ດິສນີ (Disney) ກຽມປົດພະນັກງານຫຼາຍພັນຕຳແໜ່ງ ເພື່ອຫຼຸດລາຍຈ່າຍລົງອີກ 20%

03 Nov 2026

ຄລິກແຊຣ໌ 1 Facebook WhatsApp

ບໍລິສັດ ວອລທ໌ ດິສນີ (Walt Disney) ກຳລັງວາງແຜນປັບຫຼຸດພະນັກງານຫຼາຍພັນຕຳແໜ່ງ ຫຼັງຈາກມີການແຈ້ງໃຫ້ຫົວໜ້າບໍລິສັດແຕ່ລະສາຂາວາງແຜນຫຼຸດລາຍຈ່າຍປະຈຳປີລົງ 20% ຕາມຂໍ້ມູນຈາກແຫຼ່ງຂ່າວທີ່ໃກ້ຊິດກັບເລື່ອງນີ້.

ການຫຼຸດລາຍຈ່າຍຄັ້ງນີ້ ອາດຄອບຄຸມທັງການປົດພະນັກງານ ແລະ ການຫຼຸດຄ່າໃຊ້ຈ່າຍດ້ານອື່ນໆ ໂດຍຈະສົ່ງຜົນຕໍ່ຫຼາຍພາກທຸລະກິດຂອງດິສນີ ຕັ້ງແຕ່ສວນສະໜຸກ, ເຄືອຂ່າຍໂທລະພາບ ໄປຈົນເຖິງສະຕູດິໂອຜະລິດຮູບເງົາ.

ທ່ານ ຈອຊ ດີອາມາໂຣ (Josh D’Amaro) ປະທານບໍລິຫານສູງສຸດ (CEO) ຂອງດິສນີ ມີແຜນນຳເງິນທີ່ປະຢັດໄດ້ຈາກການຫຼຸດລາຍຈ່າຍ ໄປລົງທຶນໃໝ່ໃນດ້ານການຜະລິດລາຍການໂທລະພາບ, ຮູບເງົາ, ເຕັກໂນໂລຊີ, ທຸລະກິດສວນສະໜຸກ ແລະ ເຮືອສຳລານ. ນອກນີ້ ບໍລິສັດຍັງຕັ້ງເປົ້າໝາຍໃຫ້ກຳໄລຕໍ່ຫຸ້ນທີ່ປັບປຸງແລ້ວ ເຕີບໂຕໃນລະດັບສອງຫຼັກ ໃນສົກປີງົບປະມານປັດຈຸບັນ.

ທີ່ຜ່ານມາ ດິສນີໄດ້ດຳເນີນມາດຕະການຫຼຸດລາຍຈ່າຍມາແລ້ວຫຼາຍພັນລ້ານໂດລາ ພ້ອມກັບປັບຫຼຸດພະນັກງານຫຼາຍພັນຕຳແໜ່ງ ໃນຫຼາຍພາກສ່ວນ ລວມທັງ ABC, Pixar, ESPN, ສະຕູດິໂອຮູບເງົາ ແລະ ພາກທຸລະກິດດ້ານປະສົບການ. ໃນໄລຍະສິ້ນສຸດສົກປີງົບປະມານຜ່ານມາ ບໍລິສັດມີພະນັກງານລວມປະມານ 231,000 ຄົນທົ່ວໂລກ.

ກ່ອນໜ້ານີ້ ເມື່ອວັນທີ 1 ຕຸລາ ຜ່ານມາ ໜັງສືພິມ The Wall Street Journal ລາຍງານວ່າ ດິສນີກຳລັງວາງແຜນປັບໂຄງສ້າງພະແນກດ້ານໂທລະພາບ ລວມທັງມີການປັບຫຼຸດຕຳແໜ່ງງານໃນພະແນກກົດໝາຍ ແລະ ວຽກງານລະດັບສາກົນຂອງບໍລິສັດ.

ທີ່ມາ: Bloomberg

#Disney #ດິສນີ #ຂ່າວຕ່າງປະເທດ #ປົດພະນັກງານ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ