ໃນວັນທີ 3 ພະຈິກ 2026 ຄະນະການນຳຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມການກໍ່ສ້າງເສັ້ນທາງເບຕົງ ຢູ່ບ້ານພະແລງ ເມືອງຈຳພອນ ແຂວງສະຫວັນນະເຂດ, ນໍາພາໂດຍ ທ່ານ ປອ ພູລຳພອນ ສີຫາວົງ, ຮອງປະທານສະພາປະຊາຊົນແຂວງ ທັງເປັນຜູ້ຊີ້ນຳວຽກງານເມືອງຈຳພອນ ແລະ ທ່ານ ສີໂທ ທໍລະທາ ເລຂາຄະນະບໍລິຫານງານພັກເມືອງຈຳພອນ ພ້ອມດ້ວຍນັກທຸລະກິດພາຍໃນເມືອງ ເຂົ້າຮ່ວມນຳ.
ໂອກາດນີ້, ທາງຄະນະໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດຕົວຈິງ ເຊິ່ງເຫັນວ່າໂຄງການກໍ່ສ້າງທາງເບຕົງ ບ້ານພະແລງ ມີລວງຍາວ 500 ແມັດ, ລວງກວ້າງ 6 ແມັດ ແລະ ຄວາມໜາ 15 ຊັງຕີແມັດ, ມູນຄ່າການກໍ່ສ້າງລວມທັງໝົດ 550 ລ້ານກີບ, ປັດຈຸບັນສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 150 ແມັດ.
ເພື່ອເປັນການຊຸກຍູ້ໃຫ້ໂຄງການດັ່ງກ່າວສຳເລັດຕາມຄາດໝາຍ, ຄະນະນຳຂັ້ນເມືອງ, ຫ້ອງການອ້ອມຂ້າງ ແລະ ບັນດານັກທຸລະກິດ ໄດ້ພ້ອມກັນປະກອບສ່ວນຊີມັງ ຈຳນວນ 16 ໂຕນ ມູນຄ່າ 32 ລ້ານກີບ ໃຫ້ແກ່ບ້ານພະແລງ, ເຊິ່ງໃນນັ້ນມີອົງການປົກຄອງເມືອງຈຳພອນ ປະກອບສ່ວນ 10 ລ້ານກີບ, ບໍລິສັດ ຊັນໄຊ ກໍ່ສ້າງຂົວທາງ ປະກອບສ່ວນ 10 ລ້ານກີບ, ທ່ານ ສີທຸຍ ສີຈັນທອນ ປະກອບສ່ວນ 6 ລ້ານກີບ, ພ້ອມດ້ວຍຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ຕາແສງແກ້ງກອກ ປະກອບສ່ວນ 2 ລ້ານກີບ.
ນອກຈາກນັ້ນ, ທາງຄະນະການນຳ ແລະ ຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍນັກທຸລະກິດ ຍັງໄດ້ລົງຕິດຕາມ, ຊຸກຍູ້ ແລະ ປະກອບສ່ວນການກໍ່ສ້າງທາງເບຕົງໃນຂອບເຂດເທສະບານເມືອງ ຫຼື ຕາແສງແກ້ງກອກ ເພີ່ມຕື່ມອີກ 16 ໂຕນ ມູນຄ່າ 32 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງຕ່າງໆ ໃຫ້ສຳເລັດຕາມແຜນການທີ່ວາງໄວ້