ດ່ວນ! ເຈົ້າໜ້າທີ່ໜ່ວຍສະເພາະກິດ ກັກຕົວເປົ້າໝາຍແກ້ງຄໍເຊັນເຕີໄດ້ 27 ຄົນ

05 Nov 2026

ຄລິກແຊຣ໌ 4 Facebook WhatsApp

ວັນທີ 5 ພະຈິກ 2026 ນີ້ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງ ປກສ ໄດ້ເຂົ້າມ້າງກຸ່ມແກ້ງກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ເຮືອນໃຫ້ເຊົ່າ ໜ່ວຍ 24 ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກັກຕົວເປົ້າໝາຍໄດ້ 27 ຄົນ.

ໃນນີ້ ມີສັນຊາດຈີນ 26 ຄົນ, ສັນຊາດໄທ 1 ຄົນ, ພ້ອມຢຶດເຄື່ອງຂອງກາງປະເພດໂທລະສັບມືຖື ຈໍານວນ 805 ເຄື່ອງ, ຄອມພິວເຕີຕັ້ງໂຕະ 32 ເຄື່ອງ, ຄອມພິວເຕີໂນດບຸກ 3 ເຄື່ອງ.

ຈາກນັ້ນ ມີຜູ້ຍິງຄົນໜຶ່ງ ມາຕິດຕໍ່ພົວພັນຫາເຈົ້າໜ້າທີ່ເພື່ອຈະຂໍປະກັນເອົາກຸ່ມແກ້ງດັ່ງກ່າວ ເຈົ້າໜ້າທີ່ຈຶ່ງໄດ້ຄວບຄຸມຕົວໄປດຳເນີນການສືບສວນ-ສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວຊື່ ນາງ ພູວຽງ ອາຍຸ 31 ປີ ອາຊີບແປພາສາ ຢູ່ບ້ານສາມະຄີໄຊ ເມືອງແກ້ວອຸດົມ ແຂວງວຽງຈັນ, ປັດຈຸບັນພັກເຊົາຢູ່ບ້ານຫຼັກຫີນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ປັດຈຸບັນ ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາພັກພວກ ແລະ ຫົວໂປ່ໂຕການ ມາຮັບໂທດຕາມກົດໝາຍໃຫ້ໄດ້ໂດຍໄວ.

ທີ່ມາ: ຄໍາໂຖ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ