ຕຳຫຼວດສະຫະລັດ ເປີດຕົວຍານພາຫະນະບິນໄຟຟ້າ ລາຄາ 148,000 ໂດລາ ໃຊ້ພາລະກິດກູ້ໄພ

04 Nov 2026

ຄລິກແຊຣ໌ 1 Facebook WhatsApp

ຕຳຫຼວດປະຈຳມະຫາວິທະຍາໄລ Florida Polytechnic ໃນເມືອງ Lakeland ລັດ Florida ສະຫະລັດ ໄດ້ເປີດໂຕຍານພາຫະນະບິນໄດ້ ຂັບເຄື່ອນດ້ວຍລະບົບໄຟຟ້າສ່ວນບຸກຄົນຊື່ວ່າ “Astro” ເພື່ອສຶກສາການນຳໃຊ້ໃນວຽກງານຕຳຫຼວດ ແລະ ການຕອບໂຕ້ເຫດສຸກເສີນ ໂດຍມີມູນຄ່າປະມານ 148,000 ໂດລາສະຫະລັດ (ປະມານ 3.3 ຕື້ກີບ). ບໍລິສັດ Jetson ຜູ້ຜະລິດຈາກລັດ California ກ່າວວ່າ ນີ້ເປັນຍານພາຫະນະບິນໄດ້ ລະບົບໄຟຟ້າສຳລັບວຽກງານລາດຕະເວນຕຳຫຼວດລຸ້ນທຳອິດຂອງໂລກ ໃນຂະນະທີ່ມະຫາວິທະຍາໄລກ່າວວ່າ ທາງພາກສ່ວນເປັນໜ່ວຍງານບັງຄັບໃຊ້ກົດໝາຍແຫ່ງທຳອິດໃນສະຫະລັດທີ່ນຳເອົາຍານພາຫະນະປະເພດນີ້ເຂົ້າມາໃຊ້ງານ.

ຍານພາຫະນະ Astro ພັດທະນາມາຈາກລຸ້ນ Jetson ONE ເປັນພະຫາກະຂັບເຄື່ອນດ້ວຍລະບົບໄຟຟ້າທີ່ສາມາດຂຶ້ນ-ລົງແນວຕັ້ງ (eVTOL) ໂດຍບໍ່ຕ້ອງໃຊ້ທາງແລ່ນ ມີບ່ອນນັ່ງສຳລັບຜູ້ບັງຄັບພຽງ 1 ຄົນ ໃຊ້ມໍເຕີໄຟຟ້າ 8 ໂຕ ແລະ ໃບພັດ 8 ອັນ ຄວບຄຸມທິດທາງການບິນຜ່ານຄັນບັງຄັບແບບ Joystick. ສາມາດເຮັດຄວາມໄວສູງສຸດ 101 ກິໂລແມັດຕໍ່ຊົ່ວໂມງ ແລະ ບິນໄດ້ປະມານ 20 ນາທີຕໍ່ການສາກໄຟໜຶ່ງຄັ້ງ. ນອກນີ້ ຍັງມີລະບົບຮົ່ມຊູຊີບສຳລັບເຫດສຸກເສີນ ແລະ ລະບົບລົງຈອດອັດຕະໂນມັດ.

ດ້ານການນຳໃຊ້ ທາງມະຫາວິທະຍາໄລມີແຜນສຶກສາການນຳ Astro ມາຊ່ວຍຕິດຕາມຄວາມປອດໄພພາຍໃນວິທະຍາເຂດ ແລະ ພາກພື້ນໃກ້ຄຽງ, ການຄົ້ນຫາຄົນຫາຍສາບສູນ ສຳຫຼວດຄວາມເສຍຫາຍຫຼັງເກີດພາຍຸ ລວມທັງເຂົ້າເຖິງພື້ນທີ່ທີ່ລົດຕຳຫຼວດ ຫຼື ລົດກູ້ໄພທົ່ວໄປເຂົ້າໄປບໍ່ເຖິງ. ນອກຈາກນີ້ ຍັງອາດໃຊ້ຂົນສົ່ງສິ່ງຂອງຈຳເປັນ ອຸປະກອນຊ່ວຍເຫຼືອພື້ນຖານ ລວມເຖິງອາຫານ ໄປຍັງຈຸດທີ່ປະສົບໄພພິບັດ ຫຼື ຖືກຕັດຂາດຈາກເສັ້ນທາງ.

ທ່ານ Aaron Murray ຫົວໜ້າຕຳຫຼວດຂອງມະຫາວິທະຍາໄລ ກ່າວວ່າ ເຕັກໂນໂລຊີການບິນຮູບແບບໃໝ່ນີ້ ອາດຊ່ວຍໃຫ້ເຈົ້າໜ້າທີ່ເຂົ້າເຖິງບາງພື້ນທີ່ໄດ້ໄວຂຶ້ນ ແລະ ເພີ່ມຄວາມສາມາດໃນການຕອບສະໜອງຕໍ່ເຫດສຸກເສີນໄດ້ໄວຂຶ້ນ. ຂະນະດຽວກັນ ນັກສຶກສາດ້ານວິສະວະກຳ ແລະ ວິທະຍາສາດຄອມພິວເຕີ ກໍຈະໄດ້ນຳຍານພາຫະນະນີ້ມາສຶກສາການບິນ ທົດລອງເກັບຂໍ້ມູນ ແລະ ພັດທະນາລະບົບຈຳລອງເຫດການຝຶກອົບຮົມຜ່ານເຕັກໂນໂລຊີ Virtual Reality (VR).

ເຖິງແມ່ນວ່າ Astro ຈະຖືກສົ່ງມອບໃຫ້ມະຫາວິທະຍາໄລແລ້ວໃນໄລຍະລະດູຮ້ອນປີ 2026 ແລະ ເຈົ້າໜ້າທີ່ບາງສ່ວນລວມທັງຫົວໜ້າຕຳຫຼວດໄດ້ຜ່ານການຝຶກບິນແລ້ວ ແຕ່ການນຳໃຊ້ໃນການລາດຕະເວນຕົວຈິງຍັງຕ້ອງລໍຖ້າການອະນຸຍາດຈາກອົງການບໍລິຫານການບິນສະຫະລັດ (FAA) ກ່ອນ. ເນື່ອງຈາກຍານພາຫະນະ Jetson ONE ກ່ອນໜ້ານີ້ ແມ່ນຖືກອອກແບບສຳລັບການບິນສ່ວນບຸກຄົນ ແລະ ການພັກຜ່ອນ ຈຶ່ງຕ້ອງຂໍອະນຸຍາດຕາມຂໍ້ກຳນົດການບິນສຳລັບການນຳໄປໃຊ້ໃນວຽກງານຕຳຫຼວດ.

ອີກຂໍ້ຈຳກັດໜຶ່ງຄື ຍານພາຫະນະມີບ່ອນນັ່ງພຽງຄົນດຽວ ແລະ ມີຂີດຈຳກັດນ້ຳໜັກບັນທຸກສູງສຸດປະມານ 95 ກິໂລກຣາມ ໂດຍລວມທັງນ້ຳໜັກຂອງຄົນຂັບ ແລະ ອຸປະກອນ. ດັ່ງນັ້ນ ມັນຈຶ່ງບໍ່ສາມາດຂົນສົ່ງຜູ້ປະສົບເຫດ ຫຼື ຜູ້ບາດເຈັບກັບອອກມາໄດ້ໂດຍກົງ ແລະ ເວລາບິນປະມານ 20 ນາທີກໍເໝາະກັບພາລະກິດໄລຍະສັ້ນຫຼາຍກວ່າການລາດຕະເວນເປັນເວລາດົນ.

ທັງນີ້ ການນຳ Astro ມາໃຊ້ງານຖືເປັນການທົດລອງອີກຂັ້ນໜຶ່ງຂອງເຕັກໂນໂລຊີຍານພາຫະນະບິນໄດ້ ລະບົບໄຟຟ້າຂະໜາດນ້ອຍ ທີ່ອາດມີບົດບາດໃນວຽກງານຄວາມປອດໄພ, ການກູ້ໄພ ແລະ ການຂົນສົ່ງໃນອະນາຄົດ ແຕ່ຍັງຕ້ອງພິສູດປະສິດທິພາບ, ຄວາມປອດໄພ ແລະ ຄວາມຄຸ້ມຄ່າໃນການນຳໃຊ້ຈິງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ