ປະເທດຫວຽດນາມໄດ້ປັບຫຼຸດລາຄາຂາຍຍ່ອຍໄຟຟ້າສະເລ່ຍລົງ 2% ເຮັດໃຫ້ລາຄາໃໝ່ປະມານ 2,159 ດົງຕໍ່ກິໂລວັດ (kWh) (ປະມານ 1,880 ກີບຕໍ່ kWh) ໂດຍບໍ່ລວມອາກອນມູນຄ່າເພີ່ມ (VAT) ເຊິ່ງເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 1 ພະຈິກ 2026 ເປັນຕົ້ນໄປ.
ບໍລິສັດ ໄຟຟ້າຫວຽດນາມ (Vietnam Electricity – EVN) ແຈ້ງວ່າ ການປັບຫຼຸດລາຄາຄັ້ງນີ້ ເປັນຜົນມາຈາກການກວດສອບ ແລະ ຄຳນວນຕົ້ນທຶນການຜະລິດ ພ້ອມທັງດຳເນີນມາດຕະການປະຢັດລາຍຈ່າຍຢ່າງຮອບຄອບ ຕາມທິດຊີ້ນຳຂອງລັດຖະບານ ແລະ ກະຊວງທີ່ກ່ຽວຂ້ອງ.
ການປັບລາຄາຄັ້ງນີ້ ມີເປົ້າໝາຍເພື່ອຊ່ວຍຫຼຸດພາລະຄ່າໃຊ້ຈ່າຍດ້ານພະລັງງານໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ ພ້ອມທັງຊ່ວຍສະໜັບສະໜູນການເຕີບໂຕຂອງເສດຖະກິດ.
ຂະນະດຽວກັນ ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ກໍໄດ້ອອກມະຕິເລກທີ 2892/QĐ-BCT ເພື່ອກຳນົດອັດຕາຄ່າໄຟຟ້າຂາຍຍ່ອຍສຳລັບຜູ້ໃຊ້ໄຟຟ້າແຕ່ລະປະເພດ ໂດຍໃຫ້ມີຜົນບັງຄັບໃຊ້ໃນວັນທີ 1 ພະຈິກ 2026 ເຊັ່ນດຽວກັນ.
ທັງນີ້ ການປັບຫຼຸດລາຄາຄັ້ງນີ້ ຖືເປັນການປັບຫຼຸດລາຄາໄຟຟ້າຂາຍຍ່ອຍສະເລ່ຍຄັ້ງທຳອິດ ຫຼັງຈາກທີ່ລາຄາໄຟຟ້າໄດ້ປັບຂຶ້ນມາແລ້ວ 4 ຄັ້ງ ນັບຕັ້ງແຕ່ເດືອນພຶດສະພາ 2023.
ແຫຼ່ງຂ່າວ: Vietnam Electricity (EVN), Vietnam Government Portal