ລັດຖະບານອົດສະຕຣາລີ ໄດ້ສົ່ງຍົນ 2 ລຳ ພ້ອມທີມງານຜູ້ຊ່ຽວຊານ 20 ຄົນ ເຂົ້າຊ່ວຍອິນໂດເນເຊຍໃນການຮັບມືກັບໄຟປ່າ ແລະ ໄຟໄໝ້ພື້ນທີ່ດິນ ໂດຍມີເປົ້າໝາຍຫຼັກຢູ່ແຂວງກາລີມັນຕັນຕາເວັນອອກ. ການຊ່ວຍເຫຼືອຄັ້ງນີ້ມີກຳນົດປະຕິບັດພາລະກິດ 7 ວັນ ລະຫວ່າງວັນທີ 6–12 ພະຈິກ 2026.
ຍົນທີ່ສົ່ງໄປປະກອບມີ C-130 Hercules ປະເພດ Large Air Tanker ສຳລັບບັນທຸກນ້ຳມອດດັບໄຟ ແລະ ຍົນ Cessna Citation ສຳລັບບິນສຳຫຼວດ ແລະ ຊີ້ເປົ້າໝາຍ. ທ່ານ Roderick Bruce Brazier ເອກອັກຄະລັດຖະທູດອົດສະຕຣາລີປະຈຳອິນໂດເນເຊຍ ລະບຸວ່າ ເຮືອບິນ C-130 ສາມາດບັນທຸກນ້ຳໄດ້ສູງສຸດ 15,000 ລິດຕໍ່ຖ້ຽວ ແລະ ຄາດວ່າສາມາດປະຕິບັດພາລະກິດໄດ້ເຖິງ 6 ຖ້ຽວຕໍ່ມື້.
ອິນໂດເນເຊຍ ກຳລັງປະເຊີນກັບໄຟປ່າທີ່ຮ້າຍແຮງທີ່ສຸດໃນຮອບ 11 ປີ ໂດຍມີພື້ນທີ່ປ່າ ແລະ ທີ່ດິນຖືກໄຟໄໝ້ເປັນວົງກວ້າງ ໂດຍສະເພາະໃນເກາະສຸມາຕຣາ, ບໍນຽວ ແລະ ປາປົວ. ທາງການຍັງໃຊ້ວິທີບິນຖິ້ມນ້ຳ ແລະ ການກະຕຸ້ນໃຫ້ເກີດຝົນ ເພື່ອຊ່ວຍຄວບຄຸມໄຟປ່າ.
ຂໍ້ມູນຈາກກະຊວງສາທາລະນະສຸກອິນໂດເນເຊຍ ແຈ້ງວ່າ ຄວັນໄຟ ແລະ ມົນລະພິດທາງອາກາດຈາກໄຟປ່າ ເຮັດໃຫ້ມີຜູ້ປ່ວຍຕິດເຊື້ອລະບົບຫາຍໃຈກະທັນຫັນຫຼາຍກວ່າ 400,000 ກໍລະນີ ໃນ 7 ແຂວງ ເຖິງວັນທີ 2 ພະຈິກ ຜ່ານມາ. ການຮ່ວມມືຈາກອົດສະຕຣາລີຈຶ່ງເປັນອີກກຳລັງສຳຄັນໃນການຊ່ວຍຫຼຸດຜ່ອນຜົນກະທົບຈາກໄຟປ່າຕໍ່ປະຊາຊົນແລະສິ່ງແວດລ້ອມ.
ແຫຼ່ງຂ່າວ: Reuters, ANTARA News