ສະຫວັນນະເຂດ ເປີດເວທີໃຫຍ່ ໜູນ MSME – ຕອບໂຈດ 3 ເລື່ອງ: ບໍລິຫານ, ທຶນ, ຕະຫຼາດ

03 Nov 2026

ຄລິກແຊຣ໌ 1 Facebook WhatsApp

ຕອນບ່າຍວັນທີ 2 ພະຈິກ 2026 ທີ່ສູນການຄ້າ ສະຫວັນ-ໄອເຕັກ, ສະພາການຄ້າ ແລະ ອຸດສາຫະກຳແຂວງສະຫວັນນະເຂດ ໄດ້ຈັດ ງານສຳມະນາຍົກລະດັບການບໍລິຫານ, ການເຂົ້າຫາແຫຼ່ງທຶນ ແລະ ວາງສະແດງສິນຄ້າ ຂອງຜູ້ປະກອບການ MSME ຂຶ້ນຢ່າງເປັນທາງການ.

ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ສີທັດຖະ ພອນສະຫວັນ ວ່າການຫົວໜ້າພະແນກ ອຄ ແຂວງ, ຫົວໜ້າສູນບໍລິການ MSME ຂັ້ນສູນກາງ, ຄະນະນຳພະແນກ-ກົມກອງ ແລະ ຜູ້ປະກອບການພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສາຍສະໝອນ ກວານເມືອງຈັນ ຮອງປະທານສະພາການຄ້າແຂວງ ລາຍງານວ່າ: ການຈັດງານນີ້ ບໍ່ແມ່ນແຕ່ການສຳມະນາທຳມະດາ ແຕ່ເປັນ ເວທີສຳຄັນ ເພື່ອຍົກລະດັບ MSME ທີ່ເປັນກຳລັງແຮງຂັບເຄື່ອນເສດຖະກິດແຂວງ, ສ້າງວຽກ, ສ້າງລາຍຮັບ, ໃຫ້ມີຄວາມຮູ້ ທັກສະທີ່ຈຳເປັນໃນຍຸກໃໝ່.

ຈຸດເດັ່ນຂອງງານ ແມ່ນວາງສະແດງສິນຄ້າ 28 ຮ້ານ, ສິນຄ້າໂອດັອບ-ຫັດຖະກຳ 16, ຮ້ານອຸປະໂພກ-ບໍລິໂພກ ແລະ ປຸງແຕ່ງ 6 ຮ້ານ, ບໍລິການການເງິນ 6 ຮ້ານ.

ໃນງານເປັນໂອກາດໃຫ້ຜູ້ປະກອບການໄດ້ໂຊສິນຄ້າ, ຂະຫຍາຍຕະຫຼາດ, ຫາຄູ່ຮ່ວມມື ສຳມະນາເຂັ້ມຂຸ້ນ ໂດຍວິທະຍາກອນຈາກນະຄອນຫຼວງ, ການເຂົ້າຫາແຫຼ່ງທຶນດອກເບ້ຍຕ່ຳ 6% ຈາກສະຖາບັນການເງິນຈຸລະພາກ ສາຍໃຍສຳພັນການເຂົ້າຫາແຫຼ່ງທຶນຂອງລັດຖະບານທຶນສົມທົບເພື່ອຍົກລະດັບເຕັກໂນໂລຊີໃຫ້ MSME

ພ້ອມນັ້ນຍັງມີ ການນຳໃຊ້ ປັນຍາປະດິດ AI ເຂົ້າໃນທຸລະກິດຈຸດປະສົງເພື່ອໃຫ້ຜູ້ປະກອບການນຳໄປໃຊ້ໄດ້ຈິງ ເພີ່ມປະສິດທິພາບ ແລະ ແຂ່ງຂັນໄດ້

ຫຼັງຈາກນັ້ນ ທ່ານ ສີທັດຖະ ພອນສະຫວັນ ກ່າວເປີດງານ ແລະ ທ່ານ ຄຳຜຸຍ ສີບຸນເຮືອງ ພ້ອມຄະນະໄດ້ ຕັດແຖບຜ້າເປີດງານຢ່າງເປັນທາງການ.ນີ້ຖືເປັນບາດກ້າວສຳຄັນ ໃນການເຊື່ອມໂຍງ ພາກລັດ – ສະຖາບັນການເງິນ – ພາກທຸລະກິດ ເພື່ອຍົກລະດັບສິນຄ້າລາວໃຫ້ເຂັ້ມແຂງ

ທີ່ມາ: ສະພາການຄ້າແຂວງສະຫວັນນະເຂດ

Tags: MSME

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ