ການເຕີບໂຕສີຂຽວ ອາດມີຜົນຕໍ່ລາຍຮັບ ແຕ່ຮັບປະກັນຄວາມຍືນຍົງ

ພາຍຫຼັງກອງປະຊຸມສະມັດຊາລັດຖະສະພາອາຊຽນ ຫຼື AIPA ຄັ້ງທີ 35 ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນປີ 2014 ຜ່ານມາ ບັນດາປະເທດສະມາຊິກອາຊຽນ ໄດ້ຕົກລົງເປັນເອກະພາບກັນໃຫ້ແຕ່ລະປະເທດສ້າງຍຸດທະສາດ ແລະ ສູນສົ່ງເສີມການເຕີບໂຕສີຂຽວຂອງຕົນເອງຂຶ້ນ ເພື່ອເປັນບ່ອນອີງ ແລະ ເປັນກົນໄກປະສານງານໃນການຊຸກຍູ້ສົ່ງເສີມວຽກງານການເຕີບໂຕສີຂຽວຢ່າງເປັນລະບົບ ແລະ ມີປະສິດທິພາບ.

ປັດຈຸບັນບັນດາປະເທດສະມາຊິກອາຊຽນ ເຊັ່ນ: ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ ແລະ ອີກຫຼາຍປະເທດທີ່ເປັນສະມາຊິກ ຕ່າງກໍ່ພາກັນຮ່າງຍຸດທະສາດຂຶ້ນມາເພື່ອໃຫ້ສອດຄ່ອງກັບທ່າອ່ຽງລວມຂອງການພັດທະນາເສດຖະກິດ – ສັງຄົມຂອງສາກົນ ແລະ ພາກພື້ນ ເຊິ່ງ ສປປ ລາວ ໃນນາມສະມາຊິກຕ້ອງໄດ້ມີຍຸດທະສາດ ແລະ ສູນສົ່ງເສີມການເຕີບໂຕສີຂຽວຂອງຕົນເອງຂຶ້ນມາ, ຍຸດທະສາດການເຕີບໂຕສີຂຽວນີ້ອາດຈະກະທົບຕໍ່ປະເທດທີ່ເສດຖະກິດຂ້ອນຂ້າງບອບບາງ ແລະ ມີລາຍຮັບຈາກຊັບພະຍາກອນທຳມະຊາດເປັນຫຼັກ, ແຕ່ການພັດທະນາແບບຍືນຍົງຄືການພັດທະນາທີ່ແທ້ຈິງ.

ທ່ານ ລີເບີ ລີບົວປາວ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ຮອງຫົວໜ້າຄະນະຊີ້ນຳການສ້າງຍຸດທະສາດ ແລະ ສູນສົ່ງເສີມການເຕີບໂຕສີຂຽວຂອງ ສປປ ລາວ ກ່າວວ່າ: ສປປ ລາວ ໄດ້ກຳນົດຮ່າງຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໄປຈົນເຖິງປີ 2030 ເພື່ອນຳໄປຜ່ານສະພາແຫ່ງຊາດພິຈາລະນາຮັບຮອງໃນໄວໆນີ້, ຍຸດທະສາດການເຕີບໂຕສີຂຽວ ມັນແມ່ນຄວາມຈຳເປັນທີ່ສຳຄັນໃນການຮັບປະກັນການພັດທະນາເສດຖະກິດ – ສັງຄົມຢ່າງຮອບຄອບ ແລະ ມີ ຄວາມສ່ຽງໜ້ອຍຕໍ່ສະພາບແວດລ້ອມອ້ອມຂ້າງ ຄື: ຕ້ອງເລັ່ງໃສ່ຊຸກຍູ້ ແລະ ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກໃຫ້ຫຼຸດລົງ, ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການນຳໃຊ້ຊັບພະຍາກອນທຳມະຊາດຂອງປະເທດທີ່ມີຢູ່ຢ່າງຈຳກັດໃຫ້ເກີດຜົນປະໂຫຍດສູງສຸດ ໄປພ້ອມກັບການພັດທະນາເສດຖະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນສິ່ງເສດເຫຼືອ ແລະ ການປ່ອຍອາຍພິດເຮືອນແກ້ວ, ເພີ່ມ ຄວາມທົນທານຂອງເສດຖະກິດ, ຕໍ່ສະພາບການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທໍາມະຊາດທີ່ມີຜົນຕໍ່ການຜັນຜວນຂອງສະພາບເສດຖະກິດໂລກ.

ຍອມຮັບວ່າຜ່ານມາ ສປປ ລາວ ໄດ້ນຳໃຊ້ຊັບພະຍາກອນທຳມະຊາດເຂົ້າໃນການພັດທະນາຫຼາຍເກີນຂອບເຂດ, ຂາດປະສິດທິພາບມີລັກສະນະຟຸມເຟືອຍ ເຊັ່ນ: ປ່າໄມ້, ບໍ່ແຮ່, ຊັບພະຍາກອນດິນປູກຝັງ, ຊັບພະຍາກອນນໍ້າ ແລະ ອື່ນໆ ໄດ້ສົ່ງຜົນກະທົບຕໍ່ສະພາບການປ່ຽນແປງດິນຟ້າອາກາດ ແລະ ລະບົບນິເວດ ໂດຍສະເພາະແມ່ນການເພີ່ມຂຶ້ນຂອງອຸນຫະພູມ, ການແກ່ຍາວລະດູການ ແລະ ມີ ຄວາມແຫ້ງແລງເພີ່ມຂຶ້ນຂອງລະດູແລ້ງ, ຝົນບໍ່ຕົກຕາມລະດູການ, ໄພນໍ້າຖ້ວມ, ພະຍາດລະບາດ ເຊິ່ງມັນໄດ້ສົ່ງຜົນກະທົບດ້ານກະສິກຳທີ່ເປັນແຫຼ່ງສະບຽງອາຫານຂອງປະຊາຊົນລາວ ແລະ ວິກິດການທາງທຳມະຊາດ ແລະ ອື່ນໆ ທ່ານຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກ່າວ.

ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ຂອງ ສປປ ລາວ ທີ່ກຳລັງສ້າງ ໄດ້ມີການສະເໜີສ້າງລະບົບຕິດຕາມປະເມີນຜົນການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ ປະກອບດ້ວຍ 3 ຂົງເຂດ ຫຼື ເສົາຄ້ຳຂອງການພັດທະນາເສດຖະກິດ – ສັງຄົມ ຄື: 1). ເສົາຄ້ຳເສດຖະກິດ, 2). ຂົງເຂດສັງຄົມ ແລະ 3). ຂົງເຂດເສົາຄ້ຳດ້ານສິ່ງແວດລ້ອມ ໂດຍສະເພາະແມ່ນຂົງເຂດເສດຖະກິດຈະປະກອບມີ: ການຂະຫຍາຍຕົວດ້ານເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຫຼຸດຜ່ອນ ຄວາມສ່ຽງ, ຄວາມບອບບາງຕໍ່ການຜັນຜວນຂອງສະພາບເສດຖະກິດໂລກ.

ທ່ານ ລີເບີ ລີບົວປາວ ຍົກໃຫ້ເຫັນວ່າ: ການພັດທະນາເສດຖະກິດ – ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງຂອງລາວ ໃນປັດຈຸບັນຍັງບໍ່ທັນເປັນລະບົບ ແລະ ມີປະສິດທິພາບສູງແຕ່ລະຂະແໜງການ ແລະ ທ້ອງຖິ່ນຍັງເຮັດແບບກະແຈກກະຈາຍພໍໃຜພໍລາວ, ຍັງຂາດຄວາມເຂົ້າໃຈເປັນເອກະພາບກັນ, ຂາດຍຸດທະສາດ, ຂາດລະບົບການຕິດຕາມລາຍງານ ແລະ ໜ່ວຍງານໃຈກາງທີ່ເຮັດໜ້າທີ່ໃນການປະສານງານ ແລະ ສົ່ງເສີມການເຕີບໂຕສີຂຽວທີ່ຍືນຍົງໃນແຕ່ລະຂະແໜງການ ແລະ ທ້ອງຖິ່ນຢ່າງເປັນລະບົບ ຈຶ່ງເຮັດໃຫ້ບໍ່ສາມາດບັນລຸເປົ້າໝາຍການພັດທະນາໄລຍະຍາວໄດ້. ສະນັ້ນ, ການສ້າງຍຸດທະສາດ ແລະ ສູນສົ່ງເສີມການເຕີບໂຕສີຂຽວແຫ່ງຊາດ ຂອງ ສປປ ລາວ ຈຶ່ງເປັນບາດກ້າວ ແລະ ກົນໄກເສີມຄວາມເຂັ້ມແຂງໃຫ້ແກ່ກົນໄກການພັດທະນາແບບຍືນຍົງໃນ ສປປ ລາວ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາເສດຖະກິດ – ສັງຄົມໄລຍະຍາວທີ່ພັກ ແລະ ລັດຖະບານກຳນົດໄວ້ຢ່າງຈະແຈ້ງແລ້ວ ຄື: ຫຼຸດພົ້ນອອກຈາກສະຖານະພາບຈາກປະເທດດ້ອຍພັດທະນາໃນອີກບໍ່ພໍເທົ່າໃດປີຂ້າງໜ້ານີ້, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງຫາສູງ ພາຍໃນປີ 2030.

ຢ່າງໃດກໍ່ດີ, ຕາມຮ່າງຍຸດທະສາດຂອງການເຕີບໂຕສີຂຽວນີ້ ທີ່ໄດ້ກຳນົດໄວ້ໃນປີ 2020 ຕ້ອງມີປ່າໄມ້ກວມເອົາ 70% ໃນທົ່ວປະເທດ ຫາກເວົ້າເຖິງລາຍຮັບສະເລ່ຍຕໍ່ຫົວຄົນແລ້ວເຫັນວ່າສູງພໍສົມຄວນຈັດຢູ່ໃນລາຍຮັບລະດັບປານກາງ ຄືສູງກວ່າ 1.270 ໂດລາສະຫະລັດຕໍ່ຄົນຕໍ່ປີຂຶ້ນໄປ, ແຕ່ຄວາມບອບບາງດ້ານເສດຖະກິດເຫັນວ່າຍັງບໍ່ທັນເຂັ້ມແຂງ. ແນວໃດກໍ່ຕາມ, ລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກລາຍຮັບຂະແໜງພະລັງງານ ແລະ ບໍ່ແຮ່ ເຊິ່ງຫຼ້າສຸດລັດຖະບານກໍ່ໄດ້ມີການສັ່ງໂຈະຈຳນວນບໍ່ແຮ່ທີ່ຍັງບໍ່ທັນໄດ້ມີການກໍ່ສ້າງ ເພື່ອປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ການລົງທຶນ ສົ່ງຜົນໃຫ້      ລາຍຮັບທີ່ໄດ້ຈາກຂະແໜງຫຼັກຫຼຸດລົງຢ່າງຊັດເຈນ ແຕ່ການພັດທະນາທີ່ຍືນຍົງ ແລະ ມີຜົນຕໍ່ອະນາຄົດຄືລາຍຮັບທີ່ບົ່ມຊ້ອນທີ່ແທ້ຈິງທີ່ລັດຖະບານກັບມາໃຫ້ ຄວາມສຳຄັນຢ່າງຈິງຈັງ.

 

[ ຂ່າວ: ສຸລິນ, ຮູບ: ສອນໄຊ ]

%d bloggers like this: