ເມືອງເກົ່າ ສຸວັນນະໂຄມຄຳ ສະຖານທີ່ຕິດພັນກັບປະຫວັດສາດທີ່ໜ້າອັດສະຈັນ

ປະເທດລາວເປັນປະເທດທີ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ທັງສະຖານທີ່ທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດທີ່ງົດງາມ ແລະ ໜ້າຄົ້ນຫາ ສະເພາະສະຖານທີ່ທ່ອງທ່ຽວດ້ານວັດທະນະທຳທີ່ຕິດພັນກັບປະຫວັດສາດແລ້ວ ປະເທດລາວແມ່ນມີຫຼາຍແຫ່ງ ແລະ ເມືອງເກົ່າ ສຸວັນນະໂຄມຄໍາ ເປັນສະຖານທີ່ໜຶ່ງທີ່ເປັນຮ່ອງຮອຍປະຕິມາກຳຫຼາຍຢ່າງ ທີ່ສະແດງເຖິງຫົວຄິດປະດິດສ້າງຂອງຄົນສະໄໝບູຮານ ແລະ ສະແດງເຖິງຄວາມອຸດົມສົມບູນ ແລະ ຄວາມຈະເລີນຂອງຄົນໃນສະໄໝນັ້ນ ເຊິ່ງເປັນປະຫວັດສາດນັບຫຼາຍຮ້ອຍປີທີ່ໜ້າສຶກສາ ແລະ ຄົ້ນຫາ.

ເມືອງເກົ່າ ສຸວັນນະໂຄມຄຳ ເຊິ່ງມີຮ່ອງຮອຍປະຫວັດສາດໃຫ້ໜ້າຄົ້ນຫາ ເພາະມີທັງປະຕິມາກຳພະພຸດທະຮູບໃຫຍ່, ມີນໍ້າສ້າງເກົ່າ ແລະ ອື່ນໆ ທີ່ສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນ ແລະ ຄວາມຈະເລີນຂອງຄົນໃນສະໄໝນັ້ນ ເຊິ່ງ ເມືອງເກົ່າ ສຸວັນນະໂຄມຄຳ ແມ່ນຕັ້ງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ມີໄລຍະຫ່າງຈາກເທສະບານແຂວງປະມານ 40 ກິໂລແມັດ, ໄລຍະຫ່າງຈາກເທສະບານເມືອງຕົ້ນເຜິ້ງ ປະມານ 5 ກິໂລແມັດ, ໄລຍະທາງຈາກບ້ານ 3 ກິໂລແມັດ ເຂົ້າສູ່ເມືອງສຸວັນນະໂຄມຄຳ, ທິດເໜືອຕິດກັບເມືອງຕົ້ນເຜິ້ງ, ທິດໃຕ້ ແລະ ທິດຕາເວັນຕົກຕິດກັບແມ່ນ້ຳຂອງ.

ສຳລັບ ເມືອງເກົ່າ ສຸວັນນະໂຄມຄຳ ເປັນບູຮານສະຖານທີ່ບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງບູຮານນະຄອນເກົ່າແກ່ຕາມຕຳນານຂອງປະເທດສີລັງກາ ເຊິ່ງ ທ່ານ ຝັ່ງຊິດ ກາເຍ ຂຽນໄວ້ໃນປຶ້ມ “ ການສຳຫຼວດແມ່ນ້ຳຂອງ ” ໃນສະຕະວັດທີ 19 ໄດ້ເວົ້າໄວ້ວ່າ: ເມືອງສຸວັນນະໂຄມຄຳນັ້ນ ໄດ້ປະກົດຕົວຢູ່ໃນສະຕະວັດ ທີ V ຂອງຄິດຕະສັງກາດ ແລະ ຕາມຕຳນານນ້ຳຖ້ວມໂລກ ເຊິ່ງໄດ້ເວົ້າເຖິງພະຍາສີສັດຕະນາກທີ່ເກີດຢູ່ເມືອງໜອງກະແສແສນຍ່ານ ໄດ້ນຳລີ້ພົນ 7 ໂກດ ທະລຸລົງຕາມລຳນ້ຳຂອງ ອັນໄດ້ກາຍເປັນນາກ 15 ຕະກຸນ ຢູ່ຫຼວງພະບາງໃນວາລະຕໍ່ມາ, ສ່ວນຊາວເມືອງໂພທິສານຫຼວງ ( ສີໂຄດຕະບອງ ຫຼື ໂຄຕະປູລະ ) ນັ້ນແມ່ນເຊື້ອສາຍຂອມ. ນອກນັ້ນ, ຕຳນານຍັງບອກອີກວ່າ: ເມືອງສຸວັນນະໂຄມຄຳນັ້ນ ໄດ້ເຕີບໃຫຍ່ຂຶ້ນຢ່າງໄວວາພຽງແຕ່ໄລຍະ 3 ປີ ບ້ານເຮືອນຂອງໄພ່ພົນກໍ່ມີເຖິງ 1 ແສນຫຼັງ, ຕໍ່ມາເມືອງສຸວັນນະໂຄມຄຳ ໄດ້ມີການປະພຶດທີ່ບໍ່ຊື່ສັດຕໍ່ພໍ່ຄ້າ ເຊິ່ງແມ່ນພວກນາກຊາວຫຼວງພະບາງ ອັນເປັນສາເຫດກໍ່ໃຫ້ເກີດຄວາມຂຸ່ນເຄືອງໃຈ ແລະ ຜິດຂ້ອງຕ້ອງຖຽງກັນ ຊາວຫຼວງພະບາງ ຈຶ່ງໄດ້ຍົກລີ້ພົນຂຶ້ນເມືອທຳລາຍເມືອງສຸວັນນະໂຄມຄຳ ຈົນຮາບກ້ຽງ ເຮັດໃຫ້ຊາວເມືອງແຕກຕື່ນ ແລະ ໄດ້ອົບພະຍົບໄປທົ່ວສາລະທິດ ເຊັ່ນ: ໄປທິດອຸມຸງສີຊັດສະນາໄລ ແລະ ຫຼວງພະບາງ ເຊິ່ງເຂົາເຈົ້າໄດ້ນຳເອົາປະເພນີການໄຫຼເຮືອໄຟໄປປະຕິບັດຢູ່ສະຖານທີ່ແຫ່ງນັ້ນນຳພ້ອມ, ຕໍ່ມາຍັງມີເຊື້ອນາກ ເຊິ່ງແມ່ນຕະກູນລາວຈົກຄືລາວພາກເໜືອທາງຊຽງຣາຍ ໄດ້ມາສ້າງນະຄອນສຸວັນນະໂຄມຄຳ ຂຶ້ນອີກ ຕາມຕຳນານແມ່ນມີກຳແພງຮອບ 4 ດ້ານ ແລະ ແຕ່ລະດ້ານຍາວ 3 ພັນວາ.

ດ້ວຍເຫດນີ້ ເມືອງສຸວັນນະໂຄມຄຳ ທີ່ສາບສູນໄປແລ້ວນັ້ນຈຶ່ງໄດ້ຮຽກຊື່ໃໝ່ວ່າ: ເມືອງນາເຄນເທລະນະຄອນ ຫຼື ນະຄອນບູລີ ຫຼື ເມືອງນະຄະພັນທຸງສິງຫົນວັດນະຄອນ ຫຼື ນະຄອນຊວາ ເນື່ອງຈາກວ່າແມ່ນຊາວລາວພາກເໜືອ.

ມະຫາກາບເລື່ອງ “ ທ້າວຮຸ່ງ – ທ້າວເຈືອງ ” ຍັງໄດ້ໝາຍໄວ້ອີກຊື່ໜຶ່ງ ຄື: ນະຄອນເງິນຍາງ ຫຼື ເງິນຍວງ, ຕໍ່ມາເມື່ອພະຍາແສນພູ ໄດ້ມາເກີດທີ່ເມືອງດັ່ງກ່າວກໍ່ໄດ້ອີກຊື່ໃໝ່ ຄື: ຊຽງແສນ         ( ເກົ່າ ) ຕະກູນລາວຈົກໄດ້ຄອງນະຄອນຊຽງລາວ ຫຼື ນະຄະບູລີ ມາຕະຫຼອດ 43 ເຊັ່ນກະສັດ ຈຶ່ງມາຮອດ ຂຸນເຈືອງ ຜູ້ເປັນກະສັດລາວຜູ້ທຳອິດທີ່ເຕົ້າໂຮມບັນດາເຜົ່າເປັນເອກະພາບກັນຢູ່ອານາຈັກທາງພາກເໜືອໃນ ຄ.ສ 1096.

ຂຸນເຈືອງ ໄດ້ນຳພົນພິສິດຫຼວງພະບາງ, ຊຽງຂວາງ ແລະ ປະກັນ ( ແຄ້ວນແກວຈີ ) ແລ້ວສ້າງຂຶ້ນເປັນຈັກກະພົບລາວເອກະພາບກັນລະຫວ່າງເຜົ່າເປັນຄັ້ງທຳອິດ ເປັນຕົ້ນແມ່ນ: ຕະກຸນນາກ ແລະ ຂອມ ນັບວ່າພະອົງເປັນກະສັດຜູ້ຍິ່ງໃຫຍ່ຜູ້ໜຶ່ງຂອງຊາວລາວບັນດາເຜົ່າ, ເມື່ອອານາຈັກ ຂຸນເຈືອງ ລົ້ມລະລາຍລົງໃນ 4 ເຊັ່ນກະສັດໃນລາຊະການຂອງ ຂຸນກັນຮາງ ອັນເປັນເຫຼນຫຼອດຂອງ ຂຸນເຈືອງ ພາຍຫຼັງທີ່ໄດ້ເສຍໄຊໃຫ້ແກ່ກອງທັບຂອງ ຂຸນລໍ ທີ່ຍົກມາແຕ່ເມືອງລຸ່ມທີ່ທົ່ງນານ້ອຍອ້ອຍໜູ ( ປັດຈຸບັນແມ່ນດຽນບຽນຟູ ) ຄືເມືອງແຖນນັ້ນເອງ.

ເມືອງເກົ່າສຸວັນນະໂຄມຄຳ ອັນເປັນຊື່ກົກເຄົ້າຂອງນະຄອນບູຮານແຫ່ງນີ້ ນັບວ່າໄດ້ຜ່ານຂະບວນການຖືກທຳລາຍ ແລະ ການຟື້ນຟູຫຼາຍຄັ້ງຫຼາຍຫົນພາຍໃຕ້ຊື່ຕ່າງໆ ກວ່າຈະມາເຖິງສະພາບນະຄອນຮ້າງເຫຼືອໄວ້ແຕ່ເສດຮ່ອງຮອຍ ເປັນສິ່ງທີ່ຍັງຄົງງົດງາມ ແລະ ສະຫງ່າຕະການຕາ.

ຕາມການສຳຫຼວດໃນເບື້ອງຕົ້ນໃນສະຖານທີ່ປະມານ 10 ພັນເຮັກຕາ ພົບວ່າມີ 44 ບູຮານສະຖານ ແລະ ຖານກໍ່ສ້າງດ້ວຍປະທາຍອັນເປັນພຸດທະສິມມາ, ພະທາດ, ພະພຸດທະຮູບ, ນ້ຳສ້າງ ແລະ ສະຖານທີ່ອື່ນໆ ເຊິ່ງສິ່ງທີ່ຄົງຄວາມງົດງາມ ແລະ ຄວາມສະຫງ່າຕະການຕາທີ່ຍັງເຫຼືອຈາກສີມືຂອງໂຈນປຸ້ນສົມບັດທັງລາວ ແລະ ໄທ ໃນສະໄໝກ່ອນນັ້ນ ອັນໄດ້ແກ່ພະພຸດທະຮູບອົງສະມາທິທີ່ເຮັດດ້ວຍອິດ ແລະ ປະທາຍ, ເປັນພະພຸດທະຮູບອົງໃຫຍ່, ມີໜ້າຕັກກວ້າງ 7,10 ແມັດ, ລວງສູງ 7,22 ແມັດ ( ບໍ່ນັບຍອດເກດ ), ບ່າແຕ່ລະຂ້າງ 1,10 ແມັດ, ດ້ານຂ້າງແຕ່ກະໂພກຫາເຂົ່າ 3,60 ແມັດ ນັບວ່າເປັນພະພຸດທະຮູບອົງໜຶ່ງທີ່ໃຫຍ່ທີ່ສຸດຂອງປະເທດລາວ ແລະ ໃນຍ່ານອາຊີອາຄະເນ ເຊິ່ງຕາມຂະໜາດຂອງພະພຸດທະຮູບອົງນີ້ໄດ້ສັນນິຖານວ່າແມ່ນພະພຸດທະຮູບປະຈຳທີ່ວັດພະລາສະວັງ ເຊິ່ງຮອດປັດຈຸບັນນີ້ຍັງເຫຼືອພຽງແຕ່ຮ່າງຄີງ ສ່ວນພະຫັດ, ພະເກດ, ແຖ່ນ ແລະ ອື່ນໆ ໄດ້ຖືກຂຸດ, ເຈາະ, ກິດຫ້ຽນ ແລະ ກົ່ນເອົາຂອງດີໄປໝົດແລ້ວ. ນອກຈາກນັ້ນ, ຍັງມີພະອີກອົງໜຶ່ງທີ່ມີຂະໜາດເກືອບເທົ່າກັນແຕ່ຖືກລົ້ມພັງທະລາຍ ແລະ ພະລ້ານຕື້ ຫຼື ພະຣັດສະໝີທອງສຳລິດ ທີ່ຈົມຢູ່ແມ່ນ້ຳຂອງ.

ປູສະນີຍະສະຖານທີ່ຍັງຫຼົງເຫຼືອຢູ່ນັ້ນສັນນິຖານໄດ້ວ່າ: ແມ່ນມາຈາກຍຸກຂອງນະຄອນຊຽງແສນ ເປັນສ່ວນໃຫຍ່ ເປັນຕົ້ນແມ່ນໃນສະໄໝ ເຈົ້າໄຊຍະເຊດຖາທິຣາດ ເຊິ່ງພະອົງໄດ້ໃຫ້ການສະຖາປະນາ, ບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມທັງສອງຝັ່ງແມ່ນ້ຳຂອງ ເຊິ່ງນະຄອນດັ່ງກ່າວໄດ້ຖືກພັງທະລາຍລົງບັ້ນສຸດທ້າຍ ໂດຍການຮຸກຮານຂອງກອງທັບພະມ້າໃນລາຊະການຂອງ ພະເຈົ້າໄຊຍະເຊດຖາທິລາດ. ຈາກນັ້ນ, ຍັງມີແນວສາຍພູນ້ອຍຕັ້ງຢູ່ດ້ານຕາເວັນຕົກຂອງນະຄອນຮ້າງທີ່ເນັ່ງຢຽດແຕ່ດ້ານເໜືອເຖິງດ້ານໃຕ້ ແມ່ນສັງເກດເຫັນຮ່ອງເລິກ ແລະ ກວ້າງປະມານ 10 ກວ່າແມັດ ເນັ່ງຢຽດເຖິງແຄມຂອງ, ມີຄັນຄູສູງລຽບທາງຂອງເບື້ອງຕາເວັນອອກ. ດັ່ງນັ້ນ, ຈຶ່ງເຂົ້າໃຈໄດ້ວ່າ: ແມ່ນຄອງສູ້ຮົບ ແລະ ກຳແພງປ້ອງກັນກອງທັບຊ້າງມ້າກໍ່ຄືພົນຂ້າເສິກທົ່ວໄປທີ່ມາຮຸກຮານ.

ສະນັ້ນ, ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ມີການອະນຸຮັກ ແລະ ປະກາດເປັນປູສະນີຍະສະຖານແຫ່ງຊາດ ແລະ ເປັນບ່ອນຫວງຫ້າມ, ເປັນອຸທິຍານບ່ອນສຶກສາຫາຄວາມຮູ້ໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນສະຖານທີ່ພັກຜ່ອນຢ່ອນອາລົມ, ເປັນການສະຫງວນວັດທະນະທຳທີ່ຫຼາກຫຼາຍກໍ່ຄືທຳມະຊາດທີ່ສວຍງາມ ເຊິ່ງປັດຈຸບັນທາງພາກສ່ວນທີ່ກ່ຽວຂ້ອງກຳລັງປຶກສາຫາລືກັນເພື່ອບູລະນະປະຕິສັງຂອນຄືນໃໝ່ ເພື່ອໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດຂອງຊາດກໍ່ຄືຂອງແຂວງບໍ່ແກ້ວ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າທ່ຽວຊົມ ແລະ ຮຽນຮູ້ປະຫວັດສາດກ່ຽວກັບຊາດລາວໃນເມື່ອກ່ອນອີກດ້ວຍ.

( ຮູບຈາກ: Houmphet )

%d bloggers like this: