ເປີດມະຫາກຳສີມືຫັດຖະກຳລາວ ຄັ້ງທີ 25 ພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”

03 Nov 2026

ຄລິກແຊຣ໌ 3 Facebook WhatsApp

ວັນທີ 2 ພະຈິກ 2026 ໄດ້ເປີດມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 25 ປະຈໍາປີ 2026 ຢູ່ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ທັງເປັນປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຊາວຊ່າງຫັດຖະກຳລາວຈາກທົ່ວປະເທດເຂົ້າຮ່ວມ.

ທ່ານ ປ້າ ຈັນເທົາ ປະຖັມມະວົງ ປະທານກິດຕິມະສັກ ສະມາຄົມຫັດຖະກຳລາວ ກ່າວວ່າ: ງານມະຫາກຳສີມືຫັດຖະກຳລາວ ໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2002 ຢູ່ສູນອອກແບບຫັດຖະກໍາ ບ້ານສະພານທອງກາງ ມີພຽງ 10 ຫົວໜ່ວຍເຂົ້າຮ່ວມ. ຜ່ານການເວລາ 25 ປີ ງານໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໃນປີ 2026 ນີ້ ມີຮ້ານເຂົ້າຮ່ວມວາງສະແດງຫຼາຍກວ່າ 200 ຮ້ານ. ພ້ອມນີ້, ລັດຖະບານໄດ້ອອກດຳລັດ ເລກທີ 382/ສນຍ ລົງວັນທີ 2 ພະຈິກ 2007 ຮັບຮອງເອົາວັນທີ 1 ພະຈິກ ເປັນ “ວັນຫັດຖະກຳລາວ” ເພື່ອອະນຸລັກ, ສົ່ງເສີມພູມປັນຍາທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ.

ດ້ານ ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ຫົວໜ້າຄະນະກະກຽມຈັດງານ ໄດ້ລາຍງານວ່າ: ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 25 ນີ້ ຈັດຂຶ້ນເປັນເວລາ 9 ວັນ (ເລີ່ມແຕ່ວັນທີ 31 ຕຸລາ ຫາ 8 ພະຈິກ 2026) ພາຍໃຕ້ຄຳຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວ ສູ່ມໍລະດົກໂລກ”.

ການຈັດງານຄັ້ງນີ້ມີຄວາມພິເສດ ແລະ ຍິ່ງໃຫຍ່ກວ່າທຸກໆຄັ້ງທີ່ຜ່ານມາ ຊຶ່ງມີການເຂົ້າຮ່ວມສາທິດສີມືຫັດຖະກຳຄົບທຸກ 18 ພາກສ່ວນ (17 ແຂວງ ແລະ 1 ນະຄອນຫຼວງ) ເຊັ່ນ: ການຕໍ່າຫູກ, ສາວໄໝ, ເຂັນຝ້າຍ, ຕີເງິນ, ຈັກສານ, ປັ້ນດິນເຜົາ ແລະ ແກະສະຫຼັກ. ນອກຈາກຜະລິດຕະພັນແຜ່ນແພ, ເຄື່ອງປະດັບ, ເຄື່ອງຈັກສານ, ຜະລິດຕະພັນວັດທະນະທຳ, ອາຫານພື້ນເມືອງ ແລະ ສະໝູນໄພພາຍໃນປະເທດແລ້ວ ຍັງມີຮ້ານວາງສະແດງຈາກຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ມຽນມາ, ໄທ ແລະ ຍີ່ປຸ່ນ ເຂົ້າຮ່ວມ.

ພິເສດພາຍໃນງານ ຍັງໄດ້ຈັດການປະກວດ “ທິດາຫັດຖະກຳລາວ” ເປັນຄັ້ງທຳອິດ (ຮອບຊີງຊະນະເລີດຈັດໄປເມື່ອວັນທີ 25 ຕຸລາ 2026) ເພື່ອຄັດເລືອກໄວໜຸ່ມຍິງມາເປັນທູດວັດທະນະທຳ. ນອກຈາກນີ້ ຍັງມີງານຍ່າງແບບອາພອນລາວບັນດາເຜົ່າເພື່ອການກຸສົນ (ຊຶ່ງຈະຈັດຂຶ້ນໃນວັນທີ 6 ພະຈິກ), ກິດຈະກຳວິຖີຕະຫຼາດບູຮານ, ການປະກວດຜະລິດຕະພັນຫັດຖະກຳດີເດັ່ນ (ຊຸດຂອງຝາກ), ການມອບໃບກຽດຕິຍົດໃຫ້ຊາວຊ່າງຫັດຖະກຳຜູ້ຊຳນານງານ, ແລະ ການສຳມະນາແລກປ່ຽນຄວາມຮູ້ດ້ານສິນເຊື່ອ+L-Mark.

ຂ່າວ: ສາວລາວໃຕ້

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ