ໃນຕອນເຊົ້າຂອງວັນທີ 5 ພະຈິກ 2026 ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຣຸດສຕໍາ ມິນນິຄານົບ (Rustam Minnikhanov), ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 4-5 ພະຈິກ 2026.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ຂອງ ທ່ານ ຣຸດສຕໍາ ມິນນິຄານົບ, ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ພ້ອມດ້ວຍຄະນະ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຢ້ຽມຢາມເຮັດວຽກໃນຄັ້ງນີ້ ເປັນການເລີ່ມຕົ້ນ ແລະ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ກໍຄືການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຕາຕາຣສະຖານ ໃນໄລຍະໃໝ່ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ກໍສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມສາກົນທີ່ສຳຄັນ ເປັນຕົ້ນ ກອງປະຊຸມສຸດຍອດ BRICS ໃນປີ 2024 ກໍຄືກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນເດືອນມິຖຸນາ 2026 ຜ່ານມາ ທີ່ ກາຊານ ຊຶ່ງການນໍາຂັ້ນສູງຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມ.
ໃນຂະນະດຽວກັນ, ທ່ານ ຣຸດສຕໍາ ມິນນິຄານົບ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານລາວ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ກໍຄືການພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ຕາຕາຣສະຖານ, ສ. ຣັດເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຕໍ່ໜ້າ.
ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ກໍຄືການເປັນຄູ່ຮ່ວມມືຍຸດທະສາດໃນພາກພື້ນອິນໂດ ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ຕະຫຼອດໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈ ໃນລະດັບສູງ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ແຈ້ງໃຫ້ຄະນະຜູ້ແທນຝ່າຍຕາຕາຣສະຖານ ຊາບ ກ່ຽວກັບນະໂຍບາຍ ບູລິມະສິດຕໍ່ຜູ້ລົງທຶນ ໃນເຂດເສດຖະກິດພິເສດ ແລະ ນິຄົມອຸດສາຫະກໍາຕ່າງໆ ຢູ່ ສປປ ລາວ ພ້ອມທັງໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເຊື້ອເຊີນບັນດາວິສາຫະກິດຂອງ ສາທາລະນະລັດ ຕາຕາຣສະຖານ ເຂົ້າມາສຶກສາຄວາມເປັນໄປໄດ້ ໃນການລົງທຶນ ຢູ່ ສປປ ລາວ ໃນຂົງເຂດຕ່າງໆ ທີ່ທັງສອງຝ່າຍມີທ່າແຮງ ແລະ ສົນໃຈຮ່ວມກັນ. ນອກຈາກນັ້ນ, ທ່ານຍັງໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ຊຶ່ງຈະປູພື້ນຖານໃຫ້ແກ່ການຮ່ວມມືໃນຂົງເຂດອື່ນໆ ໃນຕໍ່ໜ້າ. ສຸດທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ການເດີນທາງມາຢ້ຽມຢາມເຮັດວຽກ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ຂອງທ່ານ ຣຸດສຕໍາ ມິນນິຄານົບ ແລະ ຄະນະ ໃນຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ.
ໃນວັນດຽວກັນ, ທ່ານ ຣຸດສຕໍາ ມິນນິຄານົບ, ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມສະຖານທີ່ສໍາຄັນຕ່າງໆ ເປັນຕົ້ນ ບໍລິສັດທ່າບົກ-ທ່ານາແລ້ງ ຈໍາກັດຜູ້ດຽວ, ເຂດເສດຖະກິດພິເສດກວມລວມ ໄຊເສດຖາ ແລະ ພິພິທະພັນສີລະປະລາວ.