ຕາມແຈ້ງການສະບັບເລກທີ 2117/ຫວຂ.ຫຼບ ລົງວັນທີ 29 ຕຸລາ 20256 ເລື່ອງ: ທິດຊີ້ນໍາກ່ຽວກັບການຮັກສາຄວາມປອດໄພການບິນ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການນໍາ ໃຊ້ນ່ານຟ້າ.
ຫ້ອງວ່າການແຂວງຫລວງພະບາງ ແຈ້ງມາຍັງທ່ານຊາບວ່າ: ກ່ຽວກັບທິດຊີ້ນໍາການຮັກສາຄວາມ ປອດໄພການບິນ ແລະ ຄວາມເປັນລະບຽບຮຽບຮ້ອຍ ກ່ຽວກັບການນໍາໃຊ້ໂດນ, ການບິນບາລຸນ, ການບິນພາລາໂມເຕີ ແລະ ອຸປະກອນການບິນອື່ນໆ ຢູ່ຂອບເຂດພື້ນທີ່ການທະຫານ ແລະ ເຂດປອດໄພການບິນ (ສະໜາມບິນ) ມີດັ່ງນີ້:
1. ຫ້າມບຸກຄົນ, ນິຕິບຸກຄົນ ນໍາໃຊ້ໂດນ ຫຼື ອຸປະກອນການບິນອື່ນໆ ເພື່ອບິນຖ່າຍພາບ ຫຼື ບັນທຶກວີດີໂອ ຢູ່ຂອບເຂດພື້ນທີ່ການທະຫານ, ສະໜາມບິນ ແລະ ເຂດຍຸດທະສາດການບິນຢ່າງເດັດຂາດ, ກໍລະນີ ບຸກຄົນ ຫຼື ນິຕິບຸກຄົນໃດຫາກມີຈຸດປະສົງນໍາໃຊ້ໂດຣນ ຫຼື ອຸປະກອນການບິນອື່ນໆ ຕ້ອງຂໍອະນຸຍາດຈາກກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບ ແລະ ກົມການບິນພົນລະເຮືອນຢ່າງເປັນລາຍລັກອັກສອນ ແລະ ຕ້ອງບິນຫ່າງຈາກເຂດທີ່ກຳນົດຢ່າງໜ້ອຍ 3 ກິໂລແມັດ.
2. ການຈັດຕັ້ງກິດຈະກຳອື່ນໆ ເປັນຕົ້ນ: ການຈຸດບັ້ງໄຟ, ການຍິງປືນ, ການລະເບີດຫີນ, ການໂດດຈ້ອງ, ການບິນຈ້ອງມີຈັກ ຫຼື ບໍ່ມີຈັກ, ການບິນພາລາໂມເຕີ ແລະ ອື່ນໆ ທີ່ມີຄວາມສ່ຽງຈະກະທົບຈາກເຂດນ່ານຟ້າ ແລະ ເຂດຄວາມປອດໄພໃນການບິນ, ຖ້າໄດ້ຮັບອະນຸຍາດ ຕ້ອງແຈ້ງໃຫ້ກົມສູ້ຮົບ, ກອງບັນຊາການທະຫານອາກາດ ແລະ ກົມການບິນພົນລະເຮືອນ ຊາບລ່ວງໜ້າກ່ອນ ເພື່ອຫຼີກລ່ຽງອຸບັດເຫດ.
3. ກໍລະນີຫາກພົບເຫັນການລະເມີດ ເຈົ້າໜ້າທີ່ມີສິດຍຶດອຸປະກອນ, ທໍາລາຍ (ຕາມຄວາມເໝາະສົມ) ແລະ ດໍານີນມາດຕະການທາງກົດໝາຍຢ່າງເຂັ້ມງວດ.
