ອິນເດຍກຳລັງເຜີຍຄວາມສ່ຽງທີ່ລາຄາອາຫານຈະປັບຕົວສູງຂຶ້ນ ຫຼັງຈາກລະດູຝົນມໍລະສຸມມີປະລິມານຝົນຕົກໜ້ອຍກວ່າຄ່າສະເລ່ຍ ສົ່ງຜົນໃຫ້ຊາວກະສິກຳຫຼາຍລ້ານຄົນ ຂາດແຄນນ້ຳສຳລັບການປູກຝັງລະດູໜາວ ເຊິ່ງອາດເຮັດໃຫ້ຜົນຜະລິດຫຼຸດລົງ ແລະ ດັນລາຄາສິນຄ້າອາຫານໃຫ້ສູງຂຶ້ນ.
ຊາວກະສິກຳໃນຫຼາຍພາກພື້ນ ໂດຍສະເພາະທາງພາກໃຕ້ ແລະ ພາກຕາເວັນຕົກຂອງປະເທດອິນເດຍ ກຳລັງປະເຊີນກັບບັນຫາຂາດແຄນນ້ຳໃນໄລຍະກະກຽມເພາະປູກພືດລະດູໜາວ ເຊັ່ນ: ເຂົ້າສາລີ ແລະ ໝາກຖົ່ວລູກໄກ່. ຊາວກະສິກຳບາງຄົນບໍ່ສາມາດເລີ່ມຫວ່ານແນວພັນໄດ້ ເນື່ອງຈາກດິນຂາດຄວາມຊຸ່ມ ແລະ ຍັງຂາດເງິນທຶນສຳລັບການຜະລິດ. ຂໍ້ມູນຈາກເຂດຈາລນາ ((Jalna) ແຈ້ງວ່າ ປີນີ້ມີປະລິມານນ້ຳຝົນຕົກໜ້ອຍກວ່າຄ່າສະເລ່ຍເຖິງ 48%.
ສະພາບອາກາດທີ່ແຫ້ງແລ້ງຍັງສ້າງຜົນກະທົບໃຫ້ລາຄາສິນຄ້າອາຫານຫຼາຍປະເພດ ລວມທັງນ້ຳຕານ, ຖົ່ວແຫ້ງ, ເຂົ້າສາລີ, ເຂົ້າສານ, ຫົວຜັກບົ່ວ, ນົມ ແລະ ຜະລິດຕະພັນຈາກສັດປີກ. ນອກຈາກນີ້ ລາຄາອາຫານທີ່ມີໂປຣຕີນສູງຍັງຖືກກະທົບຈາກຕົ້ນທຶນອາຫານສັດ, ຄ່າຂົນສົ່ງ, ຄ່າບັນຈຸພັນ ແລະ ພະລັງງານທີ່ແພງຂຶ້ນ.
ການຄາດຄະເນລະບຸວ່າ ເງິນເຟີ້ດ້ານອາຫານຂອງອິນເດຍອາດເພີ່ມຂຶ້ນເຖິງປະມານ 10% ໃນໄຕມາດທີ 4 ຂອງປີ (ເດືອນຕຸລາ-ທັນວາ) ຈາກປັດໄຈຝົນຕົກໜ້ອຍ ລາຄາສິນປະເພດວັດຖຸດິບພື້ນຖານໃນຕະຫຼາດໂລກທີ່ປັບລາຄາສູງຂຶ້ນ ແລະ ຄ່າເງິນຣູປີທີ່ອ່ອນຄ່າລົງ. ຂະນະທີ່ຂໍ້ມູນເດືອນກັນຍາຜ່ານມາ ພົບວ່າ ເງິນເຟີ້ດ້ານອາຫານຂາຍຍ່ອຍຢູ່ທີ່ 7.74% ແລະ ເງິນເຟີ້ທົ່ວໄປຢູ່ທີ່ 5.54%.
ສະຖານະການດັ່ງກ່າວອາດເພີ່ມຄວາມກົດດັນໃຫ້ແກ່ທະນາຄານກາງອິນເດຍ ໂດຍນັກເສດຖະສາດຄາດວ່າ ອາດຈະມີການປັບຂຶ້ນອັດຕາດອກເບ້ຍອີກ 0.50% – 0.75% ໃນການປະຊຸມເດືອນທັນວາ ຫຼັງຈາກປັບຂຶ້ນແລ້ວໃນເດືອນຕຸລາ.
ດ້ານອຸດສາຫະກຳນ້ຳຕານຂອງອິນເດຍ ຍັງມີທ່າອ່ຽງທີ່ຈະຜະລິດໄດ້ບໍ່ພຽງພໍຕໍ່ຄວາມຕ້ອງການພາຍໃນເປັນປີທີ 2 ຕິດຕໍ່ກັນ ເຮັດໃຫ້ລັດຖະບານຕ້ອງອະນຸຍາດນຳເຂົ້ານ້ຳຕານ 1 ລ້ານໂຕນໂດຍຍົກເວັ້ນພາສີ ເພື່ອຊົດເຊີຍຜົນຜະລິດທີ່ຂາດແຄນ.
ທັງນີ້ ອິນເດຍຍັງມີສຳຮອງເຂົ້າສານ ແລະ ເຂົ້າສາລີໃນປະລິມານຫຼາຍ ແຕ່ລາຄາຍັງມີການປັບລາຄາຂຶ້ນ ຈາກຄວາມກັງວົນວ່າສະພາບອາກາດແຫ້ງແລ້ງ ແລະ ອຸນຫະພູມທີ່ອາດຈະຮ້ອນຂຶ້ນກວ່າປົກກະຕິໃນລະດູໜາວ ເຊິ່ງຈະສົ່ງຜົນກະທົບຕໍ່ຜົນຜະລິດໃນປີໜ້າ.
ແຫຼ່ງຂ່າວ: Reuters