ເຜີຍແຜ່ແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ ໄລຍະ 2026-2030

05 Nov 2026

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫ້ອງປະຊຸມ ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງສະຫວັນນະເຂດ. ເປັນປະຮ່ວມຊຄັນີຂອງ ທ່ານນາງ ໂຄຕະມີ ຈັນທະມາລິນ ຮອງຫົວໜ້າກົມນະໂຍບາຍ, ແຜນພັດທະນາ ແລະປະ ເມີນຜົນ ແລະ ທ່ານ ນາງ ສຸກສະເຫວີຍ ແກ້ວປະເສີດ ຮອງຫົວໜ້າພະແນກ ອຄ ແຂວງສະຫວັນນະເຂດ

ທ່ານນາງ ໂຄ ຕະມີ ຈັນທະມາລິນ ໃຫ້ຮູ້ວ່າ:ໄລຍະ 5 ປີ (2026 -2030) ແມ່ນໄລຍະເວລາທີ່ ມີຄວາມໝາຍຍຸດທະສາດສໍາ ຄັນຍິ່ງຕໍ່ການຟື້ນຟູ ແລະສ້າງ ຄວາມ ເຂັ້ມແຂງ ໃຫ້ແກ່ພື້ນ ຖານເສດຖະກິດແຫ່ງຊາດ, ຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ຮັບໜ້າທີ່ເປັນກຳລັງໜູນຕົ້ນຕໍໃນການຂັບເຄື່ອນ ການຜະລິດພາຍໃນ, ສົ່ງເສີມການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ, ດັດສົມລາຄາສິນຄ້າ, ຫຼຸດຜ່ອນການນໍາເຂົ້າທີ່ບໍ່ຈຳເປັນ ແລະສົ່ງເສີມການສົ່ງອອກ ພາກກາງ ແລະພາກໃຕ້ໃຫ້ມີ ທ່າແຮງພິເສດດ້ານຊັບພະຍາກອນ, ກະສິກຳປຸງແຕ່ງ ແລະ ໂດຍສະເພາະເຂດ ເສດຖະກິດ ພິເສດເຊິ່ງເປັນກາລະໂອກາດ ໃນການຍົກລະດັບເສດຖະ ກິດທ້ອງຖິ່ນ. ແຜນພັດທະນາ ອຄ 5 ປີ (2026-2030) ທີ່ສູນກາງສ້າງຂຶ້ນນີ້ ຈະບໍ່ສາ ມາດປະສົບຜົນສໍາເລັດໄດ້ ເລີຍ ຖ້າຫາກຂາດການມີສ່ວນ ຮ່ວມ, ຄວາມເປັນເຈົ້າການ ແລະການຜັນຂະຫຍາຍຢ່າງ ແທ້ຈິງຂອງບັນດາແຂວງ. ດັ່ງ ນັ້ນ, ກອງປະຊຸມໃນມື້ນີ້ຈຶ່ງບໍ່ ພຽງແຕ່ເປັນການເຜີຍແຜ່ຂໍ້ ຄວາມຈາກສູນກາງລົງມາ ເທົ່ານັ້ນ, ແຕ່ແມ່ນເວທີແລກ ປ່ຽນແບບກົງໄປກົງມາ. ດັ່ງ ນັ້ນຈຶ່ງຂໍຮຽກຮ້ອງມາຍັງບັນ ດາທ່ານຜູ້ແທນ ຈົ່ງໄດ້ຍົກສູງ ຄວາມຮັບຜິດຊອບ, ປະກອບ ຄໍາຄິດເຫັນຢ່າງພາວະວິໄສ, ຊີ້ໃຫ້ເຫັນຂໍ້ສະດວກ, ສິ່ງທ້າ ທາຍ ແລະຄວາມຕ້ອງການສະ ໜັບສະໜູນຕົວຈິງ ເພື່ອໃຫ້ສູນ ກາງ ແລະທ້ອງຖິ່ນເດີນໄປໃນ ທິດທາງດຽວກັນຢ່າງມີປະສິດ ທິຜົນ.

ໃນກອງປະຊຸມ, ໄດ້ມີການ ນຳສະເໜີເນື້ອໃນຕົ້ນຕໍຂອງ ແຜນພັດທະນາອຸດສາຫະກາ ແລະການຄ້າ 5 ປີ(2026-2030): ທິດທາງຍຸດທະສາດ, ຄາດໝາຍສູ້ຊົນດ້ານເສດຖະ ກິດ-ການຄ້າ ແລະຕົວຊີ້ວັດຜົນ ສໍາເລັດ (KPIs) ແຜນງານ ຈຸດສຸມ 5 ປີຂອງຂະແໜງ ອຄ ໃນຂອບເຂດທົ່ວປະເທດ. ຄຳ ແນະນໍາໃນການຮ່າງແຜນປະ ຕິບັດງານ (Action Plan) ແລະລະບົບການລາຍງານ-ຕິດຕາມປະເມີນຜົນ ແລະປຶກ ສາຫາລື, ປະກອບຄຳເຫັນ ແລະ ລາຍງານສະພາບການ: ແຕ່ ລະແຂວງຮ່ວມກັນປຶກສາຫາ ລືສະພາບການຈັດຕັ້ງປະຕິບັດ ຕົວຈິງ, ທ່າແຮງບົົ່ມຊ້ອນ, ຂໍໍ້ ສະດວກ, ຂໍໍ້ຫຍຸ້ງຍາກ ແລະຂໍໍ້ ສະເໜີຕໍໍ່ສູນກາງ ແລະສົນທະ ນາແລກປ່ຽນ, ຕອບຂໍໍ້ຂ້ອງໃຈ ແລະຊີ້ແຈງມາດຕະການແກ້ ໄຂ.

ພາບ ແລະ ຂ່າວ: ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ