ການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ບັນລຸຫຼາຍກວ່າ 1.390 ລ້ານໂດລາ

ການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າຂອງລາວ ກວມເອົາເຖິງ 28% ຈາກການສົ່ງອອກທັງໝົດ 4.887 ລ້ານກວ່າໂດລາ ໃນປີ 2017 ໂດຍມີ ໄທ ເປັນຕະຫຼາດສົ່ງອອກລາຍໃຫຍ່ ຮອງມາແມ່ນ ຫວຽດນາມ ແລະ ຍີ່ປຸ່ນ.

ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ສຳເລັດການສັງລວມສະຖິຕິມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ( ສິດທິພິເສດທາງການຄ້າແບບຕອບແທນກັນ ຫຼື ພາຍໃຕ້ຂອບສັນຍາການຄ້າເສລີ: FTA ແລະ ສິດທິພິເສດທາງການຄ້າແບບຝ່າຍດຽວ ຫຼື ລະບົບສິດທິພິເສດແບບທົ່ວໄປ: GSP ) ຂອງ ສປປ ລາວ ປະຈຳປີ 2017 ເຊິ່ງມີມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ສູງເຖິງ 1.390 ລ້ານໂດລາ ກວມເອົາ 28,50% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ໃນປີ 2017 ທີ່ມີມູນຄ່າ 4.887 ລ້ານກວ່າໂດລາສະຫະລັດ.

ປະເທດສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ມີທັງໝົດ 37 ປະເທດ ຄື: ໄທ, ສສ ຫວຽດນາມ, ຍີ່ປຸ່ນ, ເຢຍລະມັນ, ສປ ຈີນ, ຊູແອັດ, ອັງກິດ, ປ໊ອກຕຸຍການ, ອິຕາລີ, ກຳປູເຈຍ, ໂປໂລຍ, ອິນເດຍ, ແບນຊິກ, ຝຣັ່ງ, ໂຮນລັງ, ມາເລເຊຍ, ຟີລິບປິນ, ອຽກລັງ, ໂອຕຣິສ, ສ.ເກົາຫຼີ, ແອັດສະປາຍ, ຕວັກກີ, ສ.ອາເມຣິກາ, ອົດສະຕຣາລີ, ອິນໂດເນເຊຍ, ເກຼັກ, ເອັດສະໂຕນີ, ການາດາ, ມຽນມາ, ໂກຣເອເຊຍ, ຣັດເຊຍ, ສະໂລເວນີ, ສິງກະໂປ, ນ໊ອກແວ, ສະວິດເຊີແລນ, ດານມາກ ແລະ ນິວຊີແລນ.

ໃນນັ້ນ, ປະເທດທີ່ ສປປ ລາວ ມີການສົ່ງອອກໄປຫຼາຍກວ່າໝູ່ແມ່ນ ໄທ, ສສ ຫວຽດນາມ ແລະ ຍີ່ປຸ່ນ ເຊິ່ງມີມູນຄ່າການສົ່ງອອກສູງເຖິງ 567,9 ລ້ານໂດລາ, 270,5 ລ້ານໂດລາ ແລະ 108,2 ລ້ານ ໂດລາຕາມລຳດັບ.
ໃນນັ້ນ, ສິນຄ້າທີ່ມີການສົ່ງອອກຫຼາຍກວ່າໝູ່ສາມອັນດັບຕົ້ນແມ່ນສິນຄ້າທີ່ນອນໃນກຸ່ມອຸດສາຫະກໍາ ມີມູນຄ່າການສົ່ງອອກຫຼາຍທີ່ສຸດສູງເຖິງ 660,6 ລ້ານໂດລາ, ຮອງລົງມາແມ່ນສິນຄ້າໃນກຸ່ມພືດກະສິກໍາ ມູນຄ່າ 485 ລ້ານໂດລາ ແລະ ຜະລິດຕະພັນແຮ່ທາດ ມູນຄ່າ 154 ລ້ານກວ່າໂດລາ.
ໃນປີ 2017 ການສົ່ງອອກພາຍໃຕ້ FTA ແມ່ນມີມູນຄ່າສູງກວ່າພາຍໃຕ້ GSP ເຖິງ 992,4 ລ້ານໂດລາ ຫຼື ກວມ 60% ຂອງມູນຄ່າການສົ່ງອອກທັງໝົດພາຍໃຕ້ສິດທິພິເສດທາງການຄ້າ.

ແບບຟອມທີ່ມີການນຳໃຊ້ຫຼາຍກວ່າໝູ່ພາຍໃຕ້ FTA ແມ່ນຟອມ D ມີມູນຄ່າ 701,4 ລ້ານໂດລາ, ຮອງລົງມາແມ່ນຟອມ S ມີມູນຄ່າ 150,6 ລ້ານໂດລາ ແລະ ຟອມ E ມູນຄ່າ 74,8 ລ້ານໂດລາ. ສຳລັບການສົ່ງອອກພາຍໃຕ້ GSP ມີມູນຄ່າ 398,2 ໂດລາ, ແບບຟອມທີ່ນຳໃຊ້ຫຼາຍກວ່າໝູ່ແມ່ນ ຟອມ AT ສໍາລັບຜະລິດຕະພັນເຄື່ອງນຸ່ງຫົ່ມໄປສະຫະພາບເອີຣົບ ມີມູນຄ່າ 240 ລ້ານໂດລາສະຫະລັດ, ຮອງລົງມາແມ່ນ ຟອມ A ສໍາລັບຜະລິດຕະພັນທົ່ວໄປ ມີມູນຄ່າ 154,8 ລ້ານໂດລາ ແລະ ຟອມ CO-Korea 3,40 ລ້ານໂດລາ.

ສະຖິຕິການສົ່ງອອກທີ່ສັງລວມນີ້ອາດຈະບໍ່ສະທ້ອນເຖິງການນຳໃຊ້ສິດທິພິເສດທາງການຄ້າຕົວຈິງ ເນື່ອງຈາກວ່າເປັນພຽງແຕ່ຕົວເລກທີ່ເຈົ້າໜ້າທີ່ອອກຟອມເປັນຜູ້ເກັບກຳ ໂດຍບໍ່ໄດ້ສົມທຽບກັບມູນຄ່າການນຳເຂົ້າຕົວຈິງຂອງປະເທດປາຍທາງ, ເປັນທີ່ສັງເກດເຫັນວ່າການສົ່ງອອກໃນຂອບ FTA ສ່ວນໃຫຍ່ແມ່ນສິນຄ້າກະສິກຳ ແລະ ເຄື່ອງປ່າຂອງດົງທີ່ສົ່ງອອກພາຍໃຕ້ກົດສິນຄ້າທີ່ຜະລິດຂຶ້ນໂດຍນຳໃຊ້ວັດຖຸດິບພາຍໃນປະເທດທັງໝົດ ( Wholly Obtained ) ນັ້ນກໍ່ໝາຍຄວາມວ່າຜູ້ປະກອບການຂອງ ສປປ ລາວ ຍັງບໍ່ທັນສາມາດປະກອບສ່ວນເຂົ້າໃນຕ່ອງໂສ້ການຜະລິດໃນພາກພື້ນດີເທົ່າທີ່ຄວນ.

ເພື່ອຜັນຂະຫຍາຍແນວທາງຂອງພັກ – ລັດຖະບານ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ນອກນັ້ນ, ເຖິງວ່າສິດທິພິເສດທາງການຄ້າແບບຝ່າຍດຽວ ຫຼື GSP ຈະເປັນຮູບແບບທີ່ມີລະບຽບແຫຼ່ງກຳເນີດສິນຄ້າງ່າຍດາຍກວ່າຂອບ FTA ກໍ່ບໍ່ໄດ້ໝາຍຄວາມວ່າຈະມີການນຳໃຊ້ຢ່າງຫຼວງຫຼາຍດັ່ງທີ່ເຫັນໄດ້ໃນສະຖິຕິທີ່ສັງລວມມານັ້ນ ເຊິ່ງໄລຍະຜ່ານມາຍັງບໍ່ທັນໄດ້ມີການສຶກສາຊອກຫາສາເຫດຢ່າງລະອຽດຢ່າງຄັກແນ່ ແຕ່ປັດໄຈໃນການດຶງດູດການລົງທຶນຂອງພາກທຸລະກິດ ເພື່ອເຮັດການຜະລິດເພື່ອນໍາໃຊ້ຜົນປະໂຫຍດຈາກສິດທິພິເສດທາງການຄ້າແບບຝ່າຍດຽວທີ່ ສປປ ລາວ ໄດ້ຮັບໃນຖານະເປັນປະເທດດ້ອຍພັດທະນາ ອາດແມ່ນຕົ້ນທຶນການຜະລິດທີ່ບໍ່ສູງ, ສະພາບແວດລ້ອມຂອງການດໍາເນີນທຸລະກິດທີ່ເອື້ອອໍານວຍໃຫ້ແກ່ນັກລົງທຶນເປັນຕົ້ນ.

%d bloggers like this: