ສື່ມວນຊົນລາວ ມີບົດບາດສຳຄັນໃນການຮ່ວມຖ່າຍທອດເລື່ອງລາວ ແລະສຽງສະທ້ອນຈາກຊຸມຊົນໄປສູ່ສັງຄົມໃນວົງກວ້າງ ພ້ອມທັງຊ່ວຍສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຂອງອົງການອາຫານໂລກ (WFP) ໃນ ສປປ ລາວ ເພື່ອຮ່ວມກັນສ້າງສັງຄົມທີ່ມີຄວາມໝັ້ນຄົງທາງອາຫານ ແລະ ພ້ອມຮັບມືກັບຄວາມທ້າທາຍຕ່າງໆ.
ໃນປີນີ້ WFP ໄດ້ຮ່ວມເດີນທາງກັບທີມງານນັກຂ່າວໄປຍັງແຂວງສະຫວັນນະເຂດ ເຊິ່ງເປັນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ ແລະພາຍຸໃນລະດູມໍລະສຸມ ເພື່ອຕິດຕາມການຊ່ວຍເຫຼືອດ້ານເງິນສົດທີ່ WFP ມອບໃຫ້ແກ່ປະຊາຊົນໃນພື້ນທີ່ ພ້ອມທັງຮັບຟັງປະສົບການ ແລະສຽງສະທ້ອນໂດຍກົງຈາກຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອ.
ຂໍຂອບໃຈສື່ມວນຊົນ ແລະ ນັກຂ່າວທຸກທ່ານ ທີ່ໄດ້ຮ່ວມເປັນສື່ກາງໃນການຖ່າຍທອດເລື່ອງລາວເຫຼົ່ານີ້ ແລະຊ່ວຍສົ່ງຕໍ່ສຽງຂອງປະຊາຊົນໃຫ້ສັງຄົມໄດ້ຮັບຮູ້. WFP ຮູ້ສຶກຂອບໃຈ ແລະໃຫ້ຄຸນຄ່າຕໍ່ມິດຕະພາບ ແລະການຮ່ວມມືນີ້ ພ້ອມທີ່ຈະສືບຕໍ່ເດີນໜ້າຮ່ວມກັນ ເພື່ອຊ່ວຍເຫຼືອ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນ ແລະຊຸມຊົນທົ່ວ ສປປ ລາວ.
National media is a vital partner in WFP’s work in Laos, helping the stories and voices of communities reach a wider audience. By raising awareness and encouraging dialogue, journalists help build understanding and inspire action towards a more food-secure and resilient Lao PDR.
This year, we travelled together with a group of journalists to Savannakhet, one of the provinces hardest hit by this year’s seasonal floods and storms, to see WFP’s cash assistance in action and hear directly from the people we serve.
Thank you for telling these stories and for walking alongside WFP. We value this partnership and look forward to continuing our work together for the people and communities of Laos.
ທີ່ມາ: World Food Programme