ບໍລິສັດ ເຈແອລເອັສ ຈະລົງທຶນຕິດຕັ້ງລະບົບກວດສອບມາດຖານ ແລະ ເກັບຄ່າທຳນຽມນໍາເຂົ້ານໍ້າມັນທຸກດ່ານໃນທົ່ວປະເທດ

ຄວາມຄືບໜ້າຂອງໂຄງການນໍາໃຊ້ລະບົບເອເລັກໂຕຣນິກໃນການເກັບຄ່າທຳນຽມ ແລະ ຄ່າບໍລິການກວດກາຄຸນນະພາບສິນຄ້າປະຈຳແຕ່ລະດ່ານຊາຍແດນໃນທົ່ວປະເທດ ເຊິ່ງກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີເປັນເຈົ້າຂອງໂຄງການ ແລະ ທີ່ບໍລິສັດ ເຈແອລເອັສ ໄອທີໂຊລູຊັນ ຈໍາກັດ ເປັນຜູ້ສຶກສາ ຄວາມເປັນໄປໄດ້ໃນການສຳຫຼວດ – ອອກແບບ ແລະ ລົງທຶນທັງໝົດ ໂດຍມີການລົງນາມໃນຕົ້ນເດືອນຕຸລາຜ່ານມາ. ປັດຈຸບັນຄວາມຄືບໜ້າດັ່ງກ່າວເລີ່ມເປັນຮູບປະທຳເທື່ອລະກ້າວ ຄາດວ່າ ຈະມີການເຊັນສັນຍາລົງມືຈັດຕັ້ງປະຕິບັດໃນທ້າຍປີ 2018 ນີ້. ຂະນະທີ່ປະທານບໍລິສັດລະບຸ ຈະມີການລົງທຶນ 8 ລ້ານໂດລາ ແລະ ເປີດນໍາໃຊ້ລະບົບໃນເດືອນກໍລະກົດ 2019 ຫຼື ອາດຈະໄວ ກວ່ານັ້ນ.

ທ່ານ ວົງພູທອນ ສີຈັນທະລາດ ປະທານ ບໍລິສັດ ເຈແອລເອັສ ໄອທີໂຊລູຊັນ ຈໍາກັດ ໃຫ້ສຳພາດວ່າ: ຄວາມຄືບໜ້າຂອງໂຄງການດັ່ງກ່າວຈາກການປະເມີນການນໍາເຂົ້ານໍ້າມັນຜ່ານດ່ານໃນແຕ່ລະປີ ປະມານ 1.400 ລ້ານລິດ ແລະ ເຫັນວ່າຈະມີການຕິດຕັ້ງລະບົບຕ່າງໆຈໍານວນ 18 ດ່ານສາກ່ອນ ( ທັງໝົດມີ 26 ດ່ານ ) ເຊິ່ງດ່ານທຳອິດແມ່ນດ່ານສາກົນຂົວມິດຕະພາບ ລາວ – ໄທ 1 ( ວຽງຈັນ – ໜອງຄາຍ ), ຮອງລົງມາດ່ານສາກົນວັງເຕົ່າ – ຊ່ອງເມັກ ແຂວງຈຳປາສັກ, ດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ, ດ່ານສາກົນຂົວມິດຕະພາບ ລາວ – ໄທ 2 ( ສະຫວັນນະເຂດ – ມຸກດາຫານ ) ແລະ ດ່ານອື່ນໆຕາມລໍາດັບ ເຊິ່ງໃນທ້າຍປີ 2018 ຈະໄດ້ເຊັນສັນຍາເພື່ອຈັດຕັ້ງປະຕິບັດຢ່າງເປັນທາງການ ພາຍຫຼັງທີ່ໄດ້ມີການລົງນາມສຶກສາຄວາມເປັນໄປໄດ້ໃນຕົ້ນເດືອນຕຸລາຜ່ານມາ ແລະ ເພື່ອເປັນການເລີ່ມລົງມືຕິດຕັ້ງລະບົບໃຫ້ສຳເລັດພາຍໃນເດືອນກໍລະກົດ 2019 ຫຼື ອາດຈະໄວກວ່ານັ້ນ ເນື່ອງຈາກພວກເຮົາມີຄວາມພ້ອມຫຼາຍດ້ານບໍ່ວ່າຈະເປັນທາງດ້ານທຶນຮອນ, ທີມງານທີ່ຊຳນານງານເປັນເວລາຫຼາຍປີ ແລະ ເງື່ອນໄຂອື່ນໆ.

ທ່ານໄດ້ອະທິບາຍຕື່ມວ່າ: ຄາດວ່າຖ້າຫາກຕິດຕັ້ງສຳເລັດແມ່ນອາດຈະເຫັນຕົວເລກການນໍາເຂົ້ານໍ້າມັນໃນແຕ່ປີຫຼາຍກວ່າ 1.400 ລ້ານລິດ ເນື່ອງຈາກໄລຍະຜ່ານມາຍັງມີປະກົດການຫຍໍ້ທໍ້ລັກລອບນໍາເຂົ້າໂດຍບໍ່ໄດ້ເສຍພາສີ ແລະ ຄ່າທໍານຽມອື່ນໆ ເຮັດໃຫ້ພາກລັດເສຍຜົນປະໂຫຍດໃນຈຸດນີ້ຫຼາຍສົມຄວນ ແຕ່ສໍາລັບລະບົບດັ່ງກ່າວເປັນການລົງທະບຽນຜ່ານອອນລາຍທັງໝົດ ເຊິ່ງຈະຮູ້ໄດ້ທັນທີວ່າບໍລິສັດນັ້ນໆຈະນໍາເຂົ້ານໍ້າມັນຈັກຄັນລົດ? ຈໍານວນເທົ່າໃດລິດ?, ທະບຽນລົດຫຍັງ?, ຍີ່ຫໍ້ລົດປະເພດໃດ?, ເສຍຄ່າທໍານຽມເທົ່າໃດ ແລະ ອື່ນໆ ເພາະມີລະບົບກ້ອງ CCTV ເປັນຕົວສະແກນ ເຊິ່ງຈະສະແດງຜົນຢູ່ໃນໜ້າຈໍຄອມພິວເຕີທັນທີ ແລະ ສາມາດກວດສອບໄດ້ວ່າໃນແຕ່ລະດ່ານມີການນໍາເຂົ້າແນວໃດແດ່?, ເກັບລາຍຮັບໄດ້ເທົ່າໃດ? ເນື່ອງຈາກລະບົບຈະອອນລາຍກັນໃນທຸກດ່ານທົ່ວປະເທດ.

ລະບົບດັ່ງກ່າວ ຄາດວ່າຈະເຮັດໃຫ້ການເກັບລາຍຮັບຂອງລັດຖະບານອາດຈະເພີ່ມຂຶ້ນເທົ່າຕົວ ຫຼື ຫຼາຍກວ່ານັ້ນ ເນື່ອງຈາກຈະມີແອັບພລິເຄຊັນໃຫ້ພາກສ່ວນຮັບຜິດຊອບກໍ່ຄືຂັ້ນເທິງທີ່ກ່ຽວຂ້ອງຈະຮັບຊາບທັນທີ ເຊິ່ງຂໍ້ດີແມ່ນ ຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ສຳລັບອົງປະກອບຂອງລະບົບຊ໊ອຟແວຣ໌ ປະກອບມີ 3 ຢ່າງ ຄື: 1). ລະບົບການແຈ້ງນໍາເຂົ້າ; 2). ລະບົບປະມວນຜົນໃນແຕ່ລະດ່ານ ເຊິ່ງກ້ອງ CCTV ເປັນຕົວຈັບວ່າເປັນລົດປະເພດໃດ? ຍີ່ຫໍ້ຫຍັງ? ແລະ ບໍລິມາດນໍ້າມັນເທົ່າໃດ?. ຈາກນັ້ນ, ຈະມີການແຈ້ງເຕືອນຢັ້ງຢືນຈາກເຈົ້າໜ້າທີ່ຜູ້ໃຊ້ລະບົບດັ່ງກ່າວເພື່ອຢັ້ງຢືນຄວາມຖືກຕ້ອງ ລວມທັງການກວດເບິ່ງນໍ້າມັນຢູ່ໃນຖັງ, ສິນຄ້າອື່ນໆ ແລະ ການຈ່າຍເງິນຜ່ານທະນາຄານໃນລະບົບດັ່ງກ່າວ; 3). ລະບົບເກັບຖານຂໍ້ມູນທັງໝົດ ເຊິ່ງມັນຈະລາຍງານທຸກລາຍລະອຽດທັງໝົດ ເຊິ່ງຜູ້ທີ່ໄດ້ຮັບສິດດັ່ງກ່າວຈະສາມາດ Login ເຂົ້າເບິ່ງຂໍ້ມູນທຸກຢ່າງໄດ້. ຂະນະດຽວກັນ, ກໍ່ຈະຊ່ວຍໃຫ້ຜູ້ປະກອບການມີຄວາມວ່ອງໄວ ແລະ ບໍ່ເສຍເວລາໃນການຫອບເອກະສານຈໍານວນຫຼາຍ ເພື່ອແຈ້ງເຈົ້າໜ້າທີ່ແຕ່ລະໜ່ວຍງານກ່ຽວຂ້ອງ.

ປະທານບໍລິສັດ ຍັງເປີດເຜີຍໃຫ້ຮູ້ຕື່ມອີກວ່າ: ສຳລັບໄລຍະເວລາຂອງການສຳປະທານແມ່ນ 15 ປີ ໃນຮູບແບບຂອງການສ້າງ ແລະ ສົ່ງມອບ ( BOT ) ເຊິ່ງຈະລົງທຶນທັງໝົດປະມານ 8 ລ້ານໂດລາສະຫະລັດ ຄາດວ່າຈະໄດ້ທຶນຄືນໃນໄລຍະປີທີ 8 ສ່ວນອີກ 7 ປີທີ່ຍັງເຫຼືອຖືວ່າເປັນກໍາໄລຂອງບໍລິສັດ ແຕ່ພາຍຫຼັງສິ້ນສຸດສັນຍາດັ່ງກ່າວແມ່ນມອບໃຫ້ພາກລັດເປັນຜູ້ຄຸ້ມຄອງການນໍາໃຊ້ຕໍ່ໄປໃນອະນາຄົດ. ໃນສ່ວນຂອງຈຸດດີຂອງການເກັບດັ່ງກ່າວແມ່ນຈະບໍ່ໄດ້ເກັບເພີ່ມ ພຽງແຕ່ເກັບເອົາຄ່າທໍານຽມຂອງບໍລິສັດຜູ້ນໍາເຂົ້າຕ້ອງຈ່າຍໃຫ້ພາກລັດເທົ່ານັ້ນ ແລະ ພາກລັດກໍ່ມີລາຍຮັບເພີ່ມຂຶ້ນແຖມຍັງບໍ່ເສຍງົບປະມານເພື່ອການລົງທຶນສ້າງລະບົບແຕ່ຢ່າງໃດທັງນັ້ນ.

ທ່ານກ່າວຕື່ມວ່າ: ຍົກຕົວຢ່າງພາກລັດຈະເກັບເງິນຄ່າທຳນຽມຈາກບໍລິສັດນໍ້າມັນຕ່າງໆ ຈຳນວນ 32 ກີບຕໍ່ລິດ ແຕ່ບໍລິສັດເຮົາໃນນາມເປັນຜູ້ລົງທຶນສ້າງລະບົບຈະເອົາສ່ວນແບ່ງປະມານ 10 – 15% ເທົ່ານັ້ນ ເຊິ່ງພາກລັດເອງກໍ່ມີລາຍຮັບ ແລະ ມີລະບົບຄຸ້ມຄອງ, ສ່ວນບໍລິສັດກໍ່ມີລາຍຮັບຈາກສ່ວນແບ່ງທີ່ໄດ້ສ້າງລະບົບດັ່ງກ່າວໃຫ້ພາກລັດ, ຖ້າເຮົາບໍ່ເກັບແບບນັ້ນພາກລັດກໍ່ຕ້ອງໄດ້ເອົາເງິນງົບປະມານມາຈ່າຍຄ່າການລົງທຶນສ້າງລະບົບ, ຄ່າໃຊ້ຈ່າຍໃນການຕິດຕັ້ງອື່ນໆເຊິ່ງຄ້າຍໆກັບການສ້າງ ແລະ ສົ່ງມອບ ( BOT ) ຄືກັນກັບບໍລິສັດອື່ນໆເຄີຍເຮັດຜ່ານມາ. ນອກນັ້ນ, ລະບົບດັ່ງກ່າວຈະອອກແບບມາເພື່ອໂຄງສ້າງອື່ນໆທີ່ສາມາດຮອງຮັບການບໍລິການຕ່າງງໆໃນອະນາຄົດ ແລ້ວຈະມີການລົງທຶນໃນແຕ່ລະຂະແໜງການຍ່ອຍຕື່ມອີກ.

[ ຂ່າວ – ຮູບ: ສົມສະຫວິນ ]

%d bloggers like this: