ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ໄດ້ລາຍງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ ໃນໂອກາດທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ພ້ອມດ້ວຍຄະນະ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຄໍາມ່ວນວ່າ: ໃນໄລຍະ 9 ເດືອນ ຂອງປີ 2026 ນີ້, ເສດຖະກິດມະຫາພາກຂອງແຂວງຄໍາມ່ວນ ຂະຫຍາຍຕົວໃນລະດັບ 5.6%, ລວມຍອດຜະລິດຕະພັນ ບັນລຸໄດ້ 25,035 ຕື້ກີບ, ເທົ່າກັບ 86% ມະຕິສະພາໝົດປີ ໃຫ້ບັນລຸ 28,941 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ 2,657 ໂດລາສະຫະລັດ.
– ດ້ານການລົງທຶນຂອງລັດ: ໄດ້ຮັບອະນຸມັດໂຄງການລົງທຶນຂອງລັດທັງໝົດ 518 ໂຄງການ, ມູນຄ່າ 994.65 ຕື້ກີບ ແລະ ເງິນເກີນແຜນ 780.96 ຕື້ກີບ ໃນປີທີ່ຜ່ານມາ, ໄດ້ຈັດຕັ້ງປະຕິບັດ 342 ໂຄງ ການ ມູນຄ່າ 617.97 ຕື້ກີບ ເທົ່າກັບ 138%, ສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 33 ໂຄງການ ມີທຶນທັງໝົດ 9,301 ຕື້ກີບ, ທຶນຈົດທະບຽນ 2,403.86 ຕື້ກີບ ເທົ່າກັບ 50% ຂອງແຜນການປີ, ການລະດົມທຶນເພື່ອການພັດທະນາ ໄດ້ທັງໝົດ 5,333.76 ຕື້ກີບ ເທົ່າກັບ 71.65% ມະຕິສະພາໝົດປີ ໃຫ້ໄດ້ 7,444.32 ຕື້ກີບ, ໃນນີ້: ການລົງທຶນຂອງລັດ 617.97 ຕື້ກີບ ເທົ່າກັບ 138%, ການຊ່ວຍເຫຼືອທາງການເພື່ອການພັດທະນາ 564.53 ຕື້ກີບ ເທົ່າກັບ 63.19%, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ບັນລຸໄດ້ 2,403.86 ຕຶ້ກີບ ເທົ່າກັບ 50% ຂອງແຜນການປີ, ລະບົບສິນເຊື່ອທະນາຄານ ປະຕິບັດໄດ້ 1,747.39 ຕື້ກີບ ເທົ່າກັບ 138.08%.
– ດ້ານງົບປະມານ: ໃນປີ 2026 ແຜນລາຍຮັບງົບປະມານຂອງແຂວງ ທີ່ໄດ້ຮັບມອບໝາຍມີທັງໝົດ 4,846 ຕື້ກີບ. ມາຮອດປະຈຸບັນ ສາມາດຈັດເກັບໄດ້ 5,549 ຕື້ກວ່າກີບ, ເທົ່າກັບ 114.50% (ເກີນແຜນທັງໝົດ 702.76 ຕື້ກີບ).
ຂໍ້ມູນ:Khammouane News