
ຈີນຂໍຄໍາຊີ້ແຈງຈາກປະເທດນິວຊີແລນ ກໍລະນີແບນບໍລິສັດ “ຫົວເຫວີຍ”
ລັດຖະບານປັກກິ່ງຕ້ອງການຄໍາອະທິບາຍຈາກລັດຖະບານນິວຊີແລນກໍລະນີ “ປະຕິເສດ” ການວາງລະບົບ ແລະ ການໃຊ້ງານຜະລິດພັນດ້ານເທັກໂນໂລຢີຂອງບໍລິສັດຫົວເຫວີຍ “ດ້ວຍເຫດຜົນດ້ານຄວາມໝັ້ນຄົງ”.
ສໍານັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງເວລລິງຕັນ ປະເທດນິວຊີແລນ ເມື່ອວັນພະຫັດທີ 29 ພະຈິກ ວ່າ ບໍລິສັດຫົວເຫວີຍ ເຊິ່ງມີສໍານັກງານໃຫຍ່ຢູ່ທີ່ເມືອງເສິນເຈິ້ນ ໃນປະເທດຈີນ ອອກຖະແຫຼງການເລື່ອງ “ການດໍາເນີນການຜ່ານທາງການທູດຢ່າງເປັນທາງການ” ເພື່ອຂໍຄໍາອະທິບາຍຈາກລັດຖະບານນິປະເທດວຊີແລນຕໍ່ກໍລະນີສໍານັກງານຄວາມປອດໄພດ້ານການສື່ສານແຫ່ງລັດ (GCSB:Government Communications Security Bureau) ທີ່ເປັນຜູ້ “ແນະນໍາ” ໃຫ້ບໍລິສັດ “ສະປາຣ໌ກ (Spark)” ທີ່ເປັນຜູ້ໃຫ້ບໍລິການເຄືອຂ່າຍໂທລະຄົມມະນາຄົມລາຍໃຫຍ່ທີ່ສຸດຂອງປະເທດໃຫ້ຍຸດຕິການໃຊ້ງາລະບົບ ແລະ ອຸປະກອນດ້ານໂທລະຄົມມະນນຄົມຂອງຫົວເຫວີຍຕະຫຼອດຈົນການຍົກເລີກຄວາມຮ່ວມມືໃນອະນາຄົດກັບຫົວເຫວີ່ຍກ່ຽວກັບໂຄງການເຄືອຂ່າຍຍຸກທີ່ 5 ຫຼື ລະບົບ “5 ຈີ” ເນື່ອງຈາກເປັນລະບົບ ແລະ ຜະລິດພັນຂອງຫົວເຫວີຍ “ທີ່ມີຄວາມສ່ຽງຂອງຂໍ້ມູນສໍາຄັນ” ຕໍ່ຄວາມໝັ້ນຄົງຂອງຊາດ.
Huawei seeks clarification after New Zealand intelligence agency rejects telecommunication industry’s first request to use the Chinese firm’s equipment in its planned 5G mobile network https://t.co/M4Gh3G5rtU by @char_greenfield pic.twitter.com/4LnC9mDmpM
— Reuters Top News (@Reuters) November 29, 2018
ດ້ານ ທ່ານ ແອດຣູ ໂບວໍເທີ ຮອງຜູ້ອໍານວຍການຝ່າຍບໍລິຫານຂອງຫົວເຫວີຍ ປະຈໍານິວຊີແລນ ກ່າວວ່າ ບໍລິສັດຍັງບໍ່ໄດ້ຮັບແຈ້ງຢ່າງເປັນທາງການຈາກລັດຖະບານປະເທດນິວຊີແລນ ວ່າ ການດໍາເນີນກິດຈະການຂອງຫົວເຫວີຍ “ຜິດກົດໝາຍຂໍ້ໃດ “ຂອງປະເທດ ແລະ ຢືນຢັນວ່າສາຂາຂອງບໍລິສັດທຸກແຫ່ງໃນນິວຊີແລນຍັງເປີດໃຫ້ບໍລິການຕາມປະກະຕິ.
ຕໍ່ມາ ທ່ານ ແອນດຣູ ລິດເທີລ ລັດມົນຕີປະຈໍາສໍານັກງານນາຍົກລັດມົນຕີຂອງນິວຊີແລນ ເຊິ່ງມີໜ້າທີ່ຮັບຜິດຊອບໜ່ວຍງານ GCSB ກ່າວວ່າ ກໍລະນີລະຫວ່າງລັດຖະບານນິວຊີແລນ ກັບ GCSB ເປັນເລື່ອງຂອງ “ຄວາມແຕກຕ່າງທາງດ້ານລະບົບ” ບໍ່ແມ່ນຍ້ອນຫົວເຫວີຍເປັນບໍລິສັດຈາກປະເທດຈີນ ແລະ ຢືນຢັນວ່າ ບໍ່ມີຄວາມກ່ຽວຂ້ອງໃນດ້ານໃດກັບປະເດັນຂໍ້ພິພາດທາງການຄ້າ ລະຫວ່າງ ອາເມຣິກາ ກັບ ຈີນ ຕະຫຼອດຈົນ “ສຽງຮຽກຮ້ອງ” ຈາກປະເທດເພື່ອນບ້ານຄື ອົສຕຣາລີ ທີ່ຕັດສິດຫົວເຫວີຍ ແລະ ແຊັດທີອີ ຈາກການເປັນບໍລິສັດທີ່ມີສິດປະມູນດ້ານເທັກໂນໂລຢີທຸກປະເພດທີ່ກ່ຽວຂ້ອງກັບລະບົບ 5 ຈີ ໃນປະເທດ ເມື່ອເດືອນສິງຫາ ທີ່ຜ່ານມາ.
ຢ່າງໃດກໍ່ຕາມ ກະຊວງການຕ່າງປະເທດໃນນະຄອນຫຼວງປັກກິ່ງອອກຖະແຫຼງການວ່າ “ມີຄວາມວິຕົກກັງວົນຢ່າງຍິ່ງ” ຕໍ່ສະຖານະການທີ່ເກີດຂຶ້ນ ແລະ ລະບຸດ້ວຍວ່າ ປັດຈຸບັນຈີນເປັນປະເທດຄູ່ຄ້າລາຍໃຫຍ່ທີ່ສຸດຂອງປະເທດນິວຊີແລນ ດ້ວຍມູນຄ່າທາງການຄ້ສສູງເຖິງ 18.000 ລ້ານໂດລາ ເມື່ອປີທີ່ຜ່ານມາ (ກວ່າ 150.000 ຕື້ກີບ) ອີກປະການໜຶ່ງ ມີລາຍງານມາຕະຫຼອດວ່າ ທີມກໍ່ຕັ້ງຫົວເຫວີຍທີ່ນໍາໂດຍ ທ່ານ ເຫຣິນ ເຈີ້ງເຟີຍ ເຄີຍເຮັດວຽກເປັນເຈົ້າໜ້າທີ່ຂອງກອງທັບປົດປ່ອຍປະຊາຊົນຈີນ (PLA: People’s Liberation Army) ແຕ່ຫົວເຫວີຍປະຕິເສດເລື່ອງນີ້ມາຕະຫຼອດ.