“ລາບ” ອາຫານພື້ນເມືອງລາວ ໄດ້ຂຶ້ນໃນເວັບໄຊ UNESCO ລໍຖ້າການກວດກາເອກະສານ ເພື່ອຂຶ້ນທະບຽນເປັນມໍລະດົກໂລກນາມມະທຳ

05 Nov 2026

ຄລິກແຊຣ໌ 0 Facebook WhatsApp

ເປັນຂ່າວດີສຳລັບປວງຊົນລາວທັງຊາດ ເມື່ອ “ລາບ” ອາຫານປະຈຳຊາດລາວ ໄດ້ຮັບການບັນຈຸຢູ່ໃນເວັບໄຊຂອງອົງການ UNESCO ຢ່າງເປັນທາງການ ໃນວັນທີ 15 ກຸມພາ 2026 ໂດຍລະບຸຊື່ວ່າ “ລາບ – Larb (Lao People’s Democratic Republic)” ເຊິ່ງເປັນບາດກ້າວສຳຄັນກ່ອນຈະເຂົ້າສູ່ຂັ້ນຕອນການກວດກາເອກະສານ ເພື່ອພິຈາລະນາຂຶ້ນທະບຽນເປັນມໍລະດົກໂລກນາມມະທຳ.

ຕະຫຼອດໄລຍະຕົ້ນປີ 2025 ຜ່ານມາ, ສະມາຄົມນັກທຸລະກິດແມ່ຍິງ ໄດ້ເປັນເຈົ້າການໃນການນຳສະເໜີ “ລາບ” ເພື່ອຂຶ້ນທະບຽນເປັນມໍລະດົກໂລກນາມມະທຳ ຂອງ ສປປ ລາວ ໂດຍໄດ້ຍື່ນໜັງສືຜ່ານກະຊວງວັດທະນະທຳ ແລະ ທ່ອງທ່ຽວ ເຖິງ UNESCO.

ໂດຍປົກກະຕິແລ້ວ ການກະກຽມເອກະສານສະເໜີດັ່ງກ່າວ ຕ້ອງໃຊ້ເວລາເກືອບ 1 ປີ ແຕ່ຄະນະຮັບຜິດຊອບຂອງລາວ ໄດ້ໃຊ້ເວລາພຽງ 3 ເດືອນ ເພື່ອເກັບກຳຂໍ້ມູນ, ສອບຖາມຜູ້ຊ່ຽວຊານ, ຜູ້ເຖົ້າ-ຜູ້ແກ່ ຈາກພາກເໜືອຮອດພາກໃຕ້ ພ້ອມທັງຂຽນບົດ ແລະ ຖ່າຍທຳສາລະຄະດີຢ່າງຄົບຖ້ວນ.

“ລາບ” ມີຄວາມໝາຍຫຼາຍກວ່າອາຫານລາບ ແມ່ນອາຫານທີ່ຢູ່ຄຽງຄູ່ກັບທຸກໆງານສຳຄັນຂອງຄົນລາວ ແລະ ເປັນອາຫານທີ່ນິຍົມບໍລິໂພກໃນຊີວິດປະຈຳວັນ ບໍ່ວ່າຈະເປັນອາຫານເຊົ້າ, ອາຫານສວາຍ ແລະ ອາຫານແລງ. ນອກຈາກນີ້ ລາບ ຍັງເປັນອາຫານທີ່ຂາດບໍ່ໄດ້ໃນງານບຸນ, ງານແຕ່ງດອງ, ງານຂຶ້ນເຮືອນໃໝ່ ແລະ ງານສຳຄັນອື່ນໆ.ນອກຈາກລົດຊາດທີ່ແຊບແລ້ວ ລາບ ຍັງສື່ຄວາມໝາຍເຖິງການ “ມີໂຊກລາບ” ອັນສະແດງເຖິງວັດທະນະທຳ ແລະ ຄວາມເຊື່ອຂອງຄົນລາວ.ປັດຈຸບັນ ພວມລໍຖ້າການກວດກາເອກະສານຕາມຂັ້ນຕອນຈາກ UNESCO ຄາດວ່າອີກປະມານ 9 ເດືອນຕໍ່ໜ້າ ຫຼື ໃນທ້າຍປີ 2026 ນີ້ ຈະຮູ້ຜົນວ່າ ລາບ ຈະໄດ້ຂຶ້ນທະບຽນເປັນມໍລະດົກໂລກນາມມະທຳ ຫຼື ບໍ່.ໃນໂອກາດນີ້ ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນລາວທຸກຄົນ ຮ່ວມກັນເປັນກະບອກສຽງ ໂດຍການໂພສຮູບພາບການບໍລິໂພກ “ລາບ” ລົງໃນສື່ສັງຄົມອອນລາຍຂອງຕົນເອງ ໃນຫຼາຍຊ່ອງທາງ ເພື່ອຊຸກຍູ້ ແລະ ເຜີຍແຜ່ໃຫ້ລາບເປັນທີ່ຮູ້ຈັກໃນວົງກວ້າງ ຈົນກ້າວໄປເຖິງລະດັບນານາຊາດ ໃຫ້ຮູ້ວ່າອາຫານດັ່ງກ່າວແມ່ນ ອາຫານລາວ.ປັດຈຸບັນ ສປປ ລາວ ມີມໍລະດົກໂລກນາມມະທຳ ແລ້ວ 3 ລາຍການ ຄື: ແຄນ, ລາຍນາກ ແລະ ຟ້ອນລຳວົງລາວ. ໂດຍມີຄວາມຫວັງວ່າ ໃນປີນີ້ ລາບ ຈະໄດ້ເປັນລາຍການທີ 4 ຂອງ ສປປ ລາວ.

ແຫຼ່ງທີ່ມາ: ສະມາຄົມນັກທຸລະກິດແມ່ຍິງ (Business Woman’s Association)

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ