ລູກເຮືອ NASA 4 ຄົນ ສິ້ນສຸດພາລະກິດທົດລອງໃຊ້ຊີວິດເທິງດາວອັງຄານ 378 ວັນ

02 Nov 2026

ຄລິກແຊຣ໌ 1 Facebook WhatsApp

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ໃນວັນທີ 2 ພະຈິກ ວ່າ ນາງ Ellen Ellis ເຈົ້າໜ້າທີ່ດ້ານການແພດ ແລະ ໜຶ່ງໃນສະມາຊິກລູກເຮືອຂອງພາລະກິດ Crew Health and Performance Exploration Analog (CHAPEA) ກ່າວວ່າ ພວກເຂົາຕ້ອງໃຊ້ຊີວິດຢູ່ພາຍໃຕ້ການກັກໂຕ ໂດຍສະໝັກໃຈ ເພື່ອຈຳລອງສະພາບການດຳລົງຊີວິດຂອງນັກບິນອະວະກາດໃນພາລະກິດໄລຍະຍາວ.

ລູກເຮືອທັງ 4 ຄົນ ໄດ້ເຂົ້າພັກໃນອາຄານທີ່ສ້າງຂຶ້ນດ້ວຍເທັກໂນໂລຊີການພິມ 3 ມິຕິ (3D Printing) ມີເນື້ອທີ່ປະມານ 157 ແມັດກ້ອນ ເມື່ອວັນທີ 19 ຕຸລາ 2025.

ລະຫວ່າງການທົດລອງ ພວກເຂົາໄດ້ປະຕິບັດກິດຈະກຳຕ່າງໆ ເຊັ່ນ ການປູກພືດໃນດິນທີ່ຈຳລອງມາຈາກດາວອັງຄານ ແລະ ການຕິດຕໍ່ສື່ສານກັບເຈົ້າໜ້າທີ່ NASA ໂດຍມີການໜ່ວງເວລາການສື່ສານ ເພື່ອຈຳລອງຄວາມຫຼ້າຊ້າທີ່ເກີດຂຶ້ນໃນການສື່ສານລະຫວ່າງໂລກກັບດາວອັງຄານ.

ສຳລັບສະມາຊິກອີກ 3 ຄົນ ປະກອບມີ Ross Elder ຫົວໜ້າພາລະກິດ, Matthew Montgomery ເຈົ້າໜ້າທີ່ຝ່າຍວິທະຍາສາດ ແລະ James Spicer ວິສະວະກອນປະຈຳພາລະກິດ.

ຫຼັງຈາກສິ້ນສຸດພາລະກິດ ລູກເຮືອທັງ 4 ຄົນ ຈະເຂົ້າຮັບການປະເມີນຜົນ ແລະ ສະຫຼຸບພາລະກິດຮ່ວມກັບທີມນັກວິທະຍາສາດຂອງ NASA ເປັນເວລາ 2 ອາທິດ.

NASA ກ່າວວ່າ ການທົດລອງນີ້ມີເປົ້າໝາຍເພື່ອສຶກສາວ່າ ນັກບິນອະວະກາດຈຳເປັນຕ້ອງມີປັດໄຈໃດແດ່ ເພື່ອປັບຕົວເຂົ້າກັບກິດຈະວັດປະຈຳວັນ ແລະ ຄວາມຕ້ອງການໃນການດຳລົງຊີວິດ ລະຫວ່າງການປະຕິບັດພາລະກິດໄລຍະຍາວນອກໂລກ ເພື່ອໃຫ້ນັກບິນອະວະກາດມີສຸຂະພາບດີ, ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ຍັງສາມາດຕິດຕໍ່ສື່ສານກັບໂລກໄດ້.

ທັງນີ້ ການທົດລອງກັກໂຕຄັ້ງນີ້ ເປັນພາລະກິດຈຳລອງຄັ້ງທີ 2 ຂອງ NASA ໂດຍກ່ອນໜ້ານີ້ ເຄີຍມີລູກເຮືອ 4 ຄົນ ເຂົ້າຮ່ວມການທົດລອງລັກສະນະດຽວກັນ ທີ່ສູນອະວະກາດ Johnson ເປັນເວລາ 378 ວັນ ໃນໄລຍະປີ 2023–2024.

Tags: NASA

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ