ຟັງທັດສະນະນັກຂຽນໜຸ່ມກໍລະນີ ປະທານໂບຖືກລົງໂທດ

ເປັນທີ່ສົນໃຈບໍ່ໜ້ອຍໃນສັງຄົມກ່ຽວກັບກໍລະນີ ປະທານສະໂມສອນວຽງຈັນຢູໄນເຕັດ ຫຼື ຄົນເອີ້ນເພິ່ນວ່າມາດາມ ໂບຖືກຫະສະພັນບານເຕະແຫ່ງຊາດລົງໂທດ 90 ວັນຖານໄລສົດເສັ້ນທາງເຂົ້າສະຫະພັນບານເຕະແຫ່ງຊາດເປື້ອນ ເຮັດໃຫ້ມີແຟນຄລັບຫຼາຍຄົນ ທີ່ຢາກຮູ້ມູມມອງຂອງຄົນນອກວ່າ ຄິດເຫັນແນວໃດກ່ຽວກັບເລື່ອງນີ້? ຕໍ່ເລື່ອງລາວດັ່ງກ່າວ ອາຈານ ກາບແກ້ວ ທຳມະວົງ ນັກຂຽນລາງວັນນາກຄຳ, ລາງວັນ ​ວັນ​ນະ​ກຳ​ແມ່​ນ້ຳ​ຂອງ ແລະ ນັກເວົ້າສ້າງແຮງບັນດານໃຈໄດ້ຕີລາຄາດັ່ງນີ້:

ในภาพอาจจะมี 1 คน, กำลังยืน

1) ການທີ່ນ້ອງ ໂບ ຖືກລົງໂທດນັ້ນ ໃນມູມມອງຂອງຂ້າພະເຈົ້າແລ້ວ ບໍ່ແມ່ນຍ້ອນແຕ່ໂພສຮູບທາງເປື້ອນອັນຈັ່ງໄຮ ທີ່ເຮັດໃຫ້ຜູ້ໃຫຍ່ຂາຍໜ້ານັ້ນດອກ, ແຕ່ໃນອີກດ້ານໜຶ່ງ ກໍເປັນຍ້ອນນ້ອງ ໂບ ກາຍເປັນຄົນຂອງສັງຄົມທີ່ຄົນນິຍົມຫຼາຍ ເຊິ່ງບໍ່ສະເພາະແຕ່ຍ້ອນນ້ອງມີຜົນງານຊ່ວຍພັດທະນາວົງການກີລາລາວ ໂດຍສະເພາະແມ່ນສົ່ງເສີມຄົນໜຸ່ມໃຫ້ມີຄວາມສົນໃຈກີລາຫຼາຍຂຶ້ນ, ໄປສ້າງຊື່ສຽງໃຫ້ປະເທດຊາດຫຼາຍຂຶ້ນ ແຕ່ນ້ອງຍັງມີບົດບາດໃນການປະສານງານຊ່ວຍເຫຼືອຜູ້ປະສົບໄພທີ່ແຂວງອັດຕະປືນຳອີກ ຈົນເຮັດໃຫ້ຄົນໃນສັງຄົມຮູ້ສຶກຂອບໃຈ ແລະ ນິຍົມຊົມຊອບນ້ອງນັບມື້ນັບຫຼາຍຂຶ້ນ ກໍຄືວ່າຫັ້ນແລ້ວ ຍ້ອນນ້ອງໂດ່ງດັງເກີນໄປ ດັງຈົນເກີນໜ້າເກີນຕາ ບາງຄົນຈິ່ງເກີດມີຄວາມອິດສາຕາຮ້ອນຫຼາຍກວ່າ

2) ສ່ວນວ່າການໂພສທາງເປື້ອນນັ້ນ ກໍຄືວ່າຫັ້ນແລ້ວ ຄົນລາວຈຳນວນໜຶ່ງ ຍັງຍຶດຕິດຄວາມຄິດແບບເກົ່າຄອງເດີມຢູ່ “ຂີ້ຕົນເອງ ລັກເຊື່ອງໄວ້ ບໍ່ໃຫ້ຄົນອື່ນເຫັນ ເໝັນກໍຕາມຊ່າງ ເພາະເປັນຂີ້ຕົນເອງ” ຄວາມຄິດອັນໜ້າຂີ້ດຽດອັນນີ້ ເປັນຄວາມຄິດທີ່ກົດໜວງການພັດທະນາ (ບໍ່ບຸກທະລຸດ້ານຈິນຕະນາການໃໝ່) ເຖິງແມ່ນວ່າ “ຄວາມຈິງເປັນສິ່ງບໍ່ຕາຍ ແຕ່ຄົນທີ່ເວົ້າຄວາມຈິງ ມັກຈະຕາຍ” ນັ້ນກໍຄວນຄວນປະຖິ້ມໄດ້ແລ້ວ ເພາະຈະເຮັດໃຫ້ຄົນບໍ່ເວົ້າຄວາມຈິງ, ບໍ່ກ້າຕຳນິສົ່ງຂ່າວກັນແລ້ວ ເຮັດແນວໃດ ປະເທດຊາດຈິ່ງຈະພັດທະນາ? ຫຼືວ່າມັກໃຫ້ຢູ່ກັບທີ່ແບບນີ້?

3) ຈະວ່ານ້ອງໂບບໍ່ຜິດກໍບໍ່ແມ່ນ, ແຕ່ຂ້າພະເຈົ້າຂໍປ່ຽນໄປເປັນຄຳເວົ້າໃໝ່ວ່າ “ບໍ່ເໝາະສົມ” ຈະຖືກກວ່າ. ສາມາດແກ້ໄຂໂດຍເອີ້ນນ້ອງໂບມາຕັກເຕືອນຊື່ໆ (ບໍ່ແມ່ນເອີ້ນມາປັບທັດສະນະຄະຕິເດີ) ເອີ້ນມາຄ່ອຍເວົ້າຄອຍຈາ ບອກນ້ອງວ່າ ໂບເປັນຄົນຂອງສັງຄົມແລ້ວ ຈິ່ງຄວນລະມັດລະວັງໃນການໂພສຕື່ມອີກ ບໍ່ເຫັນຈຳເປັນຕ້ອງລົງໂທດລົງໂພຍໜັກໜາແບບນີ້ກໍໄດ້

4) ສຸດທ້າຍນີ້ ຂ້າພະເຈົ້າຂໍແນະນຳທາງອອກ (ບໍ່ແມ່ນຫົວລ້ານລື່ນຄູເດີ) ດັ່ງນີ້: ເອີ້ນນ້ອງໂບເຂົ້າໄປລົມກັນ ແລະ ຕົກລົງກັນ, ຂ້າພະເຈົ້າເຊື່ອວ່າ ນີ້ບໍ່ແມ່ນການຂາຍໜ້າ ແຕ່ເປັນການເຮັດເພື່ອປະຊາຊົນ ເຮັດເພື່ອວົງການກີລາລາວ ຢາກໃຫ້ນ້ອງໂບເຮັດວຽກຢູ່ຕໍ່ ເພື່ອພັດທະນາຊາວໜຸ່ມລາວຕໍ່ໄປ, ຢ່າໄປຄິດແຕ່ວ່ານ້ອງເປັນຄົນຊາດໃດ ເຫັນບໍ່ເວລາເກີດໄພພິບັດນັ້ນ ແມ່ນໃຜຊ່ວຍລະ?. ຂ້າພະເຈົ້າເຊື່ອວ່າ ຜູ້ໃຫຍ່ໃນວົງການຈະເບິ່ງກວ້າງເຫັນໄກ ເບິ່ງໄປຂ້າງໜ້າ ດີກວ່າມາເສຍເວລາກັບເລື່ອງເລັກໆນ້ອຍໆເຊັ່ນນີ້. ແຕ່ຖ້າສົມມຸດວ່າ ຝ່າຍທີ່ກ່ຽວຂ້ອງມິດຈີ່ຫຼີຄືຈຸດຈີ່ເປັນໄຂ້ແລ້ວ ກໍບໍ່​ມີໃຜວ່າຫຍັງທ່ານໄດ້ ມີແຕ່ສັງຄົມນັ້ນລະທີ່ຂາດຄວາມໄວ້ໃຈ ແລະ ໝົດຄວາມສັດທາຕໍ່ວົງການກີລາລາວ ເລື່ອງນີ້ຂ້າພະເຈົ້າເປັນຫ່ວງຫຼາຍ.

ນັ້ນເປັນທັດສະນະຂອງ ອາຈານກາບແກ້ວ ທຳມະວົງ ທີ່ເຫັນວ່າຄວນຈະເປັນ ແຕ່ບໍ່ໄດ້ໝາຍຄວາມວ່າທຸກຢ່າງນັ້ນຖືກຕ້ອງໝົດ ຄົນເຮົາຫຼາຍຄົນກໍ່ຫຼາຍແນວຄິດ, ໃນແງ່ຂອງຜູ້ໃຫຍ່ເພິ່ນກໍ່ແມ່ນຄວາມເພິ່ນ ຈັ່ງໃດກໍ່ເຊື່ອວ່າເຫດການຄັ້ງນີ້ຈະເປັນບົດຮຽນໃຫ້ກັບຫຼາຍຄົນ ແລະຈະຈົບລົງດ້ວຍດີ.

%d bloggers like this: