ກຳແໜ້ນມະຕິເລກທີ 057 ແນມເບິ່ງບັນດາສາເຫດຕົ້ນຕໍ

ກຳແໜ້ນມະຕິເລກທີ 057 ແນມເບິ່ງບັນດາສາເຫດຕົ້ນຕໍ

 

 

ຄືດັ່ງໃນບົດກ່ອນໄດ້ສະເໜີເລື່ອງ ເຊື່ອມຊຶມມະຕິ 7 ສະໄໝທີ X ຂອງພັກ, ສະບັບນີ້ຂໍສະເໜີຕື່ມເອກະສານສຳຄັນນັ້ນຄື: ມະຕິເລກທີ 057/ຄບສພ ລົງວັນທີ 19 ທັນວາ 2018 ເຊິ່ງມະຕິດັ່ງກ່າວນີ້ ວ່າດ້ວຍເພີ່ມທະວີການນຳພາແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ.

ເມື່ອເວົ້າເຖິງການເພີ່ມທະວີການນຳພາຂອງພັກຕໍ່ຂົງເຂດເສດຖະກິດນັ້ນ ເປັນໜຶ່ງໃນເນື້ອໃນຍົກສູງຄວາມສາມາດນຳພາຂອງພັກ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ວາງອອກ.

 

 

ເພື່ອສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທີ່ກຳລັງເກີດຂຶ້ນທາງດ້ານເສດຖະກິດ – ການເງິນຂອງປະເທດ. ພ້ອມກັນນັ້ນ, ກໍເປັນການປັບປຸງຄວາມເຂັ້ມແຂງໃນການຄຸ້ມຄອງມະຫາພາກທາງດ້ານເສດຖະກິດ ເພື່ອເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຕາມທິດຍືນຍົງ, ສາມາດຂຸດຄົ້ນ ແລະ ເສີມຂະຫຍາຍບັນດາທ່າແຮງບົ່ມຊ້ອນຂອງຊາດ ແລະ ເປັນເຈົ້າການປະຕິບັດການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະຫັນປະເທດໃຫ້ກາຍເປັນປະເທດເຊື່ອມຈອດ ແລະ ເປັນໜຶ່ງໃນຈຸດດຶງດູດການລົງທຶນເພື່ອພັດທະນາ ນັ້ນຄືຈິດໃຈລວມຂອງມະຕິດັ່ງກ່າວ.

ໃນມະຕິໄດ້ເວົ້າເຖິງຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ແລະ ບັນດາສາເຫດຕົ້ນຕໍ, ແຕ່ຜູ້ຂຽນຢາກໃຫ້ພວກເຮົາກຳແໜ້ນສາເຫດຕົ້ນຕໍທີ່ພາໃຫ້ເກີດຄວາມຫຍຸ້ງຍາກ

ດັ່ງກ່າວ.

 

ບັນດາສາເຫດຕົ້ນຕໍມີບາງຈຸດຄວນເຊື່ອມຊຶມ ຄື:

 ໃນຫຼາຍສິບປີຜ່ານມາ ການພັດທະນາເສດຖະກິດຂອງປະເທດ ຍັງຂາດນະໂຍບາຍທີ່ເປັນລະບົບກໍຄືມາດຕະການຕົວຈິງ ກ່ຽວກັບການນຳໃຊ້ຊັບພະຍາກອນທຳມະຊາດແບບປະຢັດ ທີ່ເນັ້ນໃສ່ການສ້າງເປັນແຫຼ່ງທຶນຮອນໃຫ້ແກ່ການພັດທະນາ ແລະ ຮັບປະກັນຄວາມຍືນຍົງ ກໍຄືໃຫ້ການພັດທະນາຂະແໜງເສດຖະກິດທີ່ເປັນປາຍແຫຼມ ບົນພື້ນຖານການເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະ ທ່າແຮງທີ່ມີຂອງຊາດ. ຈາກນັ້ນ, ດ້ານໜຶ່ງເຮັດໃຫ້ການພັດທະນາ ຕົ້ນຕໍອີງໃສ່ການຂຸດຄົ້ນ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ. ໃນນັ້ນ, ສ່ວນໃຫຍ່ກໍແມ່ນເລັ່ງໃສ່ການຂຸດຄົ້ນ ແລະ ຂາຍຊັບພະຍາກອນປ່າໄມ້, ​ດິນດອນ, ບໍ່ແຮ່, ແຫຼ່ງນໍ້າ ແລະ ຊັບໃນດິນສິນໃນນໍ້າອື່ນໆ; ດ້ານໜຶ່ງອີກ ບັນດາຄວາມອາດສາມາດບົ່ມຊ້ອນອື່ນໆ ເຊັ່ນ: ທີ່ຕັ້ງທີ່ເປັນໃຈກາງຂອງອະນຸພາກພື້ນ ທີ່ເອື້ອອຳນວຍການພັດທະນາລະບົບໂລຈິສຕິກ, ທຳມະຊາດອັນສວຍງາມ ແລະ ຄວາມອຸດົມສົມບູນຂອງວັດທະນະທຳບັນດາເຜົ່າ ທີ່ສາມາດພັດທະນາເປັນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ, ທ່າແຮງດ້ານດິນກະສິກຳ ທີ່ສາມາດຂະຫຍາຍການຜະລິດພືດຜັກ ແລະ ອາຫານສົດ, ສະອາດ ທີ່ເປັນມູນເຊື້ອຂອງປະຊາຊົນສ່ວນໃຫຍ່ພັດບໍ່ທັນໄດ້ຮັບການເອົາໃຈໃສ່ສົ່ງເສີມດ້ວຍນະໂຍບາຍ ແລະ ໂຄງການພັດທະນາທີ່ເປັນລະບົບຈະແຈ້ງແທ້ ຈຶ່ງເຮັດໃຫ້ບັນດາຜູ້ປະກອບການໃນຂົງເຂດນີ້ບໍ່ທັນມີຫຼາຍ. ສິ່ງເຫຼົ່ານີ້ເປັນໜຶ່ງໃນສາເຫດສຳຄັນທີ່ສຸດ ທີ່ເຮັດໃຫ້ພື້ນຖານການຜະລິດ ແລະ ການບໍລິການ ເຊິ່ງເປັນແຫຼ່ງລາຍຮັບພາຍໃນຍັງອ່ອນແອດັ່ງປັດຈຸບັນ.

 

 

 

 ການພັດທະນາຂອງແຕ່ລະຂະແໜງເສດຖະກິດ – ສັງຄົມ ໂດຍລວມຍັງຂາດຍຸດທະສາດທີ່ເປັນລະບົບ ແລະ ຂາດຈຸດສຸມ, ແຜນພັດທະນາເສດຖະກິດ – ສັງຄົມຂອງລັດແຕ່ລະສະບັບ ກໍຍັງເປັນພຽງແຜນການທີ່ສ້າງຂຶ້ນບົນພື້ນຖານການ “ ລວບລວມ ” ຕາມແຜນທີ່ແຕ່ລະຂະແໜງການສະເໜີເປັນຕົ້ນຕໍ, ຂາດການວິເຄາະ, ວິໄຈລະອຽດເລິກເຊິ່ງບັນດາປັດໄຈພື້ນຖານຕ່າງໆ ທັງໃນດ້ານບວກ ແລະ ດ້ານລົບ, ບໍ່ທັນເຫັນໂອກາດໃນຄວາມຫຼາກຫຼາຍຂອງການພົວພັນເສດຖະກິດໃນພາກພື້ນ ແລະ ໃນໂລກ, ບໍ່ທັນຕີລາຄາຖືກຕ້ອງຕໍ່ອຸປະສັກໃນການແຂ່ງຂັນເພື່ອພັດທະນາ ຈຶ່ງບໍ່ທັນຊອກໄດ້ໂຄງຮ່າງເສດຖະກິດທີ່ສອດຄ່ອງ, ການບໍລິຫານເສດຖະກິດກໍຕົກໃນທ່າຮັບຫຼາຍກວ່າທ່າບຸກ ຈຶ່ງບໍ່ສາມາດກຳນົດວັດຖຸປະສົງ, ມາດຖານເງື່ອນໄຂ ແລະ ບັນດາຄາດໝາຍລວມ ເພື່ອໃຫ້ທຸກຂະແໜງການຕ້ອງມີການພັດທະນາໄປຕາມທິດທາງເອກະພາບ, ຊ່ວຍໝູນເຊິ່ງກັນ ແລະ ກັນ ແລະ ບັນລຸການສ້າງປັດໄຈຕົວຈິງ, ຍູ້ດັນການພັດທະນາຕາມທ່າແຮງ ແລະ ທິດຍືນຍົງ.

 

 

 ກຸ່ມສາເຫດທີ່ສົ່ງຜົນໂດຍກົງຕໍ່ການເກີດ ຄວາມຫຍຸ້ງຍາກດ້ານການເງິນ – ງົບປະມານໃນປັດຈຸບັນ ແມ່ນການລະເມີດວິໄນແຜນການ – ການເງິນ, ການກຳນົດອັດຕາຂາດດຸນລາຍຮັບ – ລາຍຈ່າຍງົບປະມານ ບໍ່ອີງໃສ່ຄວາມສາມາດຂອງລາຍຮັບພາຍໃນ ແລະ ການຊ່ວຍເຫຼືອລ້າຕົວຈິງ, ຍັງເອົາການກູ້ຢືມຈາກທາງນອກ ເພື່ອມາດຸນດ່ຽງລາຍຈ່າຍ, ບໍ່ເຄົາລົບບັນດາຂັ້ນຕອນຂອງການພິຈາລະນາ, ຮັບຮອງ ແລະ ດຳເນີນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ເຮັດໃຫ້ມູນຄ່າຂອງໂຄງການລົງທຶນສ່ວນຫຼາຍສູງເກີນ ຄວາມເປັນຈິງຫຼາຍເທົ່າ, ການກຳນົດກົນໄກ ແລະ ມາດຕະການຄຸ້ມຄອງລາຍຮັບ – ລາຍຈ່າຍງົບປະມານທີ່ຍັງມີຊ່ອງວ່າງຫຼາຍ ໃຫ້ເຈົ້າໜ້າທີ່ສວຍໃຊ້ສິດອຳນາດເພື່ອຫາຜົນປະໂຫຍດສ່ວນຕົວ, ການສວຍໃຊ້ໜ້າທີ່ – ຕຳແໜ່ງໃນຂົງເຂດຄຸ້ມຄອງລາຍຮັບ – ລາຍຈ່າຍງົບປະມານ ໄດ້ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ກວ້າງຂວາງ, ແກ່ຍາວ ເຊິ່ງບໍ່ສະເພາະແຕ່ບັ່ນທອນປະສິດທິພາບຂອງກົງຈັກຄຸ້ມຄອງລາຍຮັບໂດຍກົງເທົ່ານັ້ນ ຫາກຍັງເຮັດໃຫ້ເກີດການຮົ່ວໄຫຼງົບປະມານຢ່າງກວ້າງຂວາງໃນກົງຈັກລັດຢູ່ແຕ່ລະຂັ້ນອີກດ້ວຍ.

 

 

 

 ກົງຈັກບໍລິຫານທີ່ໃຫຍ່ໂຕ ນອກຈາກເຮັດໃຫ້ມີການຟຸມເຟືອຍໃຊ້ຈ່າຍບໍລິຫານເປັນພາລະແບກຫາບໜັກໜ່ວງຂອງງົບປະມານແຕ່ລະປີ ຍັງກໍ່ໃຫ້ເກີດບັນຫາຫຼາຍຂັ້ນຫຼາຍຂອດຢ່າງຄຸມເຄືອ, ສັບສົນ, ບັ່ນທອນຄວາມສາມາດໃນການສ້າງສະພາບແວດລ້ອມເອື້ອອຳນວຍຕໍ່ການເຄື່ອນໄຫວທາງເສດຖະກິດ ທັງເປັນອຸປະສັກໃຫຍ່ໃນການຫັນໄປສູ່ກົງຈັກຄຸ້ມຄອງກະທັດຮັດ, ເຂັ້ມແຂງ, ເຄື່ອນໄຫວໂປ່ງໃສ ແລະ ມີປະສິດທິພາບ.

 

 

 ໃນຊຸມປີຜ່ານມາການກຳນົດແຜນແກ້ໄຂບັນຫາຍັງບໍ່ທັນສົມທົບກົມກຽວ ລະຫວ່າງການແກ້ໄຂບັນຫາພື້ນຖານຈາກຕົ້ນເຫດແທ້ຈິງ ທີ່ຕ້ອງມີການປະຕິບັດໃນໄລຍະຍາວ ແລະ ຕໍ່ເນື່ອງກັບການແກ້ໄຂບັນຫາແບບສຸກເສີນສະເພາະໜ້າ ທີ່ຕ້ອງປະຕິບັດຢ່າງມີຈຸດສຸມ ແລະ ຮອບຄອບ. ນອກນັ້ນ, ໃນການຊີ້ນຳບັນຊາທັງຈາກສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ການຈັດຕັ້ງອື່ນໆ ເພື່ອແກ້ໄຂປາກົດການຫຍໍ້ທໍ້,​ ຂອດອັດຕັນຕ່າງໆກໍຍັງຂາດລັກສະນະຈິງຈັງ ແລະ ບໍ່ທັນແຂງແຮງແທ້ ຈຶ່ງເຮັດໃຫ້ການປັບປຸງບັນຍາກາດ, ເງື່ອນໄຂດຶງດູດການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ ບໍ່ທັນມີການຫັນປ່ຽນອັນຈະແຈ້ງໃນພາກປະຕິບັດ.

 

 

 ຄວາມຮັບຜິດຊອບຂອງພະນັກງານນຳພາແຕ່ລະຂັ້ນແຕ່ລະບ່ອນບໍ່ທັນສູງ, ບໍ່ທັນສຸມການນຳພາຄົ້ນຄວ້າເພື່ອແກ້ໄຂບັນຫາຕົວຈິງ. ພ້ອມກັນນັ້ນ, ຍັງຂາດແບບແຜນເຮັດວຽກທີ່ຖືກຕ້ອງ, ເຮັດໃຫ້ບັນດາມະຕິ, ຄຳສັ່ງ ຫຼື ນິຕິກຳຕ່າງໆທີ່ວາງອອກ ບໍ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງເປັນລະບົບ ດ້ວຍການແບ່ງງານຊີ້ນຳ, ບັນຊາທີ່ຈະແຈ້ງ. ພ້ອມນັ້ນ, ການແກ້ໄຂຄວາມຮັບຜິດຊອບການເມືອງຂອງຄະນະພັກ, ຜູ້ບໍລິຫານຂອງຂະແໜງການ ແລະ ທ້ອງຖິ່ນຍັງບໍ່ເດັດຂາດ, ເຂັ້ມງວດ ຈຶ່ງບໍ່ສາມາດສ້າງເປັນຂະບວນການຂອງມະຫາຊົນທີ່ແຂງແຮງ ແລະ ບໍ່ສາມາດສ້າງການຫັນປ່ຽນທີ່ແທ້ຈິງ.

ສະບັບໜ້າຈະສະເໜີທິດທາງ ແລະ ມາດຕະການແກ້ໄຂ.

 

 

( ທິດດີ )

 

%d bloggers like this: