ລາຄານ້ຳມັນໂລກ ລົງ 8.7% ຫຼັງພັກເດໂມແຄຣັດຊະນະເລືອກຕັ້ງກາງສະໄໝ ຂອງສະຫະລັດ

05 Nov 2026

ຄລິກແຊຣ໌ 0 Facebook WhatsApp

ລາຄານ້ຳມັນດິບໃນຕະຫຼາດໂລກປັບໂຕຫຼຸດລົງວ່ອງໄວ ວັນທີ 4 ພະຈິກ 2026 ໂດຍນ້ຳມັນດິບ Brent ຫຼຸດລົງ 8.7% ມາຢູ່ທີ່ 94.62 ໂດລາຕໍ່ບາເຣວ (ປະມານ 2.13 ລ້ານກີບ) ຂະນະທີ່ນ້ຳມັນດິບ WTI ຂອງສະຫະລັດ ຫຼຸດລົງ 8.3% ມາຢູ່ທີ່ 88.12 ໂດລາຕໍ່ບາເຣວ (ປະມານ 1.99 ລ້ານກີບ) ນັບເປັນການຫຼຸດລົງຕໍ່ເນື່ອງເປັນມື້ທີ 3.

ສຳນັກຂ່າວ The Wall Street Journal ລາຍງານວ່າ ການປັບຕົວລົງຂອງລາຄານ້ຳມັນເກີດຂຶ້ນຫຼັງຈາກພັກເດໂມແຄຣັດສາມາດຄວ້າໄຊຊະນະ ແລະ ຄອງສຽງຂ້າງຫຼາຍໃນທັງສະພາຕ່ຳ ແລະ ສະພາສຼງ ໃນການເລືອກຕັ້ງກາງສະໄໝຂອງສະຫະລັດ. ຜົນການເລືອກຕັ້ງດັ່ງກ່າວສົ່ງຜົນໃຫ້ນັກລົງທຶນຄາດຫວັງວ່າ ລັດຖະບານຂອງປະທານາທິບໍດີ ໂດນັລ ທຣຳ ອາດຖືກກົດດັນໃຫ້ຫັນມາໃຊ້ວິທີການທາງການທູດ ເພື່ອຫາທາງຍຸຕິຄວາມຂັດແຍ້ງກັບອີຣ່ານໄວຂຶ້ນ.

ອີກປັດໄຈໜຶ່ງທີ່ກົດດັນລາຄານ້ຳມັນ ຄືຄວາມຄາດຫວັງວ່າ ຖ້າສະຫະລັດ ແລະ ອີຣ່ານສາມາດບັນລຸຂໍ້ຕົກລົງໄດ້ ການສົ່ງອອກນ້ຳມັນຈາກຕະຫຼາດຕາເວັນອອກກາງອາດເພີ່ມຂຶ້ນ ເຮັດໃຫ້ຄວາມກັງວົນດ້ານການສະໜອງນ້ຳມັນຫຼຸດລົງ.

ຢ່າງໃດກໍຕາມ ນັກວິເຄາະເຕືອນວ່າ ສະຖານະການຍັງມີຄວາມບໍ່ແນ່ນອນ ຖ້າມີການໂຈມຕີທາງທະຫານຕໍ່ອີຣ່ານອີກຄັ້ງ ຫຼື ການຂົນສົ່ງນ້ຳມັນຜ່ານຊ່ອງແຄບຮໍມຸຊ (Strait of Hormuz) ຖືກຂັດຂວາງ ລາຄານ້ຳມັນອາດກັບມາປັບຕົວສູງຂຶ້ນອີກ ໂດຍມີການປະເມີນວ່າລາຄາ Brent ອາດກັບຂຶ້ນເກີນ 120 ໂດລາຕໍ່ບາເຣວ ຫຼືປະມານ 2.71 ລ້ານກີບ ໄດ້.

ແຫຼ່ງຂ່າວ: The Wall Street Journal

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ