Canva ບໍລິສັດເຕັກໂນໂລຊີດ້ານການອອກແບບທີ່ມີຊື່ສຽງຈາກປະເທດອົດສະຕຣາລີ ປະກາດກຽມປັບໂຄງສ້າງອົງກອນຄັ້ງໃຫຍ່ ເຊິ່ງຈະສົ່ງຜົນກະທົບຕໍ່ພະນັກງານ 1,271 ຄົນ ຫຼື ປະມານ 22% ຂອງພະນັກງານທັງໝົດ ທ່າມກາງການປ່ຽນແປງຢ່າງວ່ອງໄວຂອງເຕັກໂນໂລຊີປັນຍາປະດິດ (AI).
ນາງ ເມລານີ ເພີຣ໌ກິນສ໌ (Melanie Perkins) ປະທານບໍລິຫານສູງສຸດຂອງ Canva ໄດ້ແຈ້ງຕໍ່ພະນັກງານວ່າ ການປັບປ່ຽນຄັ້ງນີ້ຈະມີທັງການຫຼຸດຈຳນວນພະນັກງານ, ການປ່ຽນແປງບົດບາດໜ້າທີ່ ແລະ ການຍ້າຍພະນັກງານໄປປະຈຳຕາມສູນຫຼັກຂອງບໍລິສັດ.
ແລະໄດ້ ກ່າວອີກວ່າ ເຕັກໂນໂລຊີໃໝ່ກຳລັງປ່ຽນແປງວິທີທີ່ຜູ້ສ້າງສັນຜົນງານ ລວມເຖິງຄວາມຄາດຫວັງຕໍ່ຜະລິດຕະພັນທີ່ນຳມາໃຊ້ງານ. ດັ່ງນັ້ນ ການປັບປ່ຽນພຽງເລັກນ້ອຍອາດບໍ່ພຽງພໍອີກຕໍ່ໄປ.
ນອກຈາກນີ້ Canva ຍັງຈະປັບຮູບແບບການເຮັດວຽກ ໂດຍພະນັກງານສ່ວນຫຼາຍທີ່ເຮັດວຽກແບບປະສົມ (Hybrid) ຈະຕ້ອງເຂົ້າຫ້ອງການ 2-3 ມື້ຕໍ່ອາທິດ ໂດຍເລີ່ມຕັ້ງແຕ່ເດືອນມັງກອນເປັນຕົ້ນໄປ.
ການປັບໂຄງສ້າງຄັ້ງນີ້ ເກີດຂຶ້ນຫຼັງຈາກບໍລິສັດປະເຊີນກັບການເຕີບໂຕທີ່ຊະລໍຕົວເປັນຄັ້ງທຳອິດໃນຮອບ 10 ປີ ໂດຍຜູ້ບໍລິຫານເບິ່ງເຫັນວ່າ ບໍລິສັດຈຳເປັນຕ້ອງຫັນມາເນັ້ນທີມງານຂະໜາດນ້ອຍ ທີ່ມີປະສິດທິພາບ ແລະ ຕັດສິນໃຈໄດ້ໄວຂຶ້ນ.