວຍຮູບການຕ່າງໆ ເຊັ່ນ:

  • ໂຈະ ຫຼື ຫຼຸດຜ່ອນສຸດໆການກໍ່ສ້າງສຳນັກງານ, ຊື້ພາຫະນະ, ອຸປະກອນດັດສົມການນຳໃຊ້ລົດບໍລິຫານ.

  • ຈຳກັດການຮັບລັດຖະກອນໃໝ່, ຈັດອົບຮົມລັດຖະກອນທີ່ມີ ເພື່ອສາມາດສັບຊ້ອນເຂົ້າສູ່ຕຳແໜ່ງງານໃໝ່, ແກ້ສະພາບລັດຖະກອນ “ ເຫຼືອ – ບໍ່ພໍ ” ທັງດຳເນີນການຫຼຸດຈຳນວນລັດຖະກອນໃຫ້ສົມເຫດສົມຜົນເທື່ອລະກ້າວ, ປັບປຸງກົງຈັກບັນດາອົງການຂອງພັກ – ລັດ ແລະ ອົງການຈັດຕັ້ງມະຫາຊົນໃຫ້ກະທັດຮັດ, ເນັ້ນປະສິດທິພາບການເຄື່ອນໄຫວຕົວຈິງ.

  • ຄົ້ນຄວ້າຫັນກິດຈະການຈຳນວນໜຶ່ງຂອງລັດ ໄປສູ່ການໄລ່ລຽງ ແລະ ກຸ້ມຕົນເອງຈາກລາຍຮັບວິຊາການ ໂດຍສະເພາະບາງສະຖາບັນການສຶກສາ, ໂຮງໝໍ, ບາງຂະແໜງສື່ໂຄສະນາ.

 

 

4). ສືບຕໍ່ປັບປຸງຍົກລະດັບການຄຸ້ມຄອງແຫຼ່ງລາຍຮັບງົບປະມານ ໄປພ້ອມໆກັບການຫັນສູ່ການຖືບັນຊີວິສາຫະກິດ, ການຫັນສູ່ການຄຸ້ມຄອງການເຄື່ອນໄຫວທຸລະກິດ ແລະ ມອບອາກອນ ໂດຍຜ່ານລະບົບເອເລັກໂຕຣນິກ.

5). ກ່ຽວກັບການແກ້ໄຂໜີ້ສິນສາທາລະນະ

  • ກວດຄືນມູນຄ່າຂອງບັນດາໂຄງການລົງທຶນຂອງລັດ ທີ່ມີມູນຄ່າສູງເກີນຄວາມເປັນຈິງເພື່ອເຈລະຈາກັບຜູ້ຮັບເໝົາ ແນໃສ່ປັບມູນຄ່າໜີ້ສິນໂຄງການຄືນໃໝ່ໃຫ້ແທດກັບຕົວຈິງ.

  • ດຳເນີນການບໍລິຫານຈັດການໜີ້ສິນ ໂດຍເລີ່ມຈາກການວິເຄາະ, ໄຈ້ແຍກ, ແບ່ງປະເພດໜີ້ສິນຕາມກຳນົດເວລາຊຳລະສະສາງໃຫ້ຈະແຈ້ງ ແລ້ວຈັດແຜນຊຳລະສະສາງໃຫ້ເປັນລະບົບ.

  • ດຳເນີນການຊຳລະສະສາງດ້ວຍແຫຼ່ງທຶນສະເພາະ ຈາກການກູ້ຢືມດອກເບ້ຍຕໍ່າໄລຍະຍາວ, ຈາກການຂາຍຊັບສິນຂອງລັດ ຫຼື ຮູບການອື່ນໆທີ່ສອດຄ່ອງ, ເຮັດແນວໃດເພື່ອໃຫ້ດ້ານໜຶ່ງຮັບປະກັນການຊຳລະສະສາງຕາມແຜນທີ່ວາງອອກ, ນັບທັງໜີ້ສິນຕໍ່ຕ່າງປະເທດ ແລະ ໜີ້ສິນຄ້າງຊຳລະຕໍ່ບັນດາວິສາຫະກິດຢູ່ພາຍໃນປະເທດ.

 

 

6). ດຳເນີນການຄຸ້ມຄອງເງິນຕາຢ່າງເປັນລະບົບ ດ້ວຍການດຳເນີນບັນດາມາດຕະການອັນຈຳເປັນ ເພື່ອເພີ່ມຄັງສຳຮອງໃຫ້ຢູ່ໃນສະພາບທີ່ປອດໄພ, ສາມາດເປັນເຄື່ອງມືອັນມີປະສິດທິພາບຂອງລັດ ເພື່ອຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ, ສະກັດກັ້ນການເກີດເງິນເຟີ້ທີ່ອາດເກີນຄວາມສາມາດຄວບຄຸມ ທັງປ້ອງກັນການເກີດສະພາບເງິນຝືດອີກດ້ວຍ.

 

7). ສືບຕໍ່ປັບປຸງລັດວິສາຫະກິດ ທີ່ມີແລ້ວ ໃຫ້ເຄື່ອນໄຫວມີປະສິດທິຜົນກວ່າເກົ່າ ດ້ວຍການຫັນສູ່ການຫຸ້ນສ່ວນກັບບໍລິສັດພາຍໃນ ແລະ ຕ່າງປະເທດ, ຄົ້ນຄວ້າສ້າງຕັ້ງລັດວິສາຫະກິດຈຳນວນໜຶ່ງທີ່ຈຳເປັນ ເພື່ອພັດທະນາເຂດຈຸດສຸມຜະລິດກະສິກຳສົ່ງອອກ, ການບໍລິການຜ່ານ ຫຼື ຂົນສົ່ງຜ່ານແດນ ເພື່ອເປັນຫົວແຖວໃນເບື້ອງຕົ້ນສຳລັບການພັດທະນາບັນດາຂະແໜງເສດຖະກິດປາຍແຫຼມຂອງຊາດ ເວົ້າລວມກໍເພື່ອດຶງດູດ, ສົ່ງເສີມການລົງທຶນຈາກສັງຄົມໃນບັນດາຂະແໜງເສດຖະກິດດັ່ງກ່າວ.

 

8). ກ່ຽວກັບການສະໜອງທຶນໃຫ້ພາກທຸລະກິດ

  • ຮີບຮ້ອນຄົ້ນຄວ້າ ແລະ ກຳນົດບັນດາມາດຕະການອັນຈຳເປັນ ເພື່ອໃຫ້ບັນດາທະນາຄານທຸລະກິດຂອງລັດ ສາມາດຮັບການສະໜັບສະໜູນແຫຼ່ງທຶນທີ່ມາຈາກເງິນກູ້ດອກເບ້ຍຕໍ່າຈາກທະນາຄານກາງ ເພື່ອຫຼຸດຜ່ອນດອກເບ້ຍປ່ອຍກູ້ໃຫ້ສັງຄົມ ອັນຈະກາຍເປັນຫົວຫອກໃນການປັບຫຼຸດດອກເບ້ຍຂອງບັນດາທະນາຄານທຸລະກິດເອກະຊົນ ທັງສົ່ງເສີມໃຫ້ສັງຄົມນຳທຶນຮອນເຂົ້າສູ່ການຜະລິດທຸລະກິດແທນການຝາກເງິນ ເພື່ອສ້າງກຳໄລດອກເບ້ຍເງິນຝາກສູງໃນປັດຈຸບັນ.

  • ວາງບັນດາມາດຕະການ ເພື່ອຂຸດຄົ້ນນຳໃຊ້ແຫຼ່ງທຶນຈາກບັນດາກອງທຶນ ທີ່ລະດົມທຶນຈາກຜູ້ປະກອບການທີ່ມີທ່າແຮງທັງພາຍໃນ ແລະ ຕ່າງປະເທດ, ຈາກບັນດາກອງທຶນບຳນານ ແລະ ກອງທຶນສະຫວັດດີການອື່ນໆ ທີ່ສາມາດນຳເອົາເງິນໄປລົງທຶນ ເພື່ອສ້າງຜົນປະໂຫຍດ ຫຼື ສ້າງມູນຄ່າເພີ່ມໃຫ້ຊັບສິນ ເຮັດໃຫ້ປະຊາຊົນມີຊ່ອງທາງໃນການລົງທຶນຕື່ມ ແລະ ຜູ້ທີ່ຕ້ອງການກູ້ຢືມກໍມີແຫຼ່ງໃຫ້ກູ້ຢືມ ຈະເຮັດໃຫ້ມີການແຂ່ງຂັນໃນຕະຫຼາດການເງິນເພີ່ມຂຶ້ນ ເຊິ່ງເປັນຜົນດີຕໍ່ປະຊາຊົນໂດຍລວມ.

 

 

9). ລັດຖະບານຕ້ອງດຳເນີນການຢ່າງເປັນລະບົບ ເພື່ອສະໜອງກຳລັງແຮງງານໃຫ້ບັນດາໂຄງການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ດ້ວຍການຈັດຝຶກອົບຮົມບຸກຄະລາກອນເພື່ອສະໜອງໃຫ້ແກ່ພາກທຸລະກິດ ເຊັ່ນ: ສ້າງນັກບໍລິຫານ, ນັກພັດທະນາ, ພະນັກງານວິຊາການ, ນາຍຊ່າງ, ຜູ້ຊຳນານງານດ້ານການຕະຫຼາດ. ພ້ອມນັ້ນ, ກໍດຳເນີນການປົກປ້ອງຕຳແໜ່ງງານໃຫ້ແຮງງານລາວ ແລະ ຄຸ້ມຄອງຢ່າງເຂັ້ມງວດ, ຈິງຈັງ, ການນຳໃຊ້ແຮງງານຈາກຕ່າງປະເທດສອດຄ່ອງຕາມກົດໝາຍ. ທັງນີ້, ເພື່ອຮັບປະກັນໃຫ້ແຮງງານລາວມີວຽກເຮັດງານທຳ, ຮັບປະກັນລາຍໄດ້ທີ່ໝັ້ນຄົງ ແລະ ເພື່ອສ້າງແຫຼ່ງລາຍຮັບຈາກອາກອນແຮງງານໃຫ້ລັດອີກ, ສະກັດກັ້ນການໄຫຼອອກຂອງເງິນທຶນທີ່ນັກລົງທຶນນຳເຂົ້າມາລົງທຶນຢູ່ປະເທດເຮົາ.

 

 

ທັງໝົດນັ້ນຄືສິ່ງທີ່ຢາກໃຫ້ເພື່ອນຜູ້ອ່ານໄດ້ເຊື່ອມຊຶມ ໃນຖານະເປັນຂາປະຈຳໃນຄໍລຳຂອງພວກເຮົາ ທີ່ນຳເອົາມະຕິສຳຄັນພົວພັນທາງດ້ານເສດຖະກິດ ມານຳສະເໜີເປັນການສະເພາະນໍ.

 

( ທິດດີ )

%d bloggers like this: