ໃນວັນທີ 29 ຕຸລາ 2026 ທີ່ຫ້ອງຮັບແຂກກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທີລັດ ອັດທະນາວານິດ ປະທານສະພາບໍລິຫານ ສຳນັກງານຄວາມຮ່ວມມື ພັດທະນາເສດຖະກິດກັບປະເທດເພື່ອນບ້ານ ແຫ່ງຣາຊະອາຈັກໄທ (NEDA).
ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ແລະ ຕີລາຄາສູງຕໍ່ຜົນສຳເລັດດ້ານ ການຮ່ວມມືທັງສອງຝ່າຍ ເຊັນ: ໂຄງການກໍ່ສ້າງ ຂົວມິດຕະພາບລາວ – ໄທ ແຫ່ງທີ 5 (ບໍລິຄຳໄຊຶ – ບຶງການ) ທີ່ຜ່ານມາ. ພ້ອມນີ້ ທ່ານລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທີລັດ ອັດທະນາວານິດ ປະທານສະພາບໍລິຫານ ສຳນັກງານຄວາມຮ່ວມມື ພັດທະນາເສດຖະກິດກັບປະເທດເພື່ອນບ້ານ ແຫ່ງຣາຊະອາຈັກໄທ (NEDA) ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຫຼາຍດ້ານໃນໄລຍະຜ່ານມາ.

ໂດຍສະເພາະ ການຮ່ວມມື ແລະ ການໃຫ້ທຶນຊ່ວຍເຫຼືອ ໃນຫຼາຍໆໂຄງການທີ່ຜ່ານມາ. ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນ ໃນຂົງເຂດວຽກງານບູລະມະສິດຕ່າງໆເຊັ່ນ: ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 6 (ແຂວງສາລະວັນ – ອຸບົນຣາດຊະທານີ), ໂຄງການກໍ່ສ້າງຂົວມິດຕະພາບລາວ – ໄທ ແຫ່ງທີ 7 (ວຽງຈັນ – ເລຍ), ໂຄງການກໍ່ສ້າງຂົວລົດໄຟຂ້າມນ້ຳຂອງ (ນະຄອນຫຼວງວຽງຈັນ – ໜອງຄາຍ), ໂຄງການກໍ່ສ້າງໂຮງານບຳບັດນ້ຳເປື້ອນ ແລະ ວຽກງານນ້ຳປະປາໃນຕໍ່ໜ້າ
ທີ່ມາ: ກະຊວງໂຍທາທິການແລະຂົນສົ່ງ